Welcome to Lao Buddhavong...Laodhamma

2 Abhidhamma
Home
Morning Chanting
Evening Chanting
Abhidhamma 7 Khampi
Video Abhidhamma
Samatha and Vipassana
To read this page click here!
Contact Me
Doing Time Doing Vipassana
Doing Time Doing Vipassana
Dhamma-Nature Video
Patijasamupabath "The Law of Causation"
Lao!
Soud Mon (Audio)
Sibsong Tamnan

ຂໍນອບນ້ອມແດ່ພຣະຜູ້ມີພຣະພາຄອະຣະຫັນຕະສັມມາສັມພຸທທະເຈົ້າພຣະອົງຄ໌ນັ້ນ ຂໍນອບນ້ອມແດ່ພຣະຜູ້ມີພຣະພາຄອະຣະຫັນຕະສັມມາສັມພຸທທະເຈົ້າພຣະອົງຄ໌ນັ້ນຂໍນອບນ້ອມແດ່ພຣະຜູ້ມີພຣະພາຄອະຣະຫັນຕະສັມມາສັມພຸທທະເຈົ້າພຣະອົງຄ໌ນັ້ນ
 
 

ພຣະອະພິທັມມ໌ ຄັມພີຣ໌

ພຣະວິພັງຄ໌ (໔໐) ວ່າດ້ວຍກາຣແຍກຂັນທ໌ ເປັນຂໍ້

 

 

ພຣະອະພິທັມມ໌ນີ້ຖືເປັນຫລັກທັມມ໌ຊັ້ນສູງໃນພຣະພຸທທະສາສນາ ພຣະພຸທທະອົງຄ໌ໄດ້ທຣົງສະແດງໂປຣດພຸທທະມາຣດາ ແລະເຫຼົ່າເທວະດາເທິ່ງສະຫວັຣຄ໌ຊັ້ນດາວດຶງສ໌ພຽງເທື່ອດຽວ

ນິຍົມສວດໃນງານສົພມີ ຄັມພີຣ໌

ປັນຍ໌ຈັກຂັນທາ  - ກອງທັພແຫ່ງທັມມະຊາຕິທັ້ງຫຼາຍມີຫ້າປະກາຣ

ຣູປັກຂັນໂທ  - ຣູປ ໒໘ ມີມະຫາພູຕະຣູປ ໔ ເປັນຕົ້ນ ເປັນກອງອັນນຶ່ງ

ເວທະນາກະຂັນໂທ  - ຄວາມສະເຫວີຍອາຣົມນ໌ເປັນສຸຂແລະເປັນທຸກຂ໌ ເປັນໂສມະນັສ ແລະໂທມະນັສ ແລະອຸເບກຂາ ເປັນກອງອັນນຶ່ງ

ສັນຍ໌ຍາກະຂັນໂທ  - ຄວາມຈຳໄດ້ຫມາຍຮູ້ ໃນຣູປ ສຽງ ກລິ່ນ ຣົສ ໂຜຕທັພພະ ທັມມາຣົມນ໌ ອັນບັງເກີດໃນຈິຕ ເປັນກອງອັນນຶ່ງ

ສັງຂາຣັກຂັນໂທ - ເຈຕະສິກທັມມ໌ ໕໐ ດວງ ເປັນເຄື່ອງປຸງແຕ່ງຈິຕໃຫ້ຄິດອ່ານໄປຕ່າງໆ ມີບຸນຍ໌ເຈຕະສິກເປັນຕົ້ນໃຫ້ສັຕວ໌ບັງເກີດ ເປັນກອງອັນນຶ່ງ

ວິນຍ໌ຍານັກຂັນໂທ - ວິນຍ໌ຍານຈິຕ ໘໙ ດວງໂດຍສັງເຂປ ເປັນເຄື່ອງຮູ້ແຈ້ງວິເສສ ມີຈັກຂຸວິນຍ໌ຍານເປັນຕົ້ນ ເປັນກອງອັນນຶ່ງ

ຕັຕຖະ ກະຕະໂມ ຣູປັກຂັນໂທ - ກອງແຫ່ງຣູປໃນປັນຍ໌ຈະຂັນທ໌ທັ້ງຫຼາຍນັ້ນເປັນຢ່າງໃດແດ່

ຍັງກິນຍ໌ຈິ ຣູປັງ  - ຣູປອັນໃດອັນນຶ່ງ

ອະຕີຕານາຄະຕະປັຈຈຸປປັນນັງ  - ຣູປທີ່ເປັນອະດີຕອັນພ່ານໄປແລ້ວ ແລະຣູປທີ່ເປັນອະນາຄົຕ ອັນຍັງບໍ່ມາເຖິ່ງ ແລະຣູປທີ່ເປັນປັຈຈຸບັນຢູ່

ອັຊຊັຕຕັງ ວາ  - ເປັນຣູປພາຍໃນບໍ

ພະຫິທທາ ວາ  - ຫຼືວ່າເປັນຣູປພາຍນອກ

ໂອລາຣິກັງ ວາ  - ເປັນຣູປອັນຍາບຫຼື

ສຸຂຸມັງ ວາ  - ຫຼືວ່າເປັນຣູປອັນລະອຽດສຸຂຸມ

ຫີນັງ ວາ  - ເປັນຣູປອັນຊົ່ວຊ້າຫຼື

ປະນີຕັງ ວາ  - ຫຼືວ່າເປັນຣູປອັນປະນີຕບັຣຈົງ

ຍັງ ທູເຣ ວາ  - ເປັນຣູປໃນທີ່ໄກຫຼື

ສັນຕິເກ ວາ  - ຫຼືວ່າເປັນຣູປໃນທີ່ໃກ້

ຕະເທກັຊຊັງ ອະພິສັນຍ໌ຍູຫິຕະວາ  - ພຣະຜູ້ມີພຣະພາຄເຈົ້າທຣົງປະມວລເຂົ້າແທ້ແລ້ວຊຶ່ງຣູປນັ້ນ ເປັນຫມວດດຽວກັນ

ອະພິສັງຂິປິຕະວາ  - ພຣະຜູ້ມີພຣະພາຄເຈົ້າ ຍໍ້ເຂົ້າແທ້ແລ້ວ

ອະຍັງ ວຸຈຈະຕິ ຣູປັກຂັນໂທ. - ກອງແຫ່ງຣູປທັມມ໌ອັນນີ້ ພຣະຜູ້ມີພຣະພາຄເຈົ້າຕຣັສວ່າ ເປັນຣູປຂັນທ໌ແລ ຯລຯ...

  

໔໐. ພຣະວິພັງຄ໌ : ພຣະໄຕຣປິດົກບາລີ. ຂັນທະວິພັງຄ໌ ສຸຕຕັນຕະພາຊນີຢ໌ : ໓໕/໑

 

………ດ້ວຍຄວາມປຣາຣະນາດີ ຂໍໃຫ້ຈະເຣີນໃນທັມມ໌ໄພທູຣຍ໌ ອິນທະວົງສ໌........

 

   ………………ຂໍເຖິ່ງພຣະຣັຕະນະຕຣັຍເປັນທີ່ເພິ່ງອັນອຸດົມຕະຫຼອດໄປ ! ! ! ! ! !………………

 

ehead.jpg