ພຣະອະພິທັມມ໌ ໗ ຄັມພີຣ໌
ພຣະມະຫາປັຕຖານ (໔໕)
ວ່າດ້ວຍສິ່ງທີ່ເປັນປັຈຈັຍເກື້ອກູລສະນັບສະນຸນກັນແລະກັນ ໒໔ ຢ່າງ ພຣະອະພິທັມມ໌ນີ້
ຖືເປັນຫລັກທັມມ໌ຊັ້ນສູງໃນພຣະພຸທທະສາສນາ ພຣະພຸທທະອົງຄ໌ໄດ້ທຣົງ
ສະແດງໂປຣດ ພຸທທະມາຣດາ ແລະເຫຼົ່າເທວະດາເທິ່ງສະຫວັຣຄ໌ຊັ້ນດາວດຶງສ໌ພຽງເທື່ອດຽວ
ນິຍົມສວດ ໃນງານສົພມີ ໗ ຄັມພີຣ໌
ເຫຕຸປັຈຈະໂຢ - ຄວາມບໍ່ໂລພ-ບໍ່ໂກຣທ-ບໍ່ຫລົງເປັນຕົ້ນ ເປັນເຄື່ອງອາສັຍເປັນປັຈຈັຍ
ໃຫ້ເກີດໃນທີ່ສຸຂ
ອາຣັມມະນະປັຈຈະໂຢ - ອາຣົມນ໌ຄວາມຍິນດີໃນ
ຣູປ ສຽງ ກລິ່ນ ຣົສ ໂຜຕຖັພົພະ ເປັນເຄື່ອງ
ອາສັຍເປັນປັຈຈັຍໃຫ້ບັງເກີດ
ອະທິປະຕິປັຈຈະໂຢ - ທັມມ໌ທີ່ຊື່ວ່າອະທິບໍດີ ໔ ປະກາຣ ຄື ສັນທະ ວິຣິຢະ ຈິຕຕະ ວິມັງສາ ເປັນເຄື່ອງອາສັຍເປັນປັຈຈັຍໃຫ້ບັງເກີດ
ອະນັນຕະຣະປັຈຈະໂຢ - ຈິຕອັນກຳໜົດໃນວັຕຖຸແລະຮູ້ແຈ້ງວິເສສໃນທະວາຣທັ້ງ ໖ ເນື່ອງກັນ
ບໍ່ມີຣະຫວ່າງ ເປັນເຄື່ອງອາສັຍເປັນປັຈຈັຍໃຫ້ບັງເກີດ
ສະມະນັນຕະຣະປັຈຈະໂຢ - ຈິຕອັນກຳໜົດໃນວັຕຖຸແລະຮູ້ວິເສສໃນທະວາຣທັ້ງ ໖ ພ້ອມກັນ
ບໍ່ມີຣະຫວ່າງ ເປັນເຄື່ອງອາສັຍເປັນປັຈຈັຍໃຫ້ບັງເກີດ
ສະຫະຊາຕະປັຈຈະໂຢ - ຈິຕແລະເຈຕະສິກອັນບັງເກີດກັບດັບພ້ອມ ເປັນເຄື່ອງອາສັຍ
ເປັນປັຈຈັຍ ໃຫ້ບັງເກີດ
ອັນຍ໌ຢະມັຍຢະປັຈຈະໂຢ - ຈິຕແລະເຈຕະສິກຄ້ຳຊູຊຶ່ງກັນແລະກັນ ເປັນເຄື່ອງອາສັຍ
ເປັນປັຈຈັຍ ໃຫ້ບັງເກີດ
ນິສສະຢະປັຈຈະໂຢ - ຈິຕແລະເຈຕະສິກອາສັຍຊຶ່ງກັນແລະກັນ ເປັນເຄື່ອງອາສັຍເປັນປັຈຈັຍ
ໃຫ້ບັງເກີດ
ອຸປະນິສສະຢະປັຈຈະໂຢ - ຈິຕແລະເຈຕະສິກອັນເຂົ້າໄປໃກ້ອາສັຍຊຶ່ງກັນແລະກັນ ເປັນເຄື່ອງ
ອາສັຍເປັນປັຈຈັຍໃຫ້ບັງເກີດ
ປຸເຣຊາຕະປັຈຈະໂຢ - ອາຣົມນ໌ ໕ ມີຣູປເປັນຕົ້ນ ມາກະທົບຊຶ່ງຈັກສຸ ເປັນເຄື່ອງອາສັຍເປັນ
ປັຈຈັຍໃຫ້ບັງເກີດ
ປັຈສາຊາຕະປັຈຈະໂຢ - ຈິຕແລະເຈຕະສິກທີ່ບັງເກີດພາຍຫລັງຣູປ ເປັນເຄື່ອງອາສັຍເປັນ
ປັຈຈັຍໃຫ້ບັງເກີດ
ອາເສວະນະປັຈຈະໂຢ - ຊວນຈິຕທີ່ແລ່ນໄປຊ່ອງເສພຊຶ່ງອາຣົມນ໌ຕໍ່ກັນ ເປັນເຄື່ອງອາສັຍເປັນ
ປັຈຈັຍໃຫ້ບັງເກີດ
ກັມມະປັຈຈະໂຢ - ບຸນຍ໌ບາປອັນບຸຄຄົລກະທຳແລ້ວ ເປັນເຄື່ອງອາສັຍເປັນປັຈຈັຍໃຫ້ບັງເກີດ
ໃນທີ່ດີຫຼືທີ່ຊັ່ວ
ວິປາກະປັຈຈະໂຢ - ແລະວິເສສແຫ່ງກັມອັນບຸຄຄົລກະທຳແລ້ວ ເປັນເຄື່ອງອາສັຍເປັນປັຈຈັຍ
ໃຫ້ບັງເກີດໃນທີ່ດີທີ່ຊັ່ວ
ອາຫາຣະປັຈຈະໂຢ - ອາຫາຣ ໔ ມີຜັສສາຫາຣເປັນຕົ້ນ ເປັນເຄື່ອງອາສັຍເປັນປັຈຈັຍ
ໃຫ້ບັງເກີດ
ອິນທະຣິຢະປັຈຈະໂຢ - ທັມມະຊາຕິທີ່ເປັນໃຫຍ່ໃນ
ຕາ ຫູ ດັງ ລິ້ນ ກາຍ ໃຈ ເປັນເຄື່ອງອາສັຍ
ເປັນປັຈຈັຍໃຫ້ບັງເກີດ
ຊານະປັຈຈະໂຢ - ທັມມະຊາຕິເຄື່ອງຂ້າກິເລສ ເປັນເຄື່ອງອາສັຍເປັນປັຈຈັຍໃຫ້ບັງເກີດໃນ
ຣູປພຣົຫມ
ມັຄຄະປັຈຈະໂຢ - ອັຕຖັງຄິກມັຄ
ມີສັມມາທິຕຖິເປັນຕົ້ນ ເປັນເຄື່ອງອາສັຍເປັນປັຈຈັຍ
ໃຫ້ບັງເກີດໃນໂລກອຸດອຣ
ສັມປະຢຸຕຕະປັຈຈະໂຢ - ຈິຕແລະເຈຕະສິກອັນບັງເກີດສັມປະຢຸຕພ້ອມໃນອາຣົມນ໌ດຽວກັນ ເປັນເຄື່ອງອາສັຍເປັນປັຈຈັຍໃຫ້ບັງເກີດ
ວິປປະຢຸຕຕະປັຈຈະໂຢ - ຣູປທັມມ໌-ນາມທັມມ໌ທີ່ແຍກຕ່າງກັນ ບໍ່ໄດ້ຣະຄົນກັນ ເປັນເຄື່ອງ
ອາສັຍເປັນປັຈຈັຍໃຫ້ບັງເກີດ
ອັຕຖິປັຈຈະໂຢ - ຣູປທັມມ໌-ນາມທັມມ໌ທີ່ຍັງບໍ່ດັບ ເປັນປັຈຈັຍຊຶ່ງກັນແລະກັນ ເປັນເຄື່ອງອາສັຍ
ເປັນປັຈຈັຍໃຫ້ບັງເກີດ
ນັຕຖິປັຈຈະໂຢ - ຈິຕແລະເຈຕະສິກທີ່ດັບແລ້ວ ເປັນເຄື່ອງອາສັຍເປັນປັຈຈັຍໃຫ້ບັງເກີດ
ຈິຕແລະເຈຕະສິກໃນປັຈຈຸບັນ
ວິຄະຕະປັຈຈະໂຢ - ຈິຕແລະເຈຕະສິກທີ່ແຍກຕ່າງກັນ ເປັນເຄື່ອງອາສັຍເປັນປັຈຈັຍໃຫ້ບັງເກີດ ຈິຕແລະເຈຕະສິກໃນປັຈຈຸບັນ
ອະວິຄະຕະປັຈຈະໂຢ - ຈິຕແລະເຈຕະສິກທີ່ດັບແລະບໍ່ໄດ້ຕ່າງກັນ ເປັນເຄື່ອງອາສັຍ
ເປັນປັຈຈັຍໃຫ້ບັງເກີດຈິຕແລະເຈຕະສິກໃນປັຈຈຸບັນ.
໔໔. ພຣະມະຫາປັຕຖານ
: ພຣະໄຕຣປິດົກບາລີ ມາຕິການິເຂປວາຣະ ປັຈຈະຢຸທເທສ
ມະຫາປັຕຖານ: ໔໐/໑
………ດ້ວຍຄວາມປຣາຣະຖະນາດີ ຂໍໃຫ້ຈະເຣີນໃນທັມມ໌…ໄພທູຣຍ໌ ອິນທະວົງສ໌........
