ສົມເດັຈພຣະສະມະນະໂຄດົມສັມມາສັມພຸທທະເຈົ້າ
ນັບແຕ່ໄດ້ຕຣັສຮູ້ອະນຸຕຕະຣະສັມໂພທິຍານແລ້ວ
ໄດ້ທຣົງສັ່ງສອນໂປດເວໄນຍະສັຕວ໌
ເປັນເວລາຍາວນານເຖິ່ງ
໔໕ ປີນັ້ນ ຮວມໄດ້ເຖິ່ງ
໘໔໐໐໐ ພຣະທັມມະຂັນທ໌
ເມື່ອປະມວລຈັດສັຣສົງເຄາະຫ໌ເປັນພວກເປັນຫມວດເປັນຫມູ່
ກໍຈັດໄດ້ເປັນ ໓ ຫມວດ
ຊຶ່ງເອິ້ນກັນວ່າ ພຣະໄຕຣປິດົກ
ຄື
v
ພຣະວິນັຍປິດົກ
v
ພຣະສຸຕຕັນຕະປິດົກ
v
ພຣະອະພິທັມມ໌ປິດົກ
໑. ພຣະວິນັຍປິດົກ
ທັມມ໌ໃດທີ່ສະແດງໄວ້ເປັນຂໍ້ບັງຄັບ
ເປັນຣະບຽບແບບແຜນໃຫ້ປະພຣຶຕິປະຕິບັຕິ ໂດຍມີຂໍ້ກຳໜົດໂທສແກ່ຜູ້ລ່ວງລະເມີດຫຼືບໍ່ປະຕິບັຕິ
ຕາມໄວ້ເປັນຊັ້ນໆ ຕາມໂທສານຸໂທສນັ້ນ
ເອິ້ນວ່າ ພຣະວິນັຍປິດົກ
ມີ ໒໑໐໐໐ ພຣະທັມມະຂັນທ໌
ພຣະວິນັຍນີ້ເປັນພື້ນຖານໃນອັນທີ່ຈະສ້າງສັຣຄ໌ໃຫ້ຣູປຮ່າງງົດງາມ
ມີສະງ່າຣາສີ ແລະ ກິຣິຍາມາຣະຍາທສຸພາພຮຽບຮ້ອຍ
ພຣະວິນັຍປິດົກ ຊຶ່ງມີ
໒໑໐໐໐ ພຣະທັມມະຂັນທ໌ນີ້
ຈຳແນກເປັນ ໕ ຄັມພີຣ໌ມີຊື່ວ່າ
ຄັມພີຣ໌ອາທິກັມ ຄັມພີຣ໌ປາຈິຕຕີຍ໌
ຄັມພີຣ໌ມະຫາວັຄຄ໌ ຄັມພີຣ໌ຈຸລລະວັຄ
ແລະ ຄັມພີຣ໌ປະຣິວາຣ ເພື່ອໃຫ້ສະດວກແກ່ກາຣຈື່ຈຳຣຳລຶກ
ທ່ານໂບຣານາຈາຣຍ໌ຈຶ່ງໄດ້ຍົກພະຍາງຄ໌ຫນ້າແຫ່ງຄັມພີຣ໌ນັ້ນໆ
ມາເປັນເຄື່ອງຈື່ຈຳ ຄື
ອາ ປາ ມະ ຈຸ ປະ ຕໍ່ມາກໍເລີຍຖືກັນວ່າ
ອາ ປາ ມະ ຈຸ ປະ ນີ້ຄືຫົວໃຈຂອງພຣະວິນັຍ
໒. ພຣະສຸຕຕັນຕະປິດົກ
ທັມມ໌ໃດທີ່ສະແດງໄວ້
ໂດຍຍົກບຸຄຄົລຂື້ນເປັນໂຕຢ່າງ
ທັ້ງໃນທາງດີ ແລະ ທາງຊົ່ວ
ມຸ່ງຫມາຍທີ່ຈະໃຫ້ເວໄນຍະຊົນໄດ້ຮູ້ສົມມຸຕິສັຈຈະ
ຄື ຮູ້ຄວາມຈິງຕາມໂວຫາຣຂອງໂລກນັ້ນ
ເອິ້ນວ່າ ພຣະສຸຕຕັນຕະປິດົກ
ຊຶ່ງເອິ້ນສັ້ນໆ ວ່າ ພຣະສູຕຣ
ມີ ໒໑໐໐໐ ພຣະທັມມະຂັນທ໌
ພຣະສູຕຣນີ້ເປັນພື້ນຖານໃນອັນທີ່ຈະສ້າງສັຣຄ໌ໃຫ້ອັທະຍາສັຍສະງົບ
ແລະ ມີຈິຕໃຈແນ່ວແນ່ມັ່ນຄົງ
ພຣະສຸຕຕັນຕະປິດົກ ຫຼື
ພຣະສູຕຣ ຊຶ່ງມີ ໒໑໐໐໐
ພຣະທັມມະຂັນທ໌ນີ້ຈຳແນກເປັນ
໕ ນິກາຍ ມີຊື່ວ່າ ທີຄະນິກາຍ
ມັຊຊິມະນິກາຍ ສັງຢຸຕຕະນິກາຍ
ອັງຄຸຕະຣະນິກາຍ ແລະ ຂຸທະກະນິກາຍ
ເພື່ອໃຫ້ສະດວກແກ່ກາຣຈື່ຈຳຣຳລຶກ
ທ່ານໂບຣານາຈາຣຍ໌ ຈຶ່ງໄດ້ຍົກພະຍາງຄ໌ຫນ້າແຫ່ງນິກາຍນັ້ນ
ໆ ມາເປັນເຄື່ອງຈື່ຈຳ
ຄື ທີ ມະ ສັງ ອັງ ຂຸ ຕໍ່ມາກໍເລີຍຖືກັນວ່າ
ທີ ມະ ສັງ ອັງ ຂຸ ນີ້ຄືຫົວໃຈຂອງພຣະສູຕຣ
໓. ພຣະອະພິທັມມ໌ປິດົກ
ທັມມ໌ໃດທີ່ສະແດງໄວ້ເປັນສ່ວນ
ລ້ວນແຕ່ເປັນປະຣະມັຕຖະສັຈຈະ
ຄື ຕາມຄວາມເປັນຈິງອັນມີເນື້ອຄວາມບໍ່ປ່ຽນແປງຜັນແປ
ເພື່ອຈະໄດ້ເຫັນແຈ້ງໃນສະພາວະທັມມ໌ນັ້ນໆ
ໂດຍບໍ່ກ່າວອ້າງບຸຄຄົລມາເປັນສຳຄັນຍ໌ນັ້ນ
ເອິ້ນວ່າພຣະອະພິທັມມ໌ປິດົກມີ
໔໒໐໐໐ ພຣະທັມມະຂັນທ໌
ພຣະອະພິທັມມ໌ນີ້ເປັນພື້ນຖານ
ໃນອັນທີ່ຈະສ້າງສັຣຄ໌ໃຫ້ມີສະຕິວ່ອງໄວ
ມັ່ນຄົງ ແລະ ມີປັນຍ໌ຍາຫລັກແຫລມພຣະອະພິທັມມ໌ປິດົກ
ຊຶ່ງມີ ໔໒໐໐໐ ພຣະທັມມະຂັນທ໌ນີ້
ຈຳແນກເປັນ ໗ ຄັມພີຣ໌ມີຊື່ວ່າ
ທັມມະສັງຄະນີ ວິພັງຄະ
ທາຕຸກະຖາ ປຸຄຄະລະບັນຍ໌ຍັຕິ
ກະຖາວັຕຖຸ ຢະມະກະ ແລະ
ມະຫາປັຕຖານ ເພື່ອໃຫ້ສະດວກແກ່ກາຣຈື່ຈຳຣຳລຶກ
ທ່ານໂບຣານາຈາຣຍ໌ຈຶ່ງໄດ້ຍົກພະຍາງຄ໌ຫນ້າແຫ່ງຄັມພີຣ໌ນັ້ນໆ
ມາເປັນເຄື່ອງຈື່ຈຳ ຄື
ສັງ ວິ ທາ ປຸ ກະ ຢະ ປະ ຕໍ່ມາກໍເລີຍຖືກັນວ່າ
ສັງ ວິ ທາ ປຸ ກະ ຢະ ປະ ນີ້ຄື
ຫົວໃຈຂອງພຣະອະພິທັມມ໌
1.
ຄັມພີຣ໌
ທັມມສັງຄະນີ ວ່າດ້ວຍ
ຫມວດແຫ່ງປະຣະມັຕຖະທັມມ໌
2.
ຄັມພີຣ໌
ວິພັງຄະ ວ່າດ້ວຍ ກາຣຈຳແນກປະຣະມັຕຖະທັມມ໌
3.
ຄັມພີຣ໌
ທາຕຸກະຖາ ວ່າດ້ວຍ ທາຕຸແຫ່ງປະຣະມັຕຖະທັມມ໌
4.
ຄັມພີຣ໌
ປຸຄຄະລະບັນຍ໌ຍັຕິ ວ່າດ້ວຍ
ບັນຍ໌ຍັຕິ ບຸຄຄົລ ແລະ
ປະຣະມັຕຖະ
5.
ຄັມພີຣ໌
ກະຖາວັຕຖຸ ວ່າດ້ວຍ ກາຣຖາມ
ແລະ ຕອບໃນປະຣະມັຕຖະທັມມ໌
6.
ຄັມພີຣ
ຢະມະກະ ວ່າດ້ວຍ ກາຣສະແດງປະຣະມັຕຖະທັມມ໌ເປັນຄູ່ໆ
7.
ຄັມພີຣ໌
ມະຫາປັຕຖານ ວ່າດ້ວຍ ປັຈຈັຍຂອງປະຣະມັຕຖະທັມມ໌
ຣະອະພິທັມເປັນຄຳສອນຂັ້ນສູງທີ່ມີເນື້ອຫາລະອຽດຫລາຍ
ກ່ຽວກັບປະຣະມັຕຖະທັມ
໔ ປະກາຣນ໌ ຫາກນຳມາສະແດງໃນງານບຳເພັນກຸສົລໃຫ້ແກ່
ຜູ້ວາຍຊົນມ໌ແລ້ວຜູ້ວາຍຊົນມ໌ຈະໄດ້ບຸນຍ໌ຫລາຍການສວດພຣະອະພິທັມກໍຄືການນຳເອົາຄຳບາລີຂື້ນຕົ້ນສັ້ນໆ
ໃນແຕ່ລະຄັມພີຣ໌ຂອງພຣະອະພິທັມ
໗ ຄັມພີຣ໌ມາຣຽງຕໍ່ກັນ
ການສວດພຣະອະພິທັມນີ້
ບາງທີເອິ້ນວ່າສວດມາຕິກາ
ຖ້າເປັນງານພຣະສົພບຸຄຄົລສຳຄັນໃນຣາຊວົງສ໌
ເອິ້ນວ່າພິທີສະດັບປະກອຣນ໌
ຊຶ່ງພ້ຽນມາຈາກຄຳວ່າ
ສັຕຕະປະກະຣະນະ ອັນຫມາຍເຖິ່ງ
ພຣະອະພິທັມ ໗ ຄັມພີຣ໌ນັ່ນເອງ
(ສັຕຕ = ເຈັດ, ປກຣນ໌
= ຄັມພີຣ໌, ຕຳຣາ)
ມາພາຍຫລັງມີຜູ້ຮູ້ໄດ້ນຳເອົາຄາຖາໃນພຣະອະພິທັມມັຕຖະສັງຄະຫະ
ຂອງພຣະອະນຸຣຸທທາຈາຣຍ໌ມາສວດ
ເປັນທຳນອງສະຣະພັຍຍະ (ຄືການສວດເປັນຈັງຫວະສັ້ນ-ຍາວ)
ເອິ້ນວ່າສວດສັງຄະຫະ
ໂດຍນຳເອົາຄຳບາລີໃນຕອນຕົ້ນ
ແລະ ຕອນທ້າຍຂອງແຕ່ລະປະຣິຈເສທ
ຊຶ່ງມີທັ້ງຫມົດ ໙ ປະຣິຈເສທມາຣຽງຕໍ່ກັນເປັນບົດສວດ