ພຣະອະພິທັມມ໌ ໗ ຄັມພີຣ໌
ພຣະກະຖາວັຕຖຸ (໔໓)
ວ່າດ້ວຍຄຳຖາມ-ຕອບໃນຫລັກທັມມ໌ ເພື່ອເປັນຫລັກໃນກາຣຕັດສິນພຣະປະຣະມັຕຖະທັມມ໌ ພຣະອະພິທັມມ໌ນີ້ຖືເປັນຫລັກທັມມ໌ຊັ້ນສູງໃນພຣະພຸທທະສາສນາ ພຣະພຸທທະອົງຄ໌ໄດ້ທຣົງ
ສະແດງໂປຣດພຸທທະມາຣດາ ແລະເຫຼົ່າເທວະດາເທິ່ງສະຫວັຣຄ໌ຊັ້ນດາວດຶງສ໌ພຽງເທື່ອດຽວ
ນິຍົມສວດໃນງານສົພມີ ໗ ຄັມພີຣ໌
ປຸຄຄະໂລ - ມີຄຳຖາມວ່າສັຕວ໌ ວ່າບຸຄຄົລ ວ່າຍິງ ວ່າຊາຍ
ອຸປະລັພພະຕິ - ອັນທ່ານຄວຣຮູ້ດ້ວຍປັນຍ໌ຍາ ອັນບັງເກີດໃນສັນດານຂອງທ່ານເຖີດ
ສັຈສິກັຕຖະປະຣະມັຕເຖນາຕິ - ໂດຍປະຣະມັຕຖ໌ຄືຄຸນອັຖອັນອຸດົມ ເປັນອັຖອັນຈິງແທ້ບໍ່ໄດ້
ແປຣຜັນດັງນີ້ ມີຢູ່ບໍ
ອາມັນຕາ - ມີຄຳແກ້ຕອບວ່າຈິງ ສັຕວ໌ບຸຄຄົລຍິງຊາຍມີຢູ່
ໂຢ - ມີຄຳຖາມວ່າ ປະຣະມັຕຖະທັມມ໌ມີປະກາຣ ໕໗ ມີຂັນທ໌ ໕ ເປັນຕົ້ນ ທັ້ງຫຼາຍເຫຼົ່າໃດ
ສັຈສິກັຕໂຖ ປະຣະມັຕໂຖ - ເປັນປະຣະມັຕຖ໌ຄືອັຖອັນອຸດົມ ເປັນອັຖອັນຈິງແທ້ບໍ່ໄດ້ແປຣຜັນ
ຕະໂຕ ໂສ - ໂດຍປະຣະມັຕຖະທັມມ໌ມີປະກາຣ ໕໗ ມີຂັນທ໌ ໕ ເປັນຕົ້ນເຫຼົ່ານັ້ນ
ປຸຄຄະໂລ - ວ່າເປັນສັຕວ໌ເປັນບຸຄຄົລເປັນຍິງເປັນຊາຍ
ອຸປະລັພພະຕິ - ອັນທ່ານຄວຣຮູ້ດ້ວຍປັນຍ໌ຍາ ອັນບັງເກີດໃນສັນດານຂອງທ່ານ
ສັຈສິກັຕຖະປະຣະມັຕເຖນາຕິ - ໂດຍປະຣະມັຕຖ໌ຄືອັຖອັນອຸດົມ ເປັນອັຖອັນຈິງແທ້ບໍ່ໄດ້
ແປຣຜັນດັງນີ້ ມີຢູ່ບໍ
ນະ ເຫວັງ ວັຕຕັພເພ - ມີຄຳແກ້ຕອບວ່າ ປະເພທຂອງປະຣະມັຕຖ໌ມີຂັນທ໌ ໕ ເປັນຕົ້ນ ເຮົາບໍ່ມີພຶງກ່າວແທ້ໜໍ
ອາຊານາຫິ ນິຄຄະຫັງ - ຜູ້ຖາມກ່າວຕອບວ່າ ທ່ານຈົງຮັບເສັຽເຖີດ ຊຶ່ງຄຳອັນທ່ານກ່າວແລ້ວຜິດ
ຫັນຍ໌ຈິ
ປຸຄຄະໂລ - ວ່າເປັນສັຕວ໌ເປັນບຸຄຄົລເປັນຍິງເປັນຊາຍ
ອຸປະລັພພະຕິ - ອັນທ່ານຄວຣຮູ້ດ້ວຍປັນຍ໌ຍາ ອັນບັງເກີດໃນສັນດານຂອງທ່ານ
ສັຈສິກັຕຖະປະຣະມັຕເຖນະ - ໂດຍປະຣະມັຕຖ໌ຄືອັຖອັນອຸດົມ ເປັນອັຖອັນຈິງແທ້ບໍ່ໄດ້ແປຣຜັນ
ເຕນະ - ໂດຍປະກາຣອັນເຮົາກ່າວແລ້ວນັ້ນ
ວະຕະ ເຣ - ດັງເຮົາກຳໜົດ ດູກ່ອນທ່ານຜູ້ມີຫນ້າອັນຈະເຣີນຍ໌
ວັຕຕັພເພ ໂຢ - ປະຣະມັຕຖະທັມມ໌ມີປະກາຣ ໕໗ ມີຂັນທ໌ ໕ ເປັນຕົ້ນ ອັນເຮົາພຶງກ່າວ
ສັຈສິກັຕໂຖ ປະຣະມັຕໂຖ - ເປັນອັຖອັນກະທຳໃຫ້ສະວ່າງແຈ້ງຊັດ ເປັນອັຖອັນອຸດົມ
ຕະໂຕ ໂສ - ໂດຍປະຣະມັຕຖະທັມມ໌ມີປະກາຣ ໕໗ ມີຂັນທ໌ ໕ ເປັນຕົ້ນເຫຼົ່ານັ້ນ
ປຸຄຄະໂລ - ວ່າເປັນສັຕວ໌ເປັນບຸຄຄົລເປັນຍິງເປັນຊາຍ
ອຸປະລັພົພະຕິ - ອັນທ່ານຄວຣຮູ້ດ້ວຍປັນຍ໌ຍາ ອັນບັງເກີດໃນສັນດານຂອງທ່ານ
ສັຈສິກັຕຖະປະຣະມັຕເຖນາຕິ - ໂດຍປະຣະມັຕຖ໌ຄືອັຖອັນອຸດົມ ເປັນອັຖອັນຈິງແທ້ບໍ່ໄດ້ແປຣ
ຜັນດັງນີ້
ມິຈສາ. - ທ່ານກ່າວໃນປັນຍ໌ຫາເບື້ອງຕົ້ນກັບປັນຍ໌ຫາເບື້ອງປາຍ ຜິດກັນບໍ່ຕົງກັນ.
໔໓.
ພຣະກະຖາວັຕຖຸ : ພຣະໄຕຣປິດົກບາລີ.
ກະຖາວັຕຖຸປາລິ ປຸຄຄະລະຄາຖາ
: ໓໗/໑
………ດ້ວຍຄວາມປຣາຣະຖະນາດີ ຂໍໃຫ້ຈະເຣີນໃນທັມມ໌…ໄພທູຣຍ໌ ອິນທະວົງສ໌........