ພຣະອະພິທັມມ໌
໗ ຄັມພີຣ໌
ພຣະປຸຄຄະລະປັນຍ໌ຢັຕຕິ (໔໒)
ວ່າດ້ວຍບັນຍ໌ຍັຕິ ໖
ຢ່າງ ແລະສະແດງຣາຍລະອຽດສະເພາະບັນຍ໌ຍັຕິອັນກ່ຽວກັບບຸຄຄົລ
ພຣະອະພິທັມມ໌ນີ້ຖືເປັນຫລັກທັມມ໌ຊັ້ນສູງໃນພຣະພຸທທະສາສນາ
ພຣະພຸທທະອົງຄ໌ໄດ້ທຣົງສະແດງໂປຣດພຸທທະມາຣດາ
ແລະເຫຼົ່າເທວະດາເທິ່ງສະຫວັຣຄ໌ຊັ້ນດາວດຶງສ໌ພຽງເທື່ອດຽວ
ນິຍົມສວດໃນງານສົພມີ
໗ ຄັມພີຣ໌
ສະ ປັນຍ໌ຢັຕຕິໂຢ
- ທັມມະຊາຕິທັ້ງຫຼາຍ
໖ ອັນບັນທິຕພຶງແຕ່ງຕັ້ງບັນຍ໌ຍັຕິໄວ້
ຂັນທະປັນຍ໌ຢັຕຕິ - ກອງແຫ່ງຣູປແລະນາມເປັນທັມມະຊາຕິ
ອັນບັນທິຕພຶງແຕ່ງຕັ້ງບັນຍ໌ຍັຕິໄວ້
ອາຢະຕະນະປັນຍ໌ຢັຕຕິ - ທີ່ເກີດແຫ່ງຕັນຫາ
ຄື ຕາ ຫູ ດັງ ລິ້ນ ກາຍ ໃຈ
ອັນບັນທິຕພຶງແຕ່ງຕັ້ງ
ບັນຍ໌ຍັຕິໄວ້
ທາຕຸປັນຍ໌ຢັຕຕິ
- ທາຕຸທັ້ງ
໔ ຄື ດິນ ນ້ຳ ໄຟ ລົມ ເປັນທັມມະຊາຕິອັນບັນທິຕພຶງແຕ່ງຕັ້ງ
ບັນຍ໌ຍັຕິໄວ້
ສັຈຈະປັນຍ໌ຢັຕຕິ
- ຂອງຈິງຢ່າງປະເສຣີຖຄື
ທຸກຂ໌ ສະມຸທັຍ ນິໂຣທ
ມັຄ ເປັນທັມມະຊາຕິອັນ
ບັນທິຕພຶງແຕ່ງຕັ້ງບັນຍ໌ຍັຕິໄວ້
ອິນທະຣິຢະປັນຍ໌ຢັຕຕິ
- ອິນທຣີຢ໌
໒໒ ເປັນທັມມະຊາຕິອັນບັນທິຕພຶງແຕ່ງຕັ້ງບັນຍ໌ຍັຕິໄວ້
ປຸຄຄະລະປັນຍ໌ຢັຕຕິ
- ບຸຄຄົລທີ່ເປັນທັມມະຊາຕິອັນບັນທິຕພຶງແຕ່ງຕັ້ງບັນຍ໌ຍັຕິໄວ້
ກິຕຕາວະຕາ ປຸຄຄະລານັງ
- ແຫ່ງບຸຄຄົລທັ້ງຫຼາຍ
ນີ້ ມີຈັກຈຳພວກແທ້ໜໍ້
ປຸຄຄະລະປັນຍ໌ຢັຕຕິ
- ບຸຄຄົລທີ່ເປັນທັມມະຊາຕິອັນບັນທິຕພຶງແຕ່ງຕັ້ງບັນຍ໌ຍັຕິໄວ້
ສະມະຢະວິມຸຕໂຕ - ພຣະອະຣິຍະບຸຄຄົລ
ຜູ້ມີຈິຕພົ້ນວິເສສເປັນສະມັຍຢູ່
ມີພຣະໂສດາບັນ ເປັນຕົ້ນ
ອະສະມະຢະວິມຸຕໂຕ
- ພຣະອະຣິຍະບຸຄຄົລ
ຜູ້ມີຈິຕພົ້ນວິເສສບໍ່ມີເປັນສະມັຍ
ມີພຣະອະຣະຫັນຕ໌ ເປັນຕົ້ນ
ກຸປປະທັມໂມ
- ຊານທີ່ເປັນເຄື່ອງເຜົາກິເລສ
ອັນບຸຄຄົລໄດ້ແລ້ວ ຍ່ອມກຳເຣີບສູນຍ໌ໄປ
ອະກຸປປະທັມໂມ
- ຊານທີ່ເປັນເຄື່ອງເຜົາກິເລສ
ອັນບຸຄຄົລໄດ້ແລ້ວ ຍ່ອມບໍ່ກຳເຣີບ
ປະຣິຫານະທັມໂມ
- ຊານທີ່ເປັນເຄື່ອງຂ້າກິເລສ
ອັນບຸຄຄົລໄດ້ສູງຂື້ນໄປແລ້ວ
ຍ່ອມເສື່ອມຖອຍລົງ
ອະປະຣິຫານະທັມໂມ
- ຊານທີ່ເປັນເຄື່ອງຂ້າກິເລສ
ອັນບຸຄຄົລໄດ້ສູງຂື້ນໄປແລ້ວ
ຍ່ອມບໍ່ເສື່ອມຖອຍລົງ
ເຈຕະນາພັພໂພ
- ຊານທີ່ເປັນເຄື່ອງຂ້າກິເລສ ອັນບຸຄຄົລໄດ້ແລ້ວ ບໍ່ສາມາຖທີ່ຈະຣັກສາໄວ້
ໃນສັນດານ
ອະນຸຣັກຂະນາພັພໂພ
- ຊານທີ່ເປັນເຄື່ອງຂ້າກິເລສ
ອັນບຸຄຄົລໄດ້ແລ້ວ ກໍຕາມຣັກສາໄວ້
ໃນສັນດານ
ປຸຖຸຊຊະໂນ
- ບຸຄຄົລທີ່ມີອາສວະເຄື່ອງຍ້ອມໃຈ
ອັນຫນາແນ່ນໃນສັນດານ
ໂຄຕະຣະພູ
- ບຸຄຄົລຜູ້ຈະເຣີນຍ໌ໃນພຣະກັມຖານຕະຫຼອດຂື້ນໄປເຖິ່ງໂຄຕະຣະພູ
ພະຢູປະຣະໂຕ
- ບຸຄຄົລຜູ້ເປັນປຸຖຸຊົນ
ຍ່ອມມີຄວາມຢ້ານເປັນເບື້ອງຫນ້າ
ອະພະຢູປະຣະໂຕ
- ພຣະຂີນາສົພ
ບຸຄຄົລຜູ້ມີຄວາມຢ້ານອັນໝົດແລ້ວ
ພັພພາຄະມະໂນ
- ບຸຄຄົລຜູ້ມີວາສະນາອັນແຮງກລ້າ
ສາມາຖຈະໄດ້ມັຄແລະຜົລໃນຊາຕິນັ້ນ
ອະພັພພາຄະມະໂນ
- ບຸຄຄົລຜູ້ມີວາສນາອັນນ້ອຢ
ບໍ່ສາມາຖຈະໄດ້ມັຄຜົລໃນຊາຕິນັ້ນ
ນິຢະໂຕ
- ບຸຄຄົລຜູ້ກະທຳຊຶ່ງປັນຍ໌ຈະອະນັນຕະຣິຢະກັມ
ມີປິຕຸຄາຕເປັນຕົ້ນ ຕາຍແລ້ວ
ໄປຕົກນະຣົກເປັນແນ່
ອະນິຢະໂຕ
- ບຸຄຄົລຜູ້ມີຄະຕິປະຕິສົນທິບໍ່ທ່ຽງ
ຍ່ອມເປັນໄປຕາມຍະຖາກັມ
ປະຕິປັນນະໂກ
- ບຸຄຄົລຜູ້ປະຕິບັຕິມັ່ນ
ເຫມາະໃນພຣະກັມະຖານ ເພື່ອຈະໄດ້ພຣະອະຣິຍະມັຄ
ຜະເລຕະຖິໂຕ - ບຸຄຄົລຜູ້ຕັ້ງຢູ່ໃນພຣະອະຣິຍະຜົລ
ມີພຣະໂສດາປັຕຕິຜົລເປັນຕົ້ນ
ຕາມລຳດັບ
ອະຣະຫາ
- ບຸຄຄົລຜູ້ຕັ້ງຢູ່ໃນພຣະອະຣະຫັຕຜົລ
ເປັນຜູ້ຄວຣແລ້ວ ເປັນຜູ້ໄກແລ້ວຈາກກິເລສ
ອະຣະຫັຕຕາຍະ ປະຕິປັນໂນ. - ບຸຄຄົລຜູ້ປະຕິບັຕິເພື່ອຈະໃຫ້ເຖິ່ງພຣະອະຣະຫັຕຜົລ
ເປັນຜູ້ຄວຣແລ້ວ ເປັນຜູ້ໄກແລ້ວຈາກກິເລສ