Abhidhamma in Daily life
ະພິທັມ-ປະຣະມັຕຖະທັມ ຄືທັມຊາຕິທີ່ເປັນຄວາມຈິງແທ້ແນ່ນອນ ທີ່ດຳຣົງລັກ
ສນະສະເພາະຂອງຕົນໄວ້ໂດຍບໍ່ຜັນແປປ່ຽນແປງ ເປັນທັມທີ່ປະຕິເສດຄວາມ ເປັນສັຕວ໌ ຄວາມເປັນບຸຄຄົລ ຄວາມເປັນຕັວຕົນໂດຍສິ້ນເຊິງ
ປະຣະມັຕ ຖະທັມນີ້ເອິ້ນອີກຢ່າງຫນຶ່ງວ່າ ສະພາວະທັມ ປະຣະມັຕຖະທັມ ຫຼື ສະພາວະທັມ ນີ້ມີ ໔ ປະກາຣຄື :
໑. ຈິຕ
(ຈິຕ-ຕະ)
໒. ເຈຕສິກ
(ເຈ-ຕະ-ສິ-ກະ)
໓. ຣູປ
(ຄຳນີ້ບໍ່ຄວນອ່ານວ່າຮູປ
ເພາະຄຳນີ້ມາຈາກພາສາບາລີວ່າ
ຣູ-ປະ)
໔. ນິພພານ
(ນິພ-ພາ-ນະ)
ຊຶ່ງມີຄວາມຫມາຍໂດຍຍໍ້ດັ່ງນີ້ :
ຕຄື ທັມຊາຕິທີ່ເຮັດຫນ້າທີ່
ເຫັນ, ໄດ້ຍິນ, ຮັບກິ່ນ, ຮັບຣົສ, ຮູ້ສັມຜັສຖືກຕ້ອງ ຕລອດ
ຈົນທັມຊາຕິທີ່ເຮັດໃຫ້ເກີດການ
ຄິດ ນຶກ ສະພາວະຂອງຈິຕມີທັ້ງຫມົດ ໘໙ ຫຼື ໑໒໑ ຢ່າງ (ໂດຍພິສດາຣ) ແຕ່ເມື່ອເວົ້າໂດຍລັກສນະແລ້ວມີພຽງ ໑ ເທົ່ານັ້ນ ຄື ຮູ້ອາຣົມນ໌ (ອາຣົມນ໌ໃນທີ່ນີ້ຫມາຍເຖິ່ງ ຣູປ, ສຽງ, ກິ່ນ, ຣົສ, ສິ່ງຕ່າງໆ, ເຣື່ອງຣາວຕ່າງໆ ທີ່ຈິຕໄປຮັບຮູ້)
ຈິຕເປັນນາມທັມ ແລະມີຊື່ເອິ້ນຫຼາຍຊື່ ເຊັ່ນ ວິນຍານ, ມະໂນ ມະນັສ, ມະນິນທຣີຢ໌, ມະໂນທາຕຸ, ມະໂນວິນຍານະທາຕຸ, ມະນາຢະຕະນະ ເປັນຕົ້ນ
- ເຊີນຍ໌ຟັງ
ຈິຕປຣະມັຕຖ໌ ຕອນທີ່ ໑
- ເຊີນຍ໌ຟັງ
ຈິຕປຣະມັຕຖ໌ ຕອນທີ່ ໒
ຕສິກຄືທັມຊາຕິທີ່ປະກອບກັບຈິຕ ປຸງແຕ່ງຈິຕເຮັດໃຫ້ເກີດຄວາມຮູ້ສຶກນຶກຄິດ
ທີ່ແຕກຕ່າງກັນ ທັ້ງທາງທີ່ດີແລະບໍ່ດີມີທັ້ງຫມົດ ໕໒ ລັກສນະ ເຈຕສິກເປັນນາມ
ທັມທີ່ເກີດຮ່ວມກັບຈິຕ ຄືເກີດພ້ອມກັບຈິຕ ດັບພ້ອມກັບຈິຕ ຮູ້ອາຣົມນ໌ດຽວກັນ
ກັບຈິຕ ແລະອາສັຍທີ່ເກີດທີ່ດຽວກັນກັບຈິຕ ສະພາບຂອງຈິຕເປັນພຽງປະທານໃນການ
ຮູ້ອາຣົມນ໌ ແຕ່ການທີ່ຈິຕໂກຣທ(ໂກດ) ຫຼືຈິຕໂລພ ເປັນເພາະມີເຈຕສິກເຂົ້າປະກອບ
ປຸງແຕ່ງໃຫ້ເກີດຄວາມໂກຣທ(ໂກດ)
ຫຼືຄວາມໂລພນັ້ນເອງ
ຈິຕປຽບສະເຫມືອນເມັດຢາ ເຈຕສິກປຽບສະເຫມືອນຕັວຢາທີ່ຢູ່ໃນເມັດຢາ ຈິຕເກີດໂດຍບໍ່ມີເຈຕສິກບໍ່ໄດ້ ແລະເຈຕສິກ
ກໍເກີດໂດຍບໍ່ມີຈິຕບໍ່ໄດ້ເຊັ່ນກັນ
ປຄື ທັມຊາຕິທີ່ແຕກດັບຍ່ອຍຍັບສະຫຼາຍໄປດ້ວຍຄວາມເຢັນແລະຄວາມຮ້ອນ ໃນ
ຣ່າງກາຍຂອງຄົນເຮົາແລະສັຕວ໌ທັ້ງຫຼາຍນັ້ນມີຣູປປະຊຸມກັນຢູ່ທັ້ງຫມົດ ໒໘ ຊນິດ ແລະຣູປທີ່ປະຊຸມກັນຢູ່ນີ້
ແຕ່ລະຣູປຕ່າງກໍແຕກດັບຍ່ອຍຍັບສະຫຼາຍໄປຕລອດ
ເວລາຫາຄວາມທຽງແທ້ຖາວອນບໍ່ໄດ້ເລຍ
ພພານເປັນທັມຊາຕິທີ່ພົ້ນຈາກກິເລສເຄື່ອງພັນທະນາ ພົ້ນຈາກການວຽນວ່າຍຕາຍ
ເກີດ ນິພພານໂດຍປະຣິຍາຍມີ ໒ ລັກສນະ ຄື :
໑. ສະອຸປາທິເສສະນິພພານ ຄື ນິພພານທີ່ຍັງເປັນໄປກັບຂັນທ໌ ໕ ຫມາຍເຖິ່ງການທີ່
ປະຫານກິເລສໄດ້ຫມົດສິ້ນແລ້ວ (ກິເລສນິພພານ) ແຕ່ຂັນທ໌ ໕ (ຈິຕ ເຈຕສິກ ຣູປ) ຍັງມີ
ການເກີດດັບສືບຕໍ່ຢູ່ (ຍັງມີຊີວິຕຢູ່)
໒. ອະນຸປາທິເສສະນິພພານ ຄື ນິພພານທີ່ປຣາສະຈາກຂັນທ໌ ໕ ໄດ້ແກ່ນິພພານຂອງ
ພຣະອະຣະຫັນຕ໌ (ຜູ້ຫມົດຈົດຈາກກິເລສ) ແລະສິ້ນຊີວິຕໄປແລ້ວ (ຄືກິເລສກໍບໍ່ເຫລືອ ຂັນທ໌ ໕ ກໍບໍ່ເຫລືອ) ຫຼືທີ່ເອິ້ນວ່າປຣິນິພພານ (ປຣິ = ທັ້ງຫມົດ) ເມື່ອປຣິນິພພານແລ້ວ ຈິຕ+ເຈຕສິກ
ແລະຣູປຈະຫຍຸດການສືບຕໍ່ແລະດັບລົງໂດຍສິ້ນເຊິງ (ຄືເມື່ອປຣິນິພພານໄປ
ແລ້ວກໍຈະບໍ່ ມີການເກີດອີກຫຼືບໍ່ມີ ມໍຣະດົກພົບຊາຕິຕໍ່ໄປອີກ)
ນິພພານ ເປັນຈຸດຫມາຍສູງສຸດໃນພຣະພຸທທະສາສນາທີ່ພຸທທະສາສະນິກຊົນທັ້ງຫຼາຍຈະ
ຕ້ອງພຍາຍາມເຂົ້າເຖິ່ງໃຫ້ຈົງໄດ້ຈຶງຈະໄດ້ຊື່ວ່າເປັນພຸທທະສາວົກ ເປັນອະຣິຍະບຸຄຄົລ ແລະເປັນທາຍາທຜູ້ຮັບມໍ
ຣະດົກທັມໃນພຸທທະສາສນານີ້
ຄວາມຫມາຍຂອງ ບັນຍັຕິທັມ
ບັນຍັຕິທັມ ຄື ສິ່ງທີ່ມະນຸສຢ໌ສົມມຸຕິຂື້ນຫຼືບັນຍັຕິຊື່ຂື້ນ ເພື່ອໃຫ້ເຂົ້າໃຈຄວາມຫມາຍຊຶ່ງກັນ
ແລະກັນ ເຊັ່ນ ຊື່ ນາຍ ກ ນາງ ຂ ສີຂຽວ ສີແດງ ທິສເຫນືອ ທິສໃຕ້ ວັນຈັນທຣ໌ ວັນອັງຄານ ເດືອນ ໘ ເດືອນ ໑໐ ປີຊວດ ປີສລູ ເວລາເຊົ້າ ຍາມແລງ ເວລາ ໒໔.໐໐ ນ. ພົລເອກ ອະທິບໍດີ ຣັຖມົນຕຣີ ທະນະບັຕຣ ໑໐໐ ກີບ ໑,໐໐໐ ກີບ ລ້ວນເປັນສິ່ງສົມມຸຕິທັ້ງນັ້ນ ສິ່ງເຫລົ່ານີ້ທ່ານ
ເອິ້ນວ່າ ບັນຍັຕິທັມ
ແມ້ແຕ່ສິ່ງທີ່ເອິ້ນວ່າ ຕົ້ນໄມ້ ພູເຂົາ ແມ່ນ້ຳ ຫນັງສື ປາກກາ ບ້ານ ໂຕ໊ະ ຕັ່ງ ພັດລົມ ຣົຖຍົນຕ໌ ຄົນ ແລະສັຕວ໌ ຯລຯ ທ່ານກໍຍັງຈັດວ່າເປັນບັນຍັຕິທັມ
ເພາະຍັງຫນີບໍ່ພົ້ນເຣື່ອງຂອງການ
ສົມມຸຕິ
ປະຣະມັຕຖະທັມເປັນທັມທີ່ຢູ່ເຫນືອການສົມມຸຕິ
ຫາກເວົ້າໃນແງ່ຂອງປະຣະມັຕຖະທັມ ຄື ທັມຊາຕິທີ່ມີຢູ່ຈິງຫຼືທັມຊາຕິທີ່ຢູ່ເຫນືອການສົມມຸຕິ
ແລ້ວ ທິສເຫນືອ ທິສໃຕ້ ເວລາເຊົ້າ ຍາມແລງ ເວລາ ໒໔.໐໐ ນ. ຍົສຖາບັນດາສັກດິ໌ຕ່າງໆ ລ້ວນເປັນສິ່ງທີ່ບໍ່ມີຕັວຕົນ ບໍ່ມີສາຣະແກ່ນສາຣຫຍັງເລຍ ເປັນພຽງການສົມມຸຕິ ເປັນພຽງ
ການອຸປະໂລກນ໌ກັນຂື້ນມາເທົ່ານັ້ນ ສ່ວນຕົ້ນໄມ້ ພູເຂົາ ແມ່ນ້ຳ ຫນັງສື ປາກກາ ພັດລົມ ແລະຣົຖຍົນຕ໌ເຖິ່ງຈະມີຄວາມແຕກຕ່າງກັນໂດຍລັກສນະກໍຈິງຢູ່
ແຕ່ໂດຍສະພາບຄວາມ ເປັນຈິງຕາມທັມຊາຕິ(ປະຣະມັຕຖະທັມ) ແລ້ວສິ່ງເຫລົ່ານີ້ເກີດຈາກການຮ່ວມຕັວຂອງ
ມະຫາພູຕຣູປ ທັ້ງ ໔ (ດິນ ນ້ຳ ໄຟ ລົມ) ທີ່ປຣາສະຈາກຈິຕ+ເຈຕສິກ ຈຶງເອິ້ນວ່າເປັນ
ຣູປທັມເຫມືອນກັນທັ້ງຫມົດພຽງຢ່າງດຽວເທົ່ານັ້ນ
ສ່ວນມະນຸສຢ໌ແລະສັຕວ໌ທັ້ງຫຼາຍນັ້ນ ຫາກເວົ້າໃນແງ່ປະຣະມັຕຖະທັມແລ້ວຖືວ່າບໍ່ມີຕັວຕົນ ບໍ່ມີ
ນາຍ ກ ບໍ່ມີນາງ ຂ ມີແຕ່ຣູປທັມ (ຣູປ) ແລະນາມທັມ (ຈິຕ+ເຈຕສິກ) ມາປະຊຸມ
ກັນເທົ່ານັ້ນ
ດັ່ງນັ້ນບໍ່ວ່າຕັວເຮົາຫຼືຜູ້ອື່ນຮວມເຖິ່ງສັຕວ໌ທັ້ງຫຼາຍດ້ວຍນັ້ນ ເມື່ອເວົ້າໃນແງ່ປະຣະມັຕຖະທັມ
ຫຼື ທາຕຸ(ອ່ານວ່າ ທາດ)ແທ້ຕາມທັມຊາຕິແລ້ວ ຈະມີສ່ວນປະກອບຢູ່ ໓ ສ່ວນເທົ່ານັ້ນ ຄື :
໑. ຈິຕ ຄື ທັມຊາຕິທີ່ຮູ້ອາຣົມນ໌ ມີ ໘໙ ດວງໂດຍຍໍ້
ຫຼື ໑໒໑ ດວງໂດຍພິສດາຣ
໒. ເຈຕສິກ ຄື ທັມຊາຕິທີ່ປະກອບປຸງແຕ່ງຈິຕມີ ໕໒ ລັກສນະ
໓. ຣູປ ຄື ອົງຄ໌ປະກອບ ໒໘ ຊນິດທີ່ຮວມກັນຂື້ນເປັນກາຍ
ຈະເຫັນໄດ້ວ່າ ຄົນເຮົາທຸກຄົນແລະສັຕວ໌ທັ້ງຫຼາຍນັ້ນມີສ່ວນປະກອບເຫມືອນກັນ ຄື ເຮົາກໍ
ມີ ຈິຕ ເຈຕສິກ ຣູປ ເຂົາກໍມີ ຈິຕ ເຈຕສິກ ຣູປ ສັຕວ໌ທັ້ງຫຼາຍກໍມີ ຈິຕ ເຈຕສິກ ຣູປ ຈະມີຄວາມ ແຕກຕ່າງກັນກໍບ່ອນທີ່ຮູປຮ່າງຫນ້າຕາຜິວພັນ ຊຶ່ງຖືກຈຳແນກໃຫ້ແຕກຕ່າງກັນດ້ວຍ
ອຳນາຈຂອງກັມທີ່ເຮັດໄວ້ໃນອດີຕ
ຈິຕ+ເຈຕສິກ
ແລະຣູປ ມີລັກສນະສະເພາະຕາມທັມຊາຕິ (ສາມັຍລັກສນະ) ຢູ່ ໓ ປະການ ຄື :
໑. ອະນິຈຈະລັກສນະ ຄື ມີລັກສນະທີ່ບໍ່ທຽງບໍ່ຄົງທີ່ ຕ້ອງປ່ຽນແປງຢູ່ຕລອດເວລາ
໒. ທຸກຂະລັກສນະ ຄື ມີລັກສນະທີ່ທົນຢູ່ໃນສະພາບເດິມບໍ່ໄດ້ ເກີດຂື້ນແລ້ວຕ້ອງດັບ
ໄປຢູ່ຕລອດເວລາ
໓. ອະນັຕຕະລັກສນະ ຄື ມີລັກສນະທີ່ບໍ່ແມ່ນຕັວ ບໍ່ແມ່ນຕົນ ບໍ່ສາມາດບັງຄັບບັນ
ຊາໄດ້ ສາມັຍລັກສນະທັ້ງ ໓ ນີ້ ເປັນສິ່ງຈິງແທ້ແນ່ນອນ ເປັນກົດທັມຊາຕິ
ເອິ້ນວ່າ ໄຕຣລັກສນ໌
ດຍສະຣຸປແລ້ວ ຈິຕ+ເຈຕສິກ ແລະຣູປ ທີ່ປະກອບຂື້ນເປັນບຸຄຄົລຫຼືເປັນສັຕວ໌ໃດໆ ກໍຕາມ
ແທ້ຈິງແລ້ວບໍ່ໄດ້ມີແກ່ນສາຣະຫຍັງເລຍ ເປັນພຽງການປະຊຸມກັນຂອງສ່ວນ
ປະກອບ ທີ່ມີຄວາມບໍ່ທຽງ ເກີດດັບ ເກີດດັບ ສືບຕໍ່ກັນຢ່າງຣວດເຣັວ (ຊັ່ວລັດນິ້ວມື ຈິຕມີການເກີດ
ດັບແສນໂກຕິຂນະ ຫຼືຫນຶ່ງລ້ານລ້ານເທື່ອ) ເປັນສະພາບທີ່ຫາເຈົ້າຂອງບໍ່ໄດ້ ບໍ່ເປັນຂອງໃຜ ບໍ່ມີໃຜເປັນເຈົ້າຂອງ ບໍ່ເປັນໄປຕາມຄວາມປະຣາຖນາ ບໍ່ຂື້ນຕໍ່ການບັງຄັບ
ບັນຊາຂອງຜູ້ໃດ ວ່າງເປົ່າຈາກຄວາມເປັນຄົນນັ້ນ
ຄົນນີ້ ວ່າງເປົ່າຈາກຄວາມເປັນຕັວຕົນ ວ່າງເປົ່າຈາກຄວາມເປັນນັ່ນ ເປັນນີ່ ຕາມທີ່ສົມມຸຕິກັນຂື້ນມາ ແຕ່ເປັນສະພາວະທັມອັນ
ເປັນໄປຕາມເຫຕຸ(ອ່ານເຫດ) ຕາມປັຈຈັຍ ຂື້ນກັບເຫຕຸ(ອ່ານເຫດ) ຂື້ນກັບປັຈຈັຍ ພຣະພຸທທະເຈົ້າຈະອຸບັຕິຂື້ນຫຼືບໍ່ກໍຕາມ ປະຣະມັຕຖະທັມເຫລົ່ານີ້ກໍຄົງມີຢູ່ຕາມທັມຊາຕິ ພຣະພຸທທອົງຄ໌ເປັນແຕ່ພຽງຜູ້ຊົງຄ້ນພົບ ແລະນຳມາເປິດເຜຍໃຫ້ເຮົາທັ້ງຫຼາຍໄດ້ຮູ້ເທົ່ານັ້ນ
ການສວດພຣະອະພິທັມໃນງານສົພ(ເຮືອນດີ)
ທຸກທ່ານຄົງຈະພົບຄຳວ່າສວດພຣະອະພິທັມ ຫຼືຕັ້ງສົພສວດພຣະອະພິທັມໃນບັດເຊີນ ຫຼື
ໃນຫນ້າຫນັງສືພິມພ໌ ເພື່ອເຊີນໄປຮ່ວມງານບຳເພັນກຸສົລແດ່ທ່ານຜູ້ວາຍຊົນມ໌ຢູ່ເລື້ອຍໆ ທີ່
ວ່າສວດພຣະອະພິທັມນັ້ນ ເມື່ອທ່ານອ່ານມາເຖິ່ງບ່ອນນີ້ຍ່ອມຮູ້ດີແລ້ວວ່າຫມາຍເຖິ່ງຫຍັງ
ຕາມຫລັກຖານຂອງທ່ານຜູ້ຮູ້ເວົ້າວ່າ
ມີການນຳເອົາພຣະອະພິທັມມາສວດໃນພິທີສົພຂອງ
ພຸທທສາສະນິກຊົນຊາວພຸທຕັ້ງແຕ່ສະມັຍໂບຮານ ແລະທ່ານໄດ້ໃຫ້ຄວາມເຫັນໄວ້ວ່າການ
ບຳເພັນກຸສົລໃນງານສົພ ເພື່ອອຸທິສໃຫ້ຜູ້ວາຍຊົນມ໌ນັ້ນ ເປັນເຣື່ອງກ່ຽວກັບຄວາມຣັກຄວາມ
ກະຕັຍຍູຕໍ່ຜູ້ວາຍຊົນມ໌ຊຶ່ງຈາກໄປບໍ່ມີວັນກັບ ການທີ່ພຸທທະສາສະນິກຊົນຊາວພຸທນຳເອົາ
ຄັມພີຣ໌ພຣະອະພິທັມເຂົ້າມາກ່ຽວຂ້ອງກັບປະເພນີນີ້ນັ້ນ ຕາມຂໍ້ສັນນິສະຖານຄົງຈະເກີດ
ຈາກເຫຕຸ(ອ່ານເຫດ)ຜົລປະການຕ່າງ ໆ ດັ່ງນີ້:
* ປະການທຳອິດ ເປັນເພາະພຣະອະພິທັມບໍ່ເວົ້າເຖິ່ງສັຕວ໌ ບໍ່ເວົ້າເຖິ່ງບຸຄຄົລ ບໍ່ມີຕັວຕົນ ເຮົາ ເຂົາ ແຕ່ຊົງຈຳແນກທັມອອກເປັນກຸສົລ ອະກຸສົລ ແລະອັພຍາກຣຶຕ (ທັມທີ່ບໍ່ແມ່ນກຸສົລ ແລະບໍ່ແມ່ນອະກຸສົລ) ຊົງກະຈາຍສະຣີຣະກາຍ ຊຶ່ງເປັນກລຸ່ມກ້ອນອອກເປັນຂັນທ໌ ໕ ແນ່ ອາຍະຕະນະ ໑໒ ແນ່ ທາຕຸ(ອ່ານວ່າ
ທາດ) ໑໘ ແນ່ ອິນທຣີຢ໌ ໒໒ ແນ່ ອັນເປັນໄປຕາມເຫຕຸ ຕາມປັຈຈັຍ ຊຶ່ງຕ້ອງມີເສື່ອມສະຫຼາຍໄປຕາມສະພາວະ ບໍ່ສາມາດຕັ້ງຢູ່ໄດ້ຕລອດໄປ ການໄດ້ຟັງພຣະອະພິທັມ ຈະເຮັດໃຫ້ຜູ້ຟັງນ້ອມນຳມາປຽບທຽບກັບການຈາກໄປຂອງຜູ້
ວາຍຊົນມ໌ ເຮັດໃຫ້ເຫັນສັຈຈະທັມທີ່ແທ້ຈິງຂອງຊີວິຕ ທ່ານໂບຣານບັນທິຕຄົງຈະເຫັນວ່າ
ໃນງານເຊັ່ນນີ້ເປັນໂອກາສອັນດີທີ່ທ່ານຜູ້ຟັງ ແລະທ່ານຜູ້ຮ່ວມບຳເພັນກຸສົລໃນງານສົພ
ຈະສາມາດພິຈາຣະນາເຫັນຄວາມຈິງຂອງຊີວິຕໄດ້ງ່າຍ ຈຶງໄດ້ນຳເອົາພຣະອະພິທັມມາ
ສະແດງໃຫ້ຟັງ
* ອີກປະການຫນຶ່ງ ເພາະເຫັນວ່າໃນການຕອບແທນພຣະຄຸນພຸທທະມາຣດາຂອງພຣະສັມ
ມາສັມພຸທທະເຈົ້ານັ້ນ ທ່ານໄດ້ສະເດັຈຂື້ນໄປຊົງສະແດງພຣະອະພິທັມເທສນາເຖິງສະຫວັນ໌ ຊັ້ນດາວດຶງສ໌ ເພື່ອໂປດພຸທທະມາຣດາຊຶ່ງສິ້ນພຣະຊົນມ໌ໄປແລ້ວ ດັ່ງນັ້ນເມື່ອບຸພພະກາຣີ
ອັນໄດ້ແກ່ມາຣດາ ບິດາເຖິ່ງແກ່ກັມລົງ ທ່ານຜູ້ເປັນບັນທິຕຈຶງໄດ້ ນຳເອົາພຣະອະພິທັມເຂົ້າ
ມາກ່ຽວ ຂ້ອງໃນການບຳເພັນກຸສົລໃຫ້ແກ່ຜູ້ວາຍຊົນມ໌ ໂດຍຖືວ່າເປັນການສະນອງພຣະຄຸນ
ມາຣດາ ບິດາ ຕາມແບບຢ່າງພຣະຈະຣິຍະວັຕຣຂອງພຣະສັມມາສັມພຸທທະເຈົ້າ ຕໍ່ມາແມ້ວ່າ
ທ່ານຜູ້ວາຍຊົນມ໌ຈະບໍ່ແມ່ນ ມາຣດາ
ບິດາກໍຕາມ ແຕ່ການນຳເອົາພຣະອະພິທັມມາ
ສະແດງໃນງານສົພກໍຖືເປັນປະເພນີໄປແລ້ວ
* ປະການສຸດທ້າຍ ເພາະເຊື່ອວ່າພຣະອະພິທັມເປັນຄຳສອນຂັ້ນສູງທີ່ມີເນື້ອຫາລະອຽດລຶກ
ຊຶ້ງ ກ່ຽວກັບປະຣະມັຕຖະທັມ ໔ ປະການ ຫາກນຳມາສະແດງໃນງານບຳເພັນກຸສົລໃຫ້ແກ່ ຜູ້ວາຍຊົນມ໌ແລ້ວ ຜູ້ວາຍຊົນມ໌ຈະໄດ້ບູນຫລາຍ
ການສວດພຣະອະພິທັມກໍຄືການນຳເອົາຄຳບາລີຂື້ນຕົ້ນສັ້ນໆ ໃນແຕ່ລະຄັມພີຣ໌ຂອງ
ພຣະອະພິທັມ ໗ ຄັມພີຣ໌ມາຣຽງຕໍ່ກັນ ການສວດພຣະອະພິທັມນີ້ບາງທີເອິ້ນວ່າສວດມາຕິກາ ຖ້າເປັນງານພຣະສົພບຸຄຄົລສຳຄັນໃນຣາຊວົງສ໌ເອິ້ນວ່າພິທີສະດັບປກຣນ໌ ຊຶ່ງພ້ຽນມາຈາກ
ຄຳວ່າ ສັຕຕປກຣນ໌(ອ່ານສັດຕະປະກອນ) ອັນຫມາຍ
ເຖິ່ງ ພຣະອະພິທັມ ໗ ຄັມພີຣ໌ນັ່ນເອງ (ສັຕຕ = ເຈັດ, ປກຣນ໌ = ຄັມພີຣ໌, ຕຳຣາ)
ມາພາຍຫລັງມີຜູ້ຮູ້ໄດ້ນຳເອົາຄາຖາໃນພຣະອະພິທັມມັຕຖະສັງຄະຫະ ຂອງ
ພຣະອະນຸຣຸທທາຈາຣຍ໌ມາສວດເປັນທຳນອງສະຣະພັຍຍະ (ຄືການສວດເປັນຈັງ
ຫວະສັ້ນ-ຍາວ) ເອິ້ນວ່າສວດສັງຄະຫະໂດຍນຳເອົາຄຳບາລີໃນຕອນຕົ້ນ
ແລະ ຕອນທ້າຍຂອງແຕ່ລະປະຣິຈເສທ ຊຶ່ງມີທັ້ງຫມົດ ໙ ປະຣິຈເສທມາຣຽງຕໍ່ກັນ
ເປັນບົດສວດ
………ດ້ວຍຄວາມປຣາຣະຖະນາດີ ຂໍໃຫ້ຈະເຣີນໃນທັມມ໌…ໄພທູຣຍ໌ ອິນທະວົງສ໌........
