ຂໍນອບນ້ອມແດ່ພຣະຜູ້ມີພຣະພາຄອະຣະຫັນຕະສັມມາສັມພຸທທະເຈົ້າພຣະອົງຄ໌ນັ້ນ …
ຂໍນອບນ້ອມແດ່ພຣະຜູ້ມີພຣະພາຄອະຣະຫັນຕະສັມມາສັມພຸທທະເຈົ້າພຣະອົງຄ໌ນັ້ນ … ຂໍນອບນ້ອມແດ່ພຣະຜູ້ມີພຣະພາຄອະຣະຫັນຕະສັມມາສັມພຸທທະເຈົ້າພຣະອົງຄ໌ນັ້ນ …
ຫລັກຄວາມ ຈິງ ຂອງຊີວິຕທີ່ຕ້ອງເປັນໄປ
”ຕາມເຫຕຸ -ຕາມ ປັຈຈັຍ ”
ພຣະ ພຸທທະອົງຄ໌ ໄດ້ທຣົງ
(ອ່ານວ່າຊົງ) ສະແດງ ປະຕິຈຈະສມຸປະບາທ ອັນເປັນຫລັກຄວາມ ຈິງ ຂອງຊີວິຕມະນຸສຍ໌
(ອ່ານວ່າມະນຸດ)
ທີ່ຕ້ອງ ເກີດຂື້ນ ຕາມເຫຕຸ ປັຈຈັຍ
(ອ່ານວ່າປັດໃຈ) ເມື່ອມີເຫຕຸ ກໍຍ່ອມ ມີ ຜົລ ແລະ ຜົລ ຂອງເຫຕຸ ຢ່າງ ນຶ່ງ
ກໍ ຈະ ກາຍ ເປັນເຫຕຸຂອງອີກ ຢ່າງ ນຶ່ງ
ຕໍ່ ເນື່ອງກັນໄປ ປະຕິຈຈະສມຸປະບາທ ຈຶ່ງເປັນ ກົດທັມ ຊາຕິ ( Law of Nature)
ຫຼື ເປັນ ກົດ ແຫ່ງຄວາມເປັນສາເຫຕຸ (Causation Law)
ຂອງ ພຸທທະສາສນາ ທີ່ມີຢູ່ແລ້ວ
ກ່ອນ ການອຸບັຕຂື້ນ ຂອງ ພຣະພຸທທະເຈົ້າ ທັ້ງຫລາຍ ເປັນ ກົດ ທີ່ ຕາຍໂຕ ( ທັມມະນິຍາມ ຕາ) ແລະເປັນ ກົດ ທີ່ມີຢູ່ຕັ້ງຢູ່ຕາມ ທັມມະ ດາ ( ທັມ ຖິຕິ) ດັ່ງ ພຸທທະພົຈນ໌ ທີ່ພຣະ ອາຈາຣຍ໌ຜູ້ມີຄວາມຮູ້ໄດ້ແປ ຄວາມ ຫມາຍ ໄວ້ດັ່ງນີ້ “ ຕະຖາຄົຕ ທັ້ງຫລາຍຈະ ອຸບັຕຫຼືບໍ່ກໍ ຕາມ ທາຕຸນັ້ນຍັງຄົງມີຢູ່ເປັນ ທັມ ຖິຕິ ເປັນ ທັມນິຍາມ ຄື ຫລັກ ອິທັປປັຈຈະຢະຕາ ” ຄວາມລຶກຊຶ້ງຂອງ ປະຕິຈຈະສມຸປະບາທ ນີ້ ຍາກ ທີ່ ບຸຄຄົລ
(ອ່ານວ່າບຸກຄົນ) ທັ່ວ ໆ
ໄປຈະ ເຂົ້າ ໃຈໄດ້ ຢ່າງ ຊັດແຈ້ງ ພຣະອົງຄ໌ ທຣົງ
(ອ່ານວ່າຊົງ) ຄົ້ນພົບກົດ ນີ້ ແລະໄດ້ສັ່ງສອນໃຫ້ ບຸຄຄົລ
ໃຫ້ເຫັນແຈ້ງໃນທັມມ໌ນີ້ເພື່ອຈະໄດ້ ຮູ້ເທົ່າ ທັນໂລກ ແລະຊີວິຕ ບໍ່ຕົກ ເປັນທາສຂອງກິເລສຕັນຫາ
ຈິຕເປັນອິສະຣະຫລຸດ ພົ້ນ ຈາກຄວາມທຸກຂ໌ ຜູ້ທີ່ຈະເປັນ ພຣະພຸທທະເຈົ້າ ໄດ້ຈະຕ້ອງຕຣັສ "ມາຈາກຄຳວ່າ
ດຳ -ຣັສ ພ້ຽນເປັນ ຕຣັສ" ຮູ້ ໃນເຣື່ອງ ປະຕິຈຈະສມຸປະບາທ
ດັ່ງ ພຸທທະພົຈນ໌ ທີ່ພຣະ ອາຈາຣຍ໌ຜູ້ມີຄວາມຮູ້ ໄດ້ ແປ ຄວາມ ຫມາຍ ວ່າ “ ຜູ້ໃດເຫັນ ປະຕິຈຈະສມຸປະບາທ
ຜູ້ນັ້ນ ຍ່ອມ ເຫັນທັມມ໌ ຜູ້ໃດເຫັນທັມມ໌ ຜູ້ນັ້ນ ຍ່ອມ ເຫັນ ປະຕິຈຈະສມຸປະບາທ ” ແລະ “... ປະຕິຈຈະສມຸປະບາທ ນີ້ເປັນທັມມ໌ລຶກຊຶ້ງ ເພາະບໍ່ຮູ້ບໍ່ເຂົ້າ ໃຈ
ແທງ ຕະຫຼອດ ຫລັກທັມມ໌ຂໍ້ນີ້ແຫລະ
ຫມູ່ສັຕວ໌ຈຶ່ງວຸ່ນ ວາຍ ເຫມືອນເສັ້ນ ດ້າຍ ທີ່ຂອດກັນຢຸ່ງ ຈຶ່ງຄືເສ້ນ ດ້າຍ ທີ່ເປັນ ປົມ ຈຶ່ງເປັນເຫມືອນຫຍ້າມຸງ ກະຕ່າຍ
ແລະຫຍ້າ ປ້ອງ ຈຶ່ງຜ່ານ ອະບາຍ ທຸຄະຕິ ວິນິບາຕ ສັງສາຣະວັຕ ໄປ ບໍ່ ໄດ້ ” ໃນ ການອະທິບາຍ ປະຕິຈຈະສມຸປະບາທ ອາຈ ເຮັດ ໄດ້ 2 ວິທີ ຄື :
1. ສະແດງ ເປັນ ກາງ ໆ ບໍ່ ຣະບຸຫັວຂໍ້ ປັຈຈັຍ(ອ່ານວ່າປັດໃຈ)
“ ເມື່ອສິ່ງນີ້ມີ
ສິ່ງນີ້ຈຶ່ງມີ ເພາະ ສິ່ງນີ້ ເກີດຂື້ນ
ສິ່ງນີ້ຈຶ່ງ ເກີດຂື້ນ ” ຫຼື
“ ເມື່ອສິ່ງນີ້ ບໍ່ ມີ ສິ່ງນີ້ ກໍບໍ່ ມີ ເພາະ ສິ່ງນີ້ດັບໄປ ສິ່ງນີ້ ກໍ ດັບ ”
2. ສະແດງ ເຈາະ ຈົງ ຣະບຸຫັວຂໍ້ ປັຈຈັຍ(ອ່ານວ່າປັດໃຈ) ຕ່າງ ໆ
ຊຶ່ງ ເກີດ ຕິດ ຕໍ່ ກັນເປັນ ສາຍ ໃນ ຮອບ ນຶ່ງມີ 12 ອາ ການ ດັ່ງນີ້ ຄື :
ອະວິຊຊາ ( Ignorance) ຄື ຄວາມ ບໍ່ຮູ້ ຕາມຄວາມເປັນ ຈິງ ອັນໄດ້ແກ່
ຄວາມ ເຂົ້າ ໃຈວ່າ ການເກີດ ໃນສວຣຣຄ໌ ( ອ່ານວ່າສະຫວັນ)ເປັນ ຍອດ ແຫ່ງຄວາມສຸຂ ຄວາມ ເຂົ້າ ໃຈວ່າ ໂຕຕົນ ນີ້ຈະໄດ້ໄປ ເກີດ
ເປັນສິ່ງຕ່າງ ໆ ການເຂົ້າ ໃຈວ່າ ຕາຍ ແລ້ວ ສູນ ແລະຄວາມ ເຂົ້າ ໃຈວ່າຈະໄປນິພພານໄດ້ ດ້ວຍການ ບຳເພັນ ຕະບະເປັນ ຕົ້ນ
ສັງຂາຣ ( Volitional activities) ຄື ການປຸງ ແຕ່ງໃຫ້ ເກີດ ຫນ້າທີ່ທາງ ກາຍ ວາຈາ
ແລະໃຈ ແລະ ການສະແດງ ອອກຊຶ່ງເຈຕະນາເປັນ ການເຮັດ ຕ່າງ ໆ
ທັ້ງກຣຣມ(ອ່ານວ່າກັມ)ດີ ແນ່ ກຣຣມ ຊັ່ວ ແນ່ ຫຼື ເປັນ ກາງ ໆ
ທີ່ ເອິ້ນ ວ່າ ອາເນນ ຊາ ແນ່
ວິນຍານ ( Consciousness)
ຄື ການຮັບຮູ້ອາຣົມນ໌ ຕ່າງ ໆ
ໄດ້ແກ່ ການ ເຫັນ ການ ໄດ້ ຍີນ ໄດ້ກລິ່ນ ຮູ້ຣົສ ຮູ້ ສັມຜັສ ແລະ ຮູ້ອາຣົມນ໌ ທີ່ມີໃນໃຈ
ນາມຣູປ ( mind and matter ) ນາມໄດ້ແກ່ ເວທະນາ ສັນຍາ ເຈຕນາ
ຜັສສະ ມະນະສິ ກາ ລ ຫຼື ຕາມແບບ ອະພິ ທັມມ໌ ໄດ້ແກ່ ເວທະນາ ຂັນທ໌ ສັນຍາ ຂັນທ໌ ສັງຂາຣະຂັນທ໌
ສ່ວນຣູປ ໄດ້ແກ່ ມະຫາພູຕະຣູປ 4 ( ທາຕຸດິນ
ທາຕຸນ້ຳ ທາຕຸລົມ ທາຕຸໄຟ) ແລະອຸປາທາຢະຣູປ 4 ( ຣູປ ອາສັຍຫຼື ຣູປທີ່ສືບເນື່ອງມາຈາກມະຫາພູຕະຣູປ)
ມີຕາ ຫູ ດັງ ລິ້ນ ກາຍ ຣູປ ສຽງ ກລິ່ນ ຣົສ ( ໂຜຕຖັພພະ ບໍ່ ນັບ ເພາະຕົງ ກັນກັບທາຕຸດິນ ທາຕຸໄຟ
ແລະທາຕຸລົມ) ຄວາມເປັນຫຍິງ
ຄວາມເປັນ ຊາຍ ທີ່ຕັ້ງຂອງຈິຕ ( ຫະທັຢະວັຕຖຸ) ການສະແດງ ໃຫ້ ຮູ້ ຄວາມ ຫມາຍດ້ວຍກາຍ ( ກາຍ ວິນຍັຕິ ) ການສະແດງ ໃຫ້ ຮູ້ ຄວາມ ຫມາຍດ້ວຍ ວາຈາ ( ວະຈີວິນຍັຕິ)
ຊີວິຕິນທຣີຢ໌ ( ອ່ານວ່າຊີວິດຕິນ ຊີນ) ຊ່ອງວ່າງ
ຄວາມ ເບົາ ຂອງຣູປ ຄວາມອ່ອນຫຢຸ່ນຂອງຣູປ
ພາວະທີ່ ຄວນ ແກ່ ການ ງານຂອງ ຣູປ
ຄວາມ ຈະເຣີນຫຼື ຄວາມ ຂະຍາຍໂຕ ຂອງຣູປ ການ ສືບ ຕໍ່ ຂອງຣູປ ຄວາມເສື່ອມ ໂຕ ( ຊະຣາ ) ຄວາມ ສະຫຼາຍໂຕ ( ອະນິຈຈະຕາ)
ແລະອາຫາຣ ຮ່ວມຄວາມແລ້ວ
ນາມຣູປ ຄື ຄວາມມີຢູ່ຂອງ
ຣູປທັມມ໌ແລະນາມທັມມ໌ໃນຄວາມ ຮັບຮູ້ ຂອງ ບຸຄຄົລ(ອ່ານວ່າບຸກຄົນ) ເປັນພາວະຣ່າງ ກາຍ ແລະຈິຕ ໃຈທຸກສ່ວນຢູ່ໃນ ສະພາບ ສອດ ຄ້ອງ ແລະ ປະຕິບັຕ ຫນ້າທີ່ເພື່ອຕອບ ສະໜອງ ໃນແນວທາງຂອງ ວິນຍານ ທີ່ ເກີດຂື້ນ ນັ້ນ
ສະຫຼາຍະ ຕະນະ ( the six sense-bases
) ໄດ້ແກ່ ອາຍະຕະນະ 6 ມີ ຕາ ຫູ ດັງ ລິ້ນ ກາຍ ໃຈ
ຜັສສະ ( contact ) ຄື ການ ເຊື່ອມ ຕໍ່ ຄວາມ ຮູ້ ກັບໂລກ ພາຍ ນອກ ເກີດ ຈາກ ອາຍະຕະນະພາຍ ໃນ ອາຍະຕະນະພາຍ ນອກແລະ ວິນຍານ ເຮັດ ງານຣ່ວມກັນ
ເວທະນາ ( feeling ) ຄື ຄວາມ ຮູ້ ສຶກ ຫຼືການສະເວີຍອາຣົມນ໌ ທີ່ຈະຕ້ອງ ເກີດຂື້ນ ໃນຣູປໃດຣູປນຶ່ງ ມີສຸຂ ເວທະນາ ທຸກຂະ ເວທະນາ ແລະອະທຸກຂະມະສຸຂເວທະນາ
(ສື່ ໆ ບໍ່ ສຸຂ ບໍ່ ທຸກຂ໌)
ຕັນຫາ ( craving ) ຄື ຄວາມ ຍາກ ມີ 6 ຄື ຣູປຕັນຫາ
ສັທທະຕັນຫາ (ຕັນຫາໃນ ສຽງ ) ຄັນທະຕັນຫາ
(ໃນກລິ່ນ) ຣັສະ ຕັນຫາ ( ໃນ ຣົສ ) ໂຜດຖັພພະຕັນຫາ
(ໃນສັມຜັສທາງ ກາຍ ) ທັມມະຕັນຫາ
(ໃນ ທັມມ າຣົມນ໌)
ແຕ່ຖ້າແບ່ງ ໂດຍ ອາ ການ ມີ 3 ຄື ກາມຕັນຫາ ພະວະຕັນຫາ
ແລະວິພາວະຕັນຫາ
ອຸປາທານ ( attachment ) ຄື ຄວາມຍຶດຕິດ
ມີ 4 ຄື ກາມຸປາທານ ທິດຖຸປາທານ
ສີສັພພຕຸປາທານ ແລະອັຕຕະວາທຸປາທານ
ພົພ ( ອ່ານວ່າພົບ) ( becoming ) ຄື ພາວະແຫ່ງຊີວິຕສຳຫຼັບ ໂຕຕົນຫຼືໂຕຕົນ ທີ່ຈະມີເປັນໃນຣູປ ໃດຣູປນຶ່ງ ໂດຍ ສອດ ຄ້ອງ ກັບອຸປາທານແລະພຶຕິກຣຣມ(ອ່ານວ່າພຶດ -ຕິ -ກັມ)ນັ້ນ ໆ ມີ 3 ຄື ກາມ ພົພ
ຣູປ ພົພ ອະຣູປ ພົພ
ຊາຕິ ( birth ) ຄື ການເກີດ ຕະຫນັກໃນ ໂຕຕົນ ຫຼືການ ປຣາກົຕແຫ່ງຂັນທ໌ທັ້ງຫລາຍ
ຊະຣາ ມໍຣະນະ ( decay and death
) ໄດ້ແກ່ ຄວາມແກ່ແລະຄວາມ ຕາຍຫຼື ຄວາມສຳນຶກໃນ ຄວາມຂາດ ຫຼືພາກ ແຫ່ງ ໂຕຕົນ ຈາກພາວະຊີວິຕນັ້ນ ຈຶ່ງ ເກີດ ໂສກະ ປະຣິເທວະ ທຸກຂ໌ ໂທມະນັສ ອຸປາຢາສະ ຕິດຕາມມາ
ນອກຈາກນີ້ໃນ ການອະທິບາຍ ປະຕິຈຈະສມຸປະບາທ ນັ້ນຍັງ ອະທິບາຍ
ໄດ້ ໂດຍ ແບ່ງອອກເປັນ 2 ກະ ບວນ ການ ຄື
1. ປະຕິຈຈະສມຸປະບາທ
ທີ່ ສະແດງກະ ບວນ ການເກີດ ເອິ້ນ ວ່າ ສະມຸທັຍະ ວາຣະ
2. ປະຕິຈຈະສມຸປະບາທ
ທີ່ ສະແດງກະ ບວນ ການ ດັບ ເອິ້ນ ວ່າ ນິໂຣທະ ວາຣະ
ພຣະ ພຸທທະອົງຄ໌ ທຣົງຕຣັສທັ້ງຄວາມ ເກີດ ແລະຄວາມດັບໄປ ພ້ອມ ກັນ ໂດຍ ເຣິ່ມຈາກ ອະວິຊຊາເຮັດ ໃຫ້ ເກີດ ສັງຂາຣ ໄປຈົນ ວ່າເຖິ່ງ ເວທະນາເຮັດ ໃຫ້ ເກີດ ຕັນຫາ ພໍເຖິ່ງ ຕັນຫາມີ ສະຕິເກີດຂື້ນບໍ່ປ່ອຍ ໄປຕາມ ກະ ແສຂອງ ປະຕິຈຈະສມຸປະບາທ
ຈຶ່ງ ສາມາດ ດັບຕັນຫາໄດ້ ອຸປາທານ ກໍ ດັບ ພົພ ດັບ ຊາຕິດັບ ຊະຣາມໍຣະນະ ໂສກະ ປະຣິເທວະ ດັບກັນໄປ ຕະຫຼອດສາຍ
ນອກຈາກ
ຫລັກຄຳສອນໃນເຣື່ອງ ອະຣິຍະສັຈ 4 ແລະ ປະຕິຈຈະສມຸປະບາທ ແລ້ວຍັງມີຫລັກຄຳສອນອີກ ເຣື່ອງທີ່ສັມພັນທ໌ກັບ ປະຕິຈຈະສມຸປະບາທ ຄື ຫລັກກຣຣມ
( ອ່ານວ່າກັມ) ອັນເປັນເຣື່ອງທີ່ມີຜູ້ ກ່າວເຖິ່ງ
ແລະຕີຄວາມກັນຫລາກຫລາຍອອກໄປ ແຕ່ທັ້ງ ຫມົດ ນີ້ ກໍ ເພື່ອ ສະແດງ ໃຫ້ເຫັນ ເຖິ່ງ ຄວາມເປັນເຫຕຸ ຜົລ ຂອງ ກົດທັມ ມະຊາຕິ ທີ່ມີຢູ່ເຫນືອສັພຊີວິຕ
ທ່ານອາຈາຣຍ໌ສະຖຽນ
ໂພທິນັນທະ ເປັນບຸຄຄົລທີ່ຂ້າພະເຈົ້າໄດ້ຕິດຕາມກາຣສຶກສາແລະກາຣເຜີຍແພ່ທັມມະຂອງທ່ານ
ເຫັນວ່າທ່ານສະແດງໄດ້ພິສະດາຣ
ເໝາະສຳຫຼັບຄົນທີ່ຄວາມຮູ້ໃນທາງວິຊາກາຣ ຈຶ່ງໄດ້ນຳບົທຄວາມກາຣສະແດງທັມມ໌
ຂອງທ່ານມາໃຫ້ຟັງກັນ
ຫວັງວ່າຄົງໃຫ້ປະໂຍຊນ໌ພໍສົມຄວຣ
1. ປະຕິຈຈະສມຸປະບາທ
2. ປະຕິຈຈະສມຸປະບາທ
3. ປະຕິຈຈະສມຸປະບາທ
4. ປະຕິຈຈະສມຸປະບາທ
ປະຕິຈຈະສະມຸປະບາທ ຕອນທີ່ນຶ່ງ
ໂດຍ: ອາຈາຣຍ໌ ສະຖຽນ ໂພທິນັນທະ
ປະຕິຈຈະສະມຸປະບາທ
ຕອນທີ່ສອງ ໂດຍ: ອາຈາຣຍ໌
ສະຖຽນ ໂພທິນັນທະ
ປະຕິຈຈະສະມຸປະບາທ
ຕອນທີ່ສາມ ໂດຍ: ອາຈາຣຍ໌
ສະຖຽນ ໂພທິນັນທະ
ປະຕິຈຈະສະມຸປະບາທ
ຕອນທີ່ສີ່ ໂດຍ: ອາຈາຣຍ໌
ສະຖຽນ ໂພທິນັນທະ
……… ດ້ວຍຄວາມປຣາ ຣະ ຖ ະ ນາດີ ຂໍໃຫ້ຈະເຣີນຍ໌ໃນ ທັມມ໌ … ໄພທູຣຍ໌ ອິນທະວົງສ໌
ຂໍອະນຸໂມທະນາ