Welcome to Lao Buddhavong...Laodhamma

Samatha and Vipassana

Home
Morning Chanting
Evening Chanting
Abhidhamma 7 Khampi
Video Abhidhamma
Samatha and Vipassana
To read this page click here!
Contact Me
Doing Time Doing Vipassana
Doing Time Doing Vipassana
Dhamma-Nature Video
Patijasamupabath "The Law of Causation"
Lao!
Soud Mon (Audio)
Sibsong Tamnan

Enter subhead content here

ຂໍນອບນ້ອມແດ່ພຣະຜູ້ມີພຣະພາຄອະຣະຫັນຕະສັມມາສັມພຸທທະເຈົ້າພຣະອົງຄ໌ນັ້ນ… ຂໍນອບນ້ອມແດ່ພຣະຜູ້ມີພຣະພາຄອະຣະຫັນຕະສັມມາສັມພຸທທະເຈົ້າພຣະອົງຄ໌ນັ້ນ…

ຂໍນອບນ້ອມແດ່ພຣະຜູ້ມີພຣະພາຄອະຣະຫັນຕະສັມມາສັມພຸທທະເຈົ້າພຣະອົງຄ໌ນັ້ນ…

 
 

ກັມມັຕຖານມີ ປະກາຣ

 

ພາເວຕພພາ ປຸນປປຸນໍ ວທເທຕພພາຕິ ພາວນາ

ທັມມະຊາຕໃດອັນບຸຄຄົລພຶງອົບຣົມໃຫ້ຈະເຣີນຍ໌ ທັມມະຊາຕນັ້ນຊື່ວ່າ ພາວະນາ

1.      ກິເລເສ ສເມຕີຕິ ສມໂຖ

ອັນວ່າ ເອກັຄຄະຕາເຈຕສິກ ສະມາທິໃດ ຍັງກິເລສທັ້ງຫຼາຍໃຫ້ສະຫງົບ ເພາະເຫຕຸ(ຄຳນີ້ອ່ານວ່າເຫດ)ດັ່ງນັ້ນ ອັນວ່າເອກັຄຄະຕາເຈຕສິກ ສະມາທິນັ້ນ ຊື່ວ່າ ສະມະຖະ

2.      ຂນທາທິສງຂຕທມເມ ອນິຈຈາທິວິວິທາກາເຣນ ປຕີຕິ ວິປສສນາ

ອັນວ່າ ປັນຍ໌ຍາ ຣູ້ດ້ວຍປະກາຣໃດ ຍອ່ມເຫັນສັງຂະຕະທັມມ໌ ມີຂັນທ໌ເປັນຕົ້ນ ດ້ວຍອາກາຣຕ່າງ ໆ ມີຄວາມບໍ່ທ່ຽງເປັນຕົ້ນ ອັນວ່າ ປັນຍ໌ຍານັ້ນ ຊື່ວ່າ ວິປັສສະນາ

ຂໍອະທິບາຍພາວະນາ ໒ ປະກາຣ ຄື ສະມະຖະກັມມັຕຖານ ແລະ ວິປັສສະນາກັມມັຕຖານ ຕາມລຳດັບ

ສະມະຖະກັມມັຕຖານ

ເຢນເຢນຸປເກລສາປິ

ສມນຕິ ວູປສມນຕິ ຫິ

ໂສ ໂສ ວູປສໂມປາໂຢ

ສມໂຖຕິ ປວຸຈຈຕິ ຯ

ແມ້ອຸປະກິເລສທັ້ງຫຼາຍ ຍອ່ມສະຫງົບຣະງັບດ້ວຍອຸບາຍໃດ ໆ ອຸບາຍອັນເປັນເຄື່ອງສະຫງົບຣະງັບນັ້ນ ໆ ທ່ານເອິ້ນວ່າ ສະມະຖະ ມີຄວາມໝາຍວ່າ ຖ້າມີອຸບາຍຫຼືວິທີກາຣໃດ ໆ ທີ່ເຮັດໃຫ້ອຸປະກິເລສ ອັນເປັນເຄື່ອງເສົ້າຫມອງແລະຮ້ອນຮົ່ນ ຊຶ່ງມີແຕ່ຈະໃຫ້ໂທສນັ້ນ ສະຫງົບຣະງັບລົງໄປໄດ້ ອຸບາຍຫຼືວິທີກາຣຢ່າງນັ້ນ ໆ ເອິ້ນວ່າ ສະມະຖະ ເວົ້າອີກນັຍນຶ່ງກໍວ່າ ສະມະຖະ ຄື ກາຣທຳໃຫ້ຈິຕສະຫງົບຣະງັບຈາກກິເລສເຄື່ອງເສົ້າຫມອງຮ້ອນຮົ່ນທັ້ງຫຼາຍ ຈົນຈິຕໃຈບໍ່ມີອາກາຣດິ້ນຣົນ ບໍ່ກະສັບກະສ່າຍຕະຫຼອດເວລາທີ່ກິເລສເຫຼົ່ານັ້ນສະຫງົບຣະງັບຢູ່ ອຸບາຍຫຼືວິທີກາຣນັ້ນກໍໄດ້ແກ່ ກາຣຈະເຣີນຍ໌ກັມມັຕຖານ ກາຣເພັ່ງກັມມັຕຖານ ຄື ຫນ່ວງເອົາກັມມັຕຖານມາເປັນອາຣົມນ໌ສຳຫຼັບເພັ່ງ ຊຶ່ງສະມະຖະກັມມັຕຖານນັ້ນ ມີຈຳນວນຖຶງ ໔໐ ຈັດໄດ້ເປັນ ໗ ຫມວດ

ດັ່ງຄາຖາ ສະແດງວ່າ

ກສິນາສຸພານຸສສະຕິ

ທສທາ ທສທາ ຖິຕາ

ຈຕສໂສ ອປມຍຍາໂຢ

ສຍເຍກາຫາຣ ນິສສິຕາ ຯ

ກະສິນ ອະສຸພະ ອະນຸສສະຕິ ຕັ້ງຢູ່ແລ້ວໂດຍປະເພທຢ່າງລະ ໑໐ ຢ່າງລະ ໑໐, ອັປປະມັນຍ໌ຍາ ໔, ສັນຍ໌ຍາທີ່ອາສັຍ ອາຫາຣເປັນອາຣົມນ໌ ໑

ເອກຍວວຕຖານມປິ

ອຣູປາ ຈຕຸໂຣ ອິຕິ

ສຕຕທາ ສມຖກ

ຖານສ ຕາວ ສງຄໂຫ ຯ

ແມ້ກາຣເພັ່ງທາຕຸ ໑, ອະຣູປ ໔ ນັ້ນ (ກໍນັບນຳ) ຮ່ວມສະມະຖະກັມມັຕຖານເປັນ ໗ ຫມວດ (ຈຳນວນ ໔໐) ດັ່ງເວົ້າມານີ້ ມີຄວາມໝາຍວ່າ ໃນກາຣຈະເຣີນຍ໌ສະມະຖະພາວະນານັ້ນ ມີອາຣົມນ໌ສຳຫຼັບເພັ່ງ ທີ່ເອິ້ນວ່າ ສະມະຖະກັມມັຕຖານ ຮ່ວມ ໗ ຫມວດ ເປັນກັມມັຕຖານ ໔໐ ຄື

ຫມວດທີ່ ໑ ກະສິນ ໑໐ ກັມມັຕຖານວ່າດ້ວຍ ທັ້ງປວງ

ຫມວດທີ່ ໒ ອະສຸພະ ໑໐ ກັມມັຕຖານວ່າດ້ວຍ ບໍ່ງາມ

ຫມວດທີ່ ໓ ອະນຸສສະຕິ ໑໐ ກັມມັຕຖານວ່າດ້ວຍ ຕາມຣະລຶກ

ຫມວດທີ່ ໔ ອັປປະມັນຍ໌ຍາ ໔ ກັມມັຕຖານວ່າດ້ວຍ ແຜ່ໄປບໍ່ມີປະມານ

ຫມວດທີ່ ໕ ອາຫາເຣປະຕິກູລສັນຍ໌ຍາ ໑ ກັມມັຕຖານວ່າດ້ວຍ ໝາຍຣູ້ຄວາມປະຕິກູລໃນອາຫາຣ

ຫມວດທີ່ ໖ ຈະຕຸທາຕຸວະວັຕຖານະ ໑ ກັມມັຕຖານວ່າດ້ວຍ ກຳໜົດທາຕຸ(ອ່ານວ່າ ທາ-ຕຸ, ຫຼື ທາຕກໍໄດ້)ທັ້ງ ໔

ຫມວດທີ່ ໗ ອະຣູປ ໔ ກັມມັຕຖານວ່າດ້ວຍ ອະຣູປກັມມັຕຖານ

 

ອານິສົງສ໌ຂອງສະມາທິ ອານິສົງສ໌ຂອງສະມາທິນັ້ນມີ ໕ ປະກາຣ ຄື

 

໑. ທຳໃຫ້ເຂ້າສະມາບັຕິໄດ້ ເພື່ອເປັນສຸຂໃນພົພປັຈຈຸບັນ

໒. ທຳໃຫ້ເກີດວິປັສສະນາ

໓. ທຳໃຫ້ເກີດໂລກີຢະອພິນຍ໌ຍາ ໕ ປະກາຣ

໔. ທຳໃຫ້ເກີດເປັນພຣົຫມ(ອ່ານວ່າພົມ)

໕. ທຳໃຫ້ເຂ້ານິໂຣທສະມາບັຕິໄດ້

ວິປັສສະນາກັມມັຕຖານ

ວິປັສສະນາກັມມັຕຖານ ແປວ່າ ອາຣົມນ໌ອັນເປັນທີ່ຕັ້ງແຫ່ງກາຣງານທາງໃຈທີ່ຈະໃຫ້ເຫັນແຈ້ງ ຊຶ່ງມີຄວາມຫມາຍວ່າ ໃຫ້ເຫັນແຈ້ງ ຣູປ-ນາມ ໃຫ້ເຫັນແຈ້ງ ໄຕຣລັກສນ໌ ໃຫ້ເຫັນແຈ້ງ ອະຣິຍະສັຈຈ໌ ໃຫ້ເຫັນແຈ້ງ ມັຄຄ໌ ຜົລ ນິພພານ ດັ່ງນັ້ນຈະເຫັນໄດ້ວ່າຕ່າງກັບ ສະມະຖະກັມມັຕຖານ ທີ່ໄດ້ເວົ້າມາຂ້າງຕົ້ນນັ້ນ ເພາະສະມະຖະກັມມັຕຖານເປັນພຽງອາຣົມນ໌ອັນເປັນທີ່ຕັ້ງແຫ່ງກາຣງານທາງໃຈ ທີ່ຈະໃຫ້ເກີດຄວາມສະຫງົບ ແຕ່ຢ່າງດຽວເທົ່ານັ້ນ ບໍ່ເຖິ່ງກັບໃຫ້ເກີດປັນຍ໌ຍາເຫັນແຈ້ງ ດັ່ງທີ່ເວົ້ານີ້ ບາງເທື່ອກໍເວົ້າສັ້ນ ໆ ວ່າ ສມຖະເປັນອຸບາຍສະຫງົບໃຈ ວິປັສສະນາເປັນອຸບາຍເຣືອງປັນຍ໌ຍາ

ມີຄາຖາທີ່ ໑ ທີ່ ໒ ທີ່ ໓ ເຣິ່ມຕົ້ນເວົ້າເຖິ່ງ ວິປັສສະນາກັມມັຕຖານວ່າ

໑. ວິປສສນາ ກມມຕຖາເນ

ນໂຢ ປນ ວິຊຊານໂຢ

ອາທິມຫິ ສີລວິສຸທທິ

ຕໂຕ ຈິຕຕວິສຸທທິ ຈ ຯ

 

໒. ຕໂຕ ຕຸ ທິຕຖິວິສຸທທິ

ກງຂາວິຕຣນາປິ ຈ

ຕໂຕ ປຣໍ ມຄຄາມຄ

ຍານທສສນນາມິກາ ຯ

໓. ຕຖາ ປຕິປທາຍານ

ທສສນາ ຍານທນາ

ອິຈຈານຸກກມໂຕ ວຸຕຕາ

ສຕຕ ໂຫນຕິ ວິສຸທທິໂຢ ຯ

 

ຕາມນັຍແຫ່ງວິປັສສະນາກັມມັຕຖານ ເພື່ອໃຫ້ເກີດປັນຍ໌ຍາເຫັນແຈ້ງນັ້ນ ຄວຣຮູ້ວ່າ ໃນເບື້ອງຕົ້ນພຣະພຸທທະອົງຄ໌ໄດ້ຕຣັສ ສີລວິສຸທທິ ຕໍ່ຈາກນັ້ນຕຣັສ ຈິຕຕະວິສຸທທິ ທິຕຖິວິສຸທທິ ກັງຂາວິຕະຣະນະວິສຸທທິ ມັຄຄາມັຄຄະຍານທັສສະນະວິສຸທທິ ປະຕິປະທາຍານະທັສສະນະວິສຸທທິ ແລະຍານທັສສະນະວິສຸທທິ ຮ່ວມວິສຸທທິ ໗ ປະກາຣ ທີ່ສົມເດັຈພຣະຜູ້ມີພຣະພາຄເຈົ້າຕຣັສແລ້ວໂດຍລຳດັບສະນີ້

ຫວັງວ່າຄົງເປັນປະໂຍຊນ໌ເກືອກູລຕໍ່ທ່ານ ແລະທ່ານຜູ້ອ່ານບໍ່ຫຼາຍກໍຫນ້ອຍ ທ້າຍນີ້ຫວັງວ່າທ່ານຜູ້ຮູ້ທັງຫຼາຍຄົງຈະມີຄວາມກະຣຸນາຈີ້ແນະຫາກມີກາຣຜິດພາດປະກາຣໃດ ຂໍ້ມູລນີ້ມາຈາກຕຳຣາ ອະພິທັມມ໌ມັຕຖະສັງຄະຫະຣັຈນາໂດຍ ພຣະອະນຸຣຸທະທາຈາຣຍ໌ ເປັນຊາວເມືອງກາວິລກັນຍ໌ຈິ ໃນແຄວ້ນມັທທະຣາຊ ຢູ່ທາງພາຄໃຕ້ຂອງປະເທສອິນເດັຽ ສະມັຍ 900 ປີ ຫລັງຈາກສົມເດັຈພຣະຜູ້ມີພຣະພາຄເຈົ້າສະເດັຈດັບຂັນທະປະຣິນິພພານ

 

ຂໍໃຫ້ເບິ່ງວິດີໂອເພິ່ມເຕິມ

 
ສະມະຖະ ກັບ ວິປັສສະນາ
 
 


………ດ້ວຍຄວາມປຣາຣະຖະນາດີ ຂໍໃຫ້ຈະເຣີນໃນທັມມ໌ໄພທູຣຍ໌ ອິນທະວົງສ໌

ຂໍອະນຸໂມທະນາ

 

………………ຂໍເຖິ່ງພຣະຣັຕະນະຕຣັຍເປັນທີ່ເພິ່ງອັນອຸດົມຕະຫຼອດໄປ ! ! ! ! ! !………………

 

ehead.jpg

Enter supporting content here