Welcome to Lao Buddhavong...Laodhamma

Bali













Home Morning Chanting Evening Chanting Abhidhamma 7 Khampi Video Abhidhamma Samatha and Vipassana To read this page click here! Contact Me Doing Time Doing Vipassana Doing Time Doing Vipassana Dhamma-Nature Video Patijasamupabath "The Law of Causation" Lao! Soud Mon (Audio) Sibsong Tamnan




















... ນະໂມ ຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາ ສັມພຸທທັສສະ ຯ

... ນະໂມ ຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາ ສັມພຸທທັສສະ ຯ

... ນະໂມ ຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາ ສັມພຸທທັສສະ ຯ

 

 

ຄວາມເປັນມາຂອງພາສາບາລີ

 

ໃນພຣະພຸທທະສາສນາພຣະພຸທທະເຈົ້າຊົງວາງແຜນກາຣສຶກສາໄວ້ເປັນ ຂັ້ນ ຄື:

 

[    ຂັ້ນປະຣິຍັຕິ

[    ຂັ້ນປະຕິບັຕິ

[    ຂັ້ນປະຕິເວທ

 

ຂັ້ນປະຣິຍັຕິ ໄດ້ແກ່ ກາຣສຶກສາທາງທຣຶສະດີຄື ກາຣສຶກສາພຣະທັມມະວິນັຍໃຫ້ມີຄວາມຣູ້ ເປັນພື້ນຖານໂດຍແຈ່ມແຈ້ງເສ້ຽກ່ອນວ່າ ຄຳສອນຂອງສົມເດັຈພຣະສັມມາສັມພຸທທະເຈົ້າມີ ຫຍັງແດ່ ຖ້າຈະນຳມາປະຕິບັຕິຈະເຮັດແນວໃດ ແລະເມື່ອປະຕິບັຕິແລ້ວຈະໄດ້ຜົລຢ່າງໃດ

ຂັ້ນປະຕິບັຕິ ຄືກາຣນຳເອົາພຣະທັມມະວິນັຍມາປະຕິບັຕິດ້ວຍກາຍ ວາຈາ ໃຈ ແລະ ຂັ້ນປະຕິເວທ ເປັນຂັ້ນທີ່ສະແດງເຖິ່ງຜົລຂອງກາຣປະຕິບັຕິຕາມພຣະທັມຄຳສັ່ງສອນຂອງ ພຣະສັມມາສັມພຸທທະເຈົ້າ

ຜູ້ທີ່ເຂົ້າມາສຶກສາພຣະປະຣິຍັຕິທັມນີ້ ສ່ວນໃຫຍ່ເປັນພຣະພິກສຸສາມະເນຣຜູ້ມີສັທທາ ທີ່ໄດ້ເຂົ້າມາບັພຊາອຸປະສົມບົທໃນພຣະພຸທທະສາສນາ ບຸຄຄົລທີ່ເຂົ້າມາບວຊໃນພຣະພຸທທະ ສາສນາແລ້ວມີພາຣະກິຈທີ່ຕ້ອງເຮັດສອງປະກາຣ ຄື:

 

[    ປະກາຣທຳອິດ ໄດ້ແກ່ ຄັນຖະທຸຣະ ກາຣສຶກສາພຣະທັມມະວິນັຍຊຶ່ງ ພຣະພຸທທະເຈົ້າໄດ້ຊົງສັ່ງສອນໄວ້ ກາຣສຶກສາຊະນິດນີ້ເນ້ນພາຄທຣຶສະດີ

[    ປະກາຣທີ່ສອງ ຄື ວິປັສສະນາທຸຣະ ກາຣຮຽນພຣະກັມຖານໂດຍເນ້ນ ລົງໄປທີ່ກາຣປະຕິບັຕິທາງກາຍວາຈາແລະໃຈ

 

ສຳຫຼັບກາຣສຶກສາທີ່ເອິ້ນວ່າ ຄັນຖະທຸຣະນັ້ນ ໃນສະມັຍທີ່ພຣະພຸທທະເຈົ້າຍັງຊົງ ພຣະຊົນມ໌ຢູ່ນັ້ນ ພຣະພຸທທະເຈົ້າຊົງສັ່ງສອນສາວົກເປັນປະຈຳທຸກວັນດ້ວຍກາຣສະແດງ ພຣະທັມມະເທສະນາ ຄຳສັ່ງສອນທີ່ພຣະພຸທທະເຈົ້າຊົງສະແດງນັ້ນ ຊົງສະແດງດ້ວຍພຣະໂອຖຕາມ ທີ່ພຣະອົງຄ໌ຈະຊົງໂປດປະທານພຣະສັທທັມເທສະນາແກ່ພຸທທະບໍຣິສັທຊຶ່ງມີເປັນປະຈຳທຸກວັນ ຜູ້ທີ່ຟັງກໍມີທັ້ງພຣະພິກສຸສົງຄ໌ແລະຄະຣຶຫັສຖ໌ ສຳຫຼັບພຣະພິກສຸສົງຄ໌ນັ້ນ ເມື່ອໄດ້ຟັງ ພຣະສັທທັມເທສະນາຂອງພຣະພຸທທະເຈົ້າແລ້ວກໍນຳມາຖ່າຍທອດແກ່ສັທທິວິຫາຣິກແລະ ອັນເຕວາສິກຕໍ່ກັນໄປ ກາຣສຶກສາຄຳສອນຂອງພຣະພຸທທະເຈົ້ານີ້ເອິ້ນວ່າ ຄັນຖະທຸຣະ ຫຼືກາຣສຶກສາພຣະປະຣິຍັຕິທັມ ຊຶ່ງມີ ປະກາຣ ເອິ້ນວ່າ ນະວັງຄະສັຕຖຸສາສນ໌ແປວ່າ ຄຳສອນຂອງພຣະສາສດາມີອົງຄ໌ເກົ້າ ເຊິ່ງໄດ້ແກ່:

 

1.      ສຸຕຕະ

2.      ເຄີຍຢະ

3.      ເວີຍຢາກະຣະນະ

4.      ຄາຖາ

5.      ອຸທານ

6.      ອິຕິວຸຕຕະກະ

7.      ຊາດົກ

8.      ອັພພູຕທັມ

9.      ແລະເວທັລລະ

 

ພຣະປະຣິຍັຕິທັມ ຫຼື ນະວັງຄະສັຕຖຸສາສນ໌ນີ້ ພຣະພຸທທະເຈົ້າຊົງສະແດງດ້ວຍພາສາບາລີ ເພາະໃນສະມັຍນັ້ນ ປະເທສອິນເດັຽມີພາສາຫລັກຢູ່ ຕະກູລ ຄື ພາສາປຣາກຣຶຕ ແລະ ພາສາສັນສະກຣຶຕ ພາສາປຣາກະຣຶຕແບ່ງອອກເປັນ ພາສາ ຄື:

 

1.      ພາສາມາຄທີ ພາສາທີ່ໃຊ້ເວົ້າກັນຢູ່ໃນແຄວ້ນມະຄົທ

2.      ພາສາມະຫາຣາສະດຣີ ພາສາທີ່ໃຊ້ເວົ້າກັນຢູ່ໃນແຄວ້ນມະຫາຣາສກະດົຣ

3.      ພາສາອັຖມາຄະທີ ພາສາເຄິ່ງມາຄະທີ ເອິ້ນອີກຢ່າງນຶ່ງວ່າ ພາສາອາຣະສະປຣາກຣຶຕ

4.      ພາສາເສົາຣະນີ ພາສາທີ່ໃຊ້ເວົ້າກັນຢູ່ໃນແຄວ້ນສູຣະເສນ

5.      ພາສາໄປສາຈີ ພາສີປີສາຈ ຫຼືພາສາຊັ້ນຕ່ຳ ແລະ

6.      ພາສາອະປະພຣັງສະ ພາສາປຣາກຣຶຕຣຸ່ນຫລັງທີ່ໄວຍາກອຣນ໌ໄດ້ປ່ຽນໄປເກືອບໝົດແລ້ວ

 

ພາສາມາຄະທີ ຫຼື ພາສາມະຄົທ ເປັນພາສາທີ່ພຣະພຸທທະເຈົ້າຊົງໃຊ້ສັ່ງສອນປະຊາຊົນ ພາຍຫລັງມາພຣະພຸທທະສາສນາໄດ້ມາຈະເຣີນແພ່ຫລາຍທີ່ປະເທສສີລັງກາ ພາສາມາຄະທີ ໄດ້ຖູກນັກປຣາຊຍ໌ແກ້ໄຂດັດແປງຮູປແບບໄວຍາກອຣນ໌ໃຫ້ກະທັດຣັດຍິ່ງຂຶ້ນຈຶ່ງມີຊື່ໃຫມ່ວ່າປາລີຫຼື ພາສາບາລີ ເປັນພາສາຈາຣຶກພຣະໄຕຣປິດົກດັ່ງທີ່ເຮົາເຫັນຢູ່ໃນປັຈຈຸບັນ

 

ຄຳວ່າ ບາລີ ມາຈາກຄຳວ່າ ປາລີ ຊຶ່ງວິເຄາະຫ໌ມາຈາກ ປາລ ທາຕຸ ໃນຄວາມຮັກສາ ລົງ ນີ ປັຈຈັຍ ທີ່ເນື່ອງດ້ວຍ ລົບ ຖິ້ມເສັຽ ມີຮູປວິເຄາະຫ໌ວ່າ ພຸທທະວະຈະນັງ ປາເລຕີຕິ ປາລີ ແປໂດຍພະຍັນຊະນະວ່າ ພາສາໃດຍ່ອມຮັກສາໄວ້ຊຶ່ງພຣະພຸທທະວະຈະນະ ເພາະເຫຕຸນັ້ນພາສາ ນັ້ນຊື່ວ່າ ປາລີ ແປໂດຍອັຖວ່າ ພາສາທີ່ຮັກສາໄວ້ຊຶ່ງພຣະພຸທທະວະຈະນະ ຄຳສັ່ງສອນຂອງ ພຣະພຸທທະເຈົ້າທ່ານຈາຣຶກໄວ້ໃນຄັມພີຣ໌ຕ່າງໆ ດ້ວຍພາສາບາລີຊຶ່ງສາມາຖແບ່ງລຳດັບຊັ້ນ ຂອງຄັມພີຣ໌ຕ່າງໆ ໄດ້ດັ່ງນີ້:

 

1.      ພຣະໄຕຣປິດົກ ເປັນຫລັກຖານຂັ້ນນຶ່ງ ເອິ້ນວ່າ ບາລີ

2.      ຄຳອະທິບາຍພຣະໄຕຣປິດົກເປັນຫລັກຖານຊັ້ນສອງ ເອິ້ນວ່າ ອັຖກະຖາ ຫຼື ວັຣນະນາ

3.      ຄຳອະທິບາຍອັຖກະຖາ ເປັນຫລັກຖານຊັ້ນສາມ ເອິ້ນວ່າ ດີກາ

4.      ຄຳອະທິບາຍດີກາ ເປັນຫລັກຖານຊັ້ນສີ່ ເອິ້ນວ່າ ອະນຸດີກາ

 

ນອກຈາກນີ້ ຍັງມີຫນັງສືທີ່ແຕ່ງຂຶ້ນພາຍຫລັງ ເປັນທຳນອງອະທິບາຍເຣື່ອງໃດເຣື່ອງນຶ່ງ ທີ່ມີໃນຄັມພີຣ໌ພຣະພຸທທະສາສນາ ໂດຍສະເພາະຫນັງສືປະເພທນີ້ ເອິ້ນວ່າ ທີປະນີຫຼື ທີປິກາຫຼື ປະທີປິກາແລະຫນັງສືທີ່ອະທິບາຍເຣື່ອງປີກຍ່ອຍຕ່າງໆ ທີ່ມີໃນຄັມພີຣ໌ທາງພຣະພຸທທະສາສນາ ຫນັງສືປະເພທນີ້ ເອິ້ນວ່າ ໂຢຊະນາຫນັງສືທັ້ງສອງປະເພທນີ້ຈັດເປັນຄັມພີຣ໌ ອັຖກະຖາ ຈະເຫັນໄດ້ວ່າ ຄຳສອນທີ່ຢູ່ໃນຄັມພີຣ໌ເຫຼົ່ານີ້ ຄຳສອນທີ່ຢູ່ໃນພຣະໄຕຣປິດົກເປັນຫລັກ ຖານສຳຄັນຍ໌ທີ່ສຸດ ເພາະເປັນຫລັກຖານຊັ້ນທຳອິດທຳອໍ່ ຄຳສອນທີ່ຢູ່ໃນພຣະໄຕຣປິດົກນັ້ນ ມີເຖິ່ງ ໘໔,໐໐໐ ພຣະທັມມະຂັນທ໌ ໂດຍຈັດແບ່ງເປັນ ຫມວດ ຄື:

 

1.      ຫມວດທີ່ນຶ່ງ ພຣະວິນັຍ ວ່າດ້ວຍເຣື່ອງ ຣະບຽບ ກົດ ຂໍ້ບັງຄັບຄວບຄຸມກິຣິຍາ ມາຣະຍາທ ຂອງພິກສຸສົງຄ໌ ມີທັ້ງຂໍ້ຫ້າມແລະຂໍ້ອະນຸຍາຕ ທັ້ງນີ້ ເພື່ອຄວາມເປັນຣະບຽບຮຽບຮ້ອຍໃນ ຫມູ່ສົງຄ໌ ມີ ໒໑,໐໐໐ ພຣະທັມມະຂັນທ໌

2.      ຫມວດທີ່ສອງ ພຣະສູຕຣ ວ່າດ້ວຍເຣື່ອງຣາວ ນິທານ ປະວັຕິສາສຕຣ໌ ທີ່ພຣະພຸທທະອົງຄ໌ຊົງສັ່ງສອນແລະຊົງສົນທະນາກັບບຸຄຄົລທັ້ງຫລາຍ ອັນກ່ຽວກັບຊາດົກຕ່າງໆ ທີ່ຊົງສອນປ່ຽບທຽບເປັນອຸປມາອຸປະໄມຍ໌ ເປັນຕົ້ນ ມີ ໒໑,໐໐໐ ພຣະທັມມະຂັນທ໌ ແລະ

3.      ຫມວດທີ່ສາມ ພຣະອະພິທັມວ່າດ້ວຍທັມຂັ້ນສູງ ຄື ວ່າດ້ວຍເຣື່ອງສະເພາະຄຳສອນທີ່ ເປັນແກ່ນ ເປັນປະຣະມັຕຖ໌ ໃນຮູປປຣັຊຍາລ້ວນໆ ມີ ໔໒,໐໐໐ ພຣະທັມມະຂັນທ໌

 

      ຄຳສອນທັ້ງ ໘໔,໐໐໐ ພຣະທັມມະຂັນທ໌ນັ້ນ ເອິ້ນວ່າ ທັມມະວິນັຍທັມມະວິນັຍເປັນສິ່ງສຳຄັນຍ໌ຫຼາຍທີ່ສຸດຂອງຊາວພຸທທ໌ ເພາະຖືເປັນສິ່ງແທນອົງຄ໌ພຣະສາສດາ ດັ່ງພຸທທະພຈນ໌ທີ່ຕຣັສກັບພຣະອານົນທ໌ກ່ອນຈະເສດັຈດັບຂັນທະປຣິນິພພານວ່າ ດູກະຣະອານົນທ໌ ທັມມະວິນັຍອັນໃດທີ່ເຮົາ ບັນຍ໌ຍັຕິໄວ້ແລ້ວ ສະແດງແລ້ວ ແກ່ທ່ານທັ້ງຫລາຍ ທັມະແລະວິນັຍນັ້ນຈັກເປັນສາສດາຂອງ ພວກທ່ານເມື່ອເຮົາລ່ວງລັບໄປແລ້ວ ດັ່ງນັ້ນ ກ່າວໄດ້ວ່າ ພຣະໄຕຣປິດົກເປັນຄັມພີຣ໌ທີ່ ສຳຄັນຍ໌ຫຼາຍທີ່ສຸດຂອງຊາວພຸທທ໌

           

            ພຣະໄຕຣປິດົກແຕ່ເດິມເປັນພາສາບາລີຊຶ່ງເປັນພາສາທີ່ມີໃນມັຊຊິມປະເທສທີ່ເອິ້ນວ່າ ແຄວ້ນມະຄົທ ໃນຄັ້ງພຸທທະກາລ ຕໍ່ມາພຸທທະສາສນາແພຣ່ຫລາຍ ໄປໃນນານາປະເທສທີ່ໃຊ້ ພາສາອື່ນ ປະເທສຕ່າງໆ ເຫຼົ່ານັ້ນ ມີທິເບຕແລະຈີນເປັນຕົ້ນໄດ້ແປພຣະໄຕຣປິດົກຈາກ ພາສາບາລີ ເປັນພາສາຂອງຕົນ ເພື່ອປະສົງຄ໌ທີ່ຈະໃຫ້ຮຽນຣູ້ໄດ້ງ່າຍ ຈະໄດ້ມີຄົນເລື່ອມໃສ ສັທທາຫຼາຍ ຫາກບໍ່ມີໃຜຮ່ຳຮຽນພຣະໄຕຣປິດົກ ຕໍ່ມາກໍຄ່ອຍໆ ໝົດໄປ ສິ້ນຫລັກຖານທີ່ຈະ ສອບສວນພຣະທັມມະວິນັຍໃຫ້ຖ່ອງແທ້ໄດ້ ລັທທິສາສນາໃນປະເທສຝ່າຢເຫນືອເຫຼົ່ານັ້ນກໍແປ ຜັນວິປລາສໄປ

 

            ແຕ່ສ່ວນປະເທສຝ່າຢໃຕ້ມີ ລັງກາ ພມ່າ ໄທຍ໌ ລາວ ແລະ ຂະເມຣ ປະເທສເຫຼົ່ານີ້ຄິດ ເຫັນມາແຕ່ເດິມວ່າ ຖ້າແປພຣະໄຕຣປິດົກເປັນພາສາອື່ນ ໂດຍຖິ້ມຂອງເດິມເສ້ຽແລ້ວ ພຣະທັມ ວິນັຍກໍຄົງຄລາດເຄລື່ອນ ຈຶ່ງຮັກສາພຣະໄຕຣປິດົກໄວ້ໃນເປັນພາສາບາລີ

 

            ກາຣຮ່ຳຮຽນຄັນຖະທຸຣະກໍຕ້ອງຮຽນພາສາບາລີໃຫ້ເຂົ້າໃຈເສ້ຽຂັ້ນນຶ່ງກ່ອນແລ້ວຈຶ່ງຮຽນ ພຣະທັມມະວິນັຍໃນພຣະໄຕຣປິດົກຕໍ່ໄປ ດ້ວຍເຫຕຸນີ້ເອງປະເທສ ຝ່າຢໃຕ້ຈຶ່ງສາມາຖຮັກສາ ລັທທິສາສນາຕາມຫລັກທັມມະວິນັຍຍັ່ງຍື່ນມາໄດ້ ກາຣສຶກສາຮ່ຳຮຽນພຣະປະຣິຍັຕິທັມທັ້ງຜະແນກ ທັມແລະບາລີ ນອກຈາກຈະເປັນກາຣສຶກສາ ຫລັກທັມຄຳສັ່ງສອນແລ້ວຍັງໄດ້ຊື່ວ່າ ເປັນກາຣສືບ ຕໍ່ອາຍຸພຣະພຸທທະສາສນາໄວ້ອີກດ້ວຍ ໂດຍສະເພາະກາຣສຶກສາພາສາບາລີ ເພາະຖ້າບໍ່ຣູ້ ພາສາບາລີແລ້ວ ກໍຈະບໍ່ມີຜູ້ໃດສາມາຖຣູ້ແລະເຂົ້າໃຈ ພຣະພຸທທະວະຈະນະໃນພຣະໄຕຣປິດົກ ຖ້າຂາດຄວາມຣູ້ເຣື່ອງພຣະໄຕຣປິດົກແລ້ວ ພຣະພຸທທະສາສນາກໍຈະຕ້ອງເສື່ອມສູນຍ໌ໄປ

 

ດ້ວຍເຫຕຸນີ້ ເຮົາລາວຊາວພຸທທ໌ຄວຣສຶກສາພຣະປະຣິຍັຕິທັມ ແລະຄວຣຍົກຍ່ອງໃຫ້ ກຽຕ ມີກາຣໃຫ້ສະມະນະສັກດິ໌ ມີນິຕຍະພັຕຣ໌ ເປັນຕົ້ນ ຈຶ່ງຄວຣຈັດໃຫ້ມີວິທີກາຣສອບພຣະປະຣິຍັຕິທັມ ເພື່ອໃຫ້ປາກົຕຕໍ່ຊາວໂລກທັ່ວໄປວ່າ ພຣະພິກສຸສາມະເນຣຮູປໃດມີຄວາມຮູ້ຫຼາຍນ້ອຍສຳໃດ ເມື່ອປາກົຕວ່າ ພຣະພິກສຸສາມະເນຣ ຮູປໃດມີຄວາມຮູ້ເຖິ່ງຂັ້ນທີ່ກຳຫນົດໄວ້ ຄວຣມີກາຣຍົກ ຍ່ອງພຣະພິກສຸສາມະເນຣຮູປປັ້ນໃຫ້ ເປັນ ມະຫາປາຮຽນຫາກອາຍຸພັຣສາເຖິ່ງຊັ້ນເຖຣະແລ້ວ ກໍຊົງຕັ້ງໃຫ້ມີສະມະນະສັກດິ໌ໃນສັງຄະມົນທົລຕາມຄວຣແກ່ຄຸນທັມແລະຄວາມຮູ້ເປັນ ຄຣູ ອາຈາຣຍ໌ ສັ່ງສອນພຣະປະຣິຍັຕິສືບໆ ໄປໃຫ້ເປັນທີ່ຮູ້ຈັດ ບໍ່ແມ່ນຈະໃຫ້ຍາຕໂຍມ ຫົສສົງເອົາແລ້ວເອິ້ນ ກັນວ່າ ພຣະຍອດແກ້ວ (ທຽບສົມເດັຈພຣະສັງຄະຣາຊ) ພຣະລູກແກ້ວ(ສົມເດັຈພຣະຣາຊາຄະນະ) ພຣະຫລັກຄຳ(ພຣະຣາຊາຄະນະ). ພຣະຄຣູ. ພຣະຊາ . ພຣະສົມເດັດ

 

 

ຢາກຮຽນບາລີ ກໍຂໍເຊີນຍ໌ໄປຮຽນກັນທີ່ ມຫາວິທຍາລັຍມຫາຈຸຣາ ລົງກຣນ໌ຣາຊວິທຍາລັຍ

 

 

………ດ້ວຍຄວາມປຣາຣະນາດີ ຂໍໃຫ້ຈະເຣີນໃນທັມມ໌ໄພທູຣຍ໌ ອິນທະວົງສ໌

 

  

………………ຂໍເຖິ່ງພຣະຣັຕະນະຕຣັຍເປັນທີ່ເພິ່ງອັນອຸດົມຕະຫຼອດໄປ ! ! ! ! ! !………………

 

ehead.jpg
















Enter supporting content here