ພຣະອະພິທັມມ໌ ໗ ຄັມພີຣ໌
ພຣະທາຕຸກກຖາ (໔໑)
ວ່າດ້ວຍທັມມ໌ະຈັດຣະບຽບຄວາມສັມພັນທ໌ ໂດຍຖືທາຕຸເປັນຫລັກ ພຣະອະພິທັມມ໌ນີ້ຖືເປັນ
ຫລັກທັມມ໌ຊັ້ນສູງໃນພຣະພຸທທະສາສນາ ພຣະພຸທທະອົງຄ໌ໄດ້ທຣົງສະແດງໂປຣດ
ພຸທທະມາຣດາ ແລະເຫຼົ່າເທວະດາເທິ່ງສະຫວັຣຄ໌ຊັ້ນດາວດຶງສ໌ພຽງເທື່ອດຽວ
ນິຍົມສວດ ໃນງານສົພມີ ໗ ຄັມພີຣ໌
ສັງຄະໂຫ - ພຣະພຸທທະອົງຄ໌ສົງເຄາະຫ໌ຊຶ່ງຈິຕ-ເຈຕະສິກ-ຣູປເຂົ້າໃນຂັນທ໌ເປັນຫມວດ ໑
ອະສັງຄະໂຫ - ພຣະພຸທທະອົງຄ໌ບໍ່ສົງເຄາະຫ໌ຊຶ່ງຣູປທັມມ໌ທັ້ງຫຼາຍເຂົ້າໃນຂັນທ໌ເປັນຫມວດ ໑
ສັງຄະຫິເຕນະ ອະສັງຄະຫິຕັງ - ພຣະພຸທທະອົງຄ໌ບໍ່ສົງເຄາະຫ໌ຊຶ່ງຈິຕ-ເຈຕະສິກ-ຣູປ ດ້ວຍທັມມ໌ອັນສົງເຄາະຫ໌ແລ້ວ
ອະສັງຄະຫິເຕນະ ສັງຄະຫິຕັງ - ພຣະພຸທທະອົງຄ໌ສົງເຄາະຫ໌ຊຶ່ງຈິຕ-ເຈຕະສິກ-ຣູປ ດ້ວຍທັມມ໌ອັນບໍ່ໄດ້ສົງເຄາະຫ໌
ສັງຄະຫິເຕນະ ສັງຄະຫິຕັງ - ພຣະພຸທທະອົງຄ໌ສົງເຄາະຫ໌ຊຶ່ງຈິຕ-ເຈຕະສິກ-ຣູປ ດ້ວຍທັມມ໌ອັນສົງເຄາະຫ໌ແລ້ວ
ອະສັງຄະຫິເຕນະ ອະສັງຄະຫິຕັງ - ພຣະພຸທທະອົງຄ໌ບໍ່ສົງເຄາະຫ໌ຊຶ່ງຈິຕ-ເຈຕະສິກ-ຣູປ ດ້ວຍທັມມ໌ອັນບໍ່ໄດ້ສົງເຄາະຫ໌
ສັມປະໂຢໂຄ - ເຈຕະສິກທັມມ໌ທັ້ງຫຼາຍ
ອັນປະກອບພ້ອມກັບຈິຕ
ວິປປະໂຢໂຄ - ເຈຕະສິກທັມມ໌ທັ້ງຫຼາຍ ອັນບໍ່ປະກອບພ້ອມກັບຈິຕ
ສັມປະຢຸຕເຕນະ ວິປປະຢຸຕຕັງ - ປະກອບເຈຕະສິກອັນຕ່າງກັນ ດ້ວຍເຈຕະສິກອັນປະກອບ
ພ້ອມກັນເປັນຫມວດດຽວ
ວິປປະຢຸຕເຕນະ ສັມປະຢຸຕຕັງ - ປະກອບເຈຕະສິກອັນບັງເກີດພ້ອມກັນ ດ້ວຍເຈຕະສິກອັນ
ຕ່າງກັນເປັນຫມວດດຽວ
ອະສັງຄະຫິຕັງ. - ພຣະພຸທທະອົງຄ໌ບໍ່ສົງເຄາະຫ໌ຊຶ່ງທັມມ໌ອັນບໍ່ຄວຣສົງເຄາະຫ໌ ໃຫ້ຣະຄົນກັນ.
໔໑.
ພຣະທາຕຸຄາຖາ : ພຣະໄຕຣປິດົກບາລີ.
ທາຕຸກຖາປາລິ ອຸທເທສ ນຢມາຕິກາ
: ໓໖/໑
………ດ້ວຍຄວາມປຣາຣະຖະນາດີ ຂໍໃຫ້ຈະເຣີນໃນທັມມ໌…ໄພທູຣຍ໌ ອິນທະວົງສ໌........
