ພຣະອະພິທັມມ໌ ໗ ຄັມພີຣ໌
ພຣະຢະມະກະ (໔໔)
ວ່າດ້ວຍປະຣະມັຕຖະທັມມ໌ຄື ຈິຕແລະສິ່ງທີ່ອາສັຍຈິຕເກີດຄືເຈຕະສິກ ພຣະອະພິທັມມ໌ນີ້ຖື
ເປັນຫລັກທັມມ໌ຊັ້ນສູງໃນພຣະພຸທທະສາສນາ ພຣະພຸທທະອົງຄ໌ໄດ້ທຣົງສະແດງໂປຣດພຸທທະມາຣດາ ແລະເຫຼົ່າເທວະດາເທິ່ງສະຫວັຣຄ໌ຊັ້ນດາວດຶງສ໌ພຽງເທື່ອດຽວ
ນິຍົມສວດ ໃນງານສົພມີ ໗ ຄັມພີຣ໌
ເຢ ເກຈິ - ຈິຕແລະເຈຕະສິກບາງພວກທັ້ງຫຼາຍເຫຼົ່າໃດ
ກຸສະລາ ທັມມາ - ທັມມ໌ທີ່ເປັນກຸສົລໃຫ້ຜົລເປັນສຸຂ ອັນບັນດິຕຄວຣສະສົມໄວ້
ສັພເພ ເຕ - ຈິຕແລະເຈຕະສິກທັ້ງຫຼາຍທັ້ງປວງເຫຼົ່ານັ້ນ
ກຸສະລະມູລາ - ເປັນມູລເປັນທີ່ຕັ້ງຮາກເຫງົ້າແຫ່ງກຸສົລ ໃຫ້ຜົລເປັນສຸຂ ອັນບັນດິຕຄວຣສະສົມໄວ້
ເຢ ວາ ປະນະ - ອີກຢ່າງນຶ່ງ ຈິຕແລະເຈຕະສິກທັ້ງຫຼາຍເຫຼົ່ານັ້ນ
ກຸສະລະມູລາ - ເປັນມູລເປັນທີ່ຕັ້ງຂອງຮາກເຫງົ້າແຫ່ງກຸສົລ ໃຫ້ຜົລເປັນສຸຂ ອັນບັນດິຕຄວຣສະສົມໄວ້
ສັພເພ ເຕ ທັມມາ - ທັມມ໌ຄືຈິຕແລະເຈຕະສິກທັ້ງຫຼາຍທັ້ງປວງເຫຼົ່ານັ້ນ
ກຸສະລາ - ຊື່ວ່າເປັນກຸສົລໃຫ້ຜົລເປັນສຸຂ ອັນບັນດິຕຄວຣສະສົມໄວ້
ເຢ ເກຈິ - ຈິຕແລະເຈຕະສິກບາງພວກທັ້ງຫຼາຍເຫຼົ່າໃດ
ກຸສະລາ ທັມມາ - ເປັນທັມມ໌ເປັນກຸສົລໃຫ້ຜົລເປັນສຸຂ ອັນບັນດິຕຄວຣສະສົມໄວ້
ສັພເພ ເຕ - ຈິຕແລະເຈຕະສິກທັ້ງຫຼາຍທັ້ງປວງເຫຼົ່ານັ້ນ
ກຸສະລະມູເລນະ ເອກະມູລາ - ເປັນມູລອັນນຶ່ງດ້ວຍເປັນມູລເປັນທີ່ຕັ້ງແຫ່ງກຸສົລໃຫ້ຜົລເປັນສຸຂ ອັນບັນດິຕຄວຣສະສົມໄວ້
ເຢ ວາ ປະນະ - ອີກຢ່າງນຶ່ງ ຈິຕແລະເຈຕະສິກທັ້ງຫຼາຍເຫຼົ່າໃດ
ກຸສະລະມູເລນະ ເອກະມູລາ - ເປັນມູລອັນນຶ່ງດ້ວຍເປັນມູລເປັນທີ່ຕັ້ງແຫ່ງກຸສົລໃຫ້ຜົລເປັນສຸຂ ອັນບັນດິຕຄວຣສະສົມໄວ້
ສັພເພ ເຕ ທັມມາ - ທັມມ໌ຄືຈິຕແລະເຈຕະສິກທັ້ງຫຼາຍທັ້ງປວງເຫຼົ່ານັ້ນ
ກຸສະລາ. - ຊື່ວ່າເປັນກຸສົລໃຫ້ຜົລເປັນສຸຂ ອັນບັນດິຕຄວຣສະສົມໄວ້.
໔໔. ພຣະຢະມະກະ
: ພຣະໄຕຣປິດົກບາລີ. ມູລວາຣອຸທເທສ
ຢະມະກະປາລີ : ໓໘/໑
………