ຄຸນຂອງພຣະຣັຕະນະຕຣັຍ
ານທີ່ຈະນ້ອມຣະລຶກຸເຖິງພຣະຄຸນຂອງພຣະຜູ້ມີພຣະພາຄ ອະຣະຫັນຕະສັມມາ ສັມພຸທທະເຈົ້ານັ້ນ ສາມາຖທີ່ຈະນ້ອມຣະລຶກໄດ້ທຸກເຫຕຸກາຣນ໌ ຄືເມື່ອພຣະອົງຄ໌ ໄດ້ຕຣັສຮູ້ພຣະອະນຸຕຕະຣະສັມມາສັມໂພທິຍານແລ້ວ ຈະນ້ອມຣະລຶກເຖິງພຣະຄຸນ ຕັ້ງແຕ່ພຣະອົງຄ໌ໄດ້ຊົງສະແດງ
ປະຖົມເທສະນາ ຕະຫຼອດມາຈົນເຖິງໃກ້ຈະປະຣິນິພພານ ກໍຈະເຫັນພຣະຄຸນໄດ້ ຜູ້ທີ່ ມີສັທທາ ມີວິຣິຍະ ກໍຈະສຶກສາຟັງ ຫຼື ອ່ານດ້ວຍຄວາມ
ປິຕິໂສມນັສ
ຂະນະທີ່ອ່ານຫຼືຟັງນັ້ນ ເມື່ອເຂ້າໃຈພຣະທັມມ໌ກໍອາຈຈະຣະລຶກຮູ້ລັກສະນະຂອງສະພາພທັມ ທີ່ກຳລັງປຣາກົດ……ອາຈາຣຢ໌ສຸຈິນຕ໌
ບໍຣິຫາຣວະນະເຂຕຕ໌
ຄຸນຂອງພຣະຣັຕະນະຕຣັຍ
໑. ພຸທທານຸສສະຕິ ໄດ້ແກ່ການນ້ອມຈິຕຣຳລຶກເຖິງ ພຣະຄຸນຂອງພຣະພຸທທະເຈົ້າ ຄື ຣະລຶກເຖິງຄວາມດີອັນມີຢູ່ ໃນພຣະອົງຄ໌ ເຊິ່ງມີຢູ່ ໙ ປະກາຣ ຕາມນັຍພຣະບາລີພຸທທານຸສສະຕິ ປາຖະ ຄືບົທສວດອິຕິປິໂສ ພະຄະວາຯ
ອິຕິປິໂສ ພະຄະວາ ອະຣະຫັງ ສັມມາສັມພຸທໂທ ວິຊຊາຈະຣະນະສັມປັນໂນ ສຸຄະໂຕ ໂລກະວິທູ ອະນຸຕຕະໂຣ ປຸຣິສະທັມມະສາຣະຖິ ສັຕຖາເທວະ ມະນຸສສານັງ ພຸທໂທ ພະຄະວາຕິ
ອິຕິປິໂສ ພະຄະວາ ແມ້ເພາະຢ່າງນີ້ໆ ພຣະຜູ້ມີພຣະພາຄເຈົ້ານັ້ນ
໑. ອະຣະຫັງ ທຣົງ(ອ່ານວ່າຊົງ) ເປັນພຣະອະຣະຫັນຕ໌ ຫ່າງໄກລຈາກກິເລສ
໒. ສັມມາສັມພຸທໂທ ທຣົງ(ອ່ານວ່າຊົງ) ຕຣັສຮູ້ເອງໂດຍຊອບ
໓. ວິຊາຈະຣະນະສັມປັນໂນ ທຣົງ(ອ່ານວ່າຊົງ) ເຖິງພ້ອມດ້ວຍວິຊາແລະຈະຣະນະ
໔. ສຸຄະໂຕ ທຣົງ(ອ່ານວ່າຊົງ) ເປັນຜູ້ສະເດັຈໄປດີ
໕. ໂລກະວິທູ ທຣົງ(ອ່ານວ່າຊົງ) ເປັນຜູ້ຮູ້ແຈ້ງໂລກ
໖. ອະນຸຕຕະໂຣ ປຸຣິສະທັມມສາຣະຖິ ທຣົງ(ອ່ານວ່າຊົງ) ເປັນຜູ້ຝຶກຄົນຢ່າງບໍ່ມີໃຜຍິ່ງກວ່າ
໗. ສັຕຖາ ເທວະມະນຸສສານັງ ທຣົງ(ອ່ານວ່າຊົງ) ເປັນສາສດາຂອງເທພແລະມະນຸສຍ໌ທັ້ງຫລາຍ
໘. ພຸທໂທ ທຣົງ(ອ່ານວ່າຊົງ) ເປັນຜູ້ຕື່ນແລ້ວ (ເປັນຜູ້ຕື່ນແລ້ວຈາກກິເລສນິທຣາ)
໙. ພະຄະວາ ທຣົງ(ອ່ານວ່າຊົງ) ເປັນຜູ້ຈຳແນກທັມ
ເມື່ອກ່າວໂດຍຍໍ້ ພຣະອົງຄ໌ທຣົງ(ອ່ານວ່າຊົງ) ມີພຣະຄຸນ ໓ ປະກາຣ ຄື ພຣະປັນຍ໌ຍາຄຸນ ພຣະກະຣຸນາຄຸນ ແລະ ພຣະວິສຸທທິຄຸນ ການຣະລຶກເຖິງພຣະຄຸນຂອງພຣະພຸທທະເຈົ້າ ຈະຣະລຶກຕາມບົທສວດອິຕິປິໂສທັ້ງຫມົດ ນັ້ນກໍໄດ້ ຫຼືຈະຣະລຶກຂໍ້ໃດຂໍ້ນຶ່ງກໍໄດ້
໒. ທັມມານຸສະຕິ ໄດ້ແກ່ການຣະລຶກເຖິງຄຸນຂອງພຣະທັມມ໌ ຄື ຄຳສອນຂອງ ພຣະພຸທທະເຈົ້າ ຊຶ່ງມີຢູ່ ໖ ປະກາຣ ຕາມນັຍພຣະບາລີທັມມານຸສສະຕິປາຖະ
ສວາກຂາໂຕ ພະຄະວາຕາ ທັມໂມ ສັນທິຕຖິໂກ ອະກາລິໂກ ເອຫິປັສສິໂກ ໂອປະນະຍິໂກ ປັຈຈັຕຕັງ ເວທິຕັພໂພ ວິນຍູຫິ-ຕິ
໑. ສະວາກຂາໂຕ ເປັນທັມອັນພຣະຜູ້ມີພຣະພາຄຕຣັສໄວ້ດີແລ້ວ
໒. ສັນທິຕຖິໂກ ເປັນທັມທີ່ຜູ້ບັນລຸຈະພຶງເຫັນເອງ
໓. ອະກາລິໂກ ໄມ່ປະກອບດ້ວຍກາລສະມັຍ (ຫມາຍເຖິງ ມັຄ ຫມາຍເຖິງ ຜົລ)
໔. ເອຫິປັສສິໂກ ເປັນທັມມ໌ທີ່ຄວຣເອິ້ນກັນມາເບິ່ງ ມາຮຽນມາສຶກສາ (ໃຫ້ພິສູຈນ໌ເບິ່ງໄດ້)
໕. ໂອປະນະຍິໂກ ເປັນທັມມ໌ທີ່ຄວຣນ້ອມເຂ້າມາໃນຕົນ (ດີມີປະໂຍຊນ໌)
໖. ປັຈຈັຕຕັງ ເວທິຕັພໂພ ວິຍຍູຫິ ເປັນທັມມ໌ອັນວິນຍ໌ຍູຊົນພຶງຮູ້ສະເພາະຕົນ
໓. ສັງຄານຸສສະຕິ ຄື ຣະລຶກເຖິງຄຸນຂອງພຣະສງຄ໌ ຊຶ່ງມີຢູ່ ໙ ປະກາຣຕາມນັຍສັງຄາ ນຸສສະຕິປາຖະ ຄື ບົທສຸປະຕິປັນໂນຯ
ສຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ ອຸຊຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ ຍາຍະປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ ສາມີຈິປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ ຍະທິທັງ ຈັຕຕາຣິ ປຸຣິສະຍຸຄານິ ອັຕຖະ ປຸຣິສະປຸຄຄະລາ ເອສະ ພະຄະວະໂຕ ສາວະກະສັງໂຄ ອາຫຸເນີຍໂຍ ປາຫຸເນີຍໂຍ ທັກຂິເນີຍໂຍ ອັນຊະລີກະຣະນີໂຍ ອະນຸຕຕະຣັງ ປຸນຍັກເຂຕຕັງ ໂລກັສສາ-ຕິ
ພະຄະວະໂຕ ສາວະກະສັງໂຄ ພຣະສງຄ໌ສາວົກຂອງພຣະຜູ້ມີພຣະພາຄ
໑. ສຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ ເປັນຜູ້ປະຕິບັຕິດີແລ້ວ
໒. ອຸຊຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ ເປັນຜູ້ປະຕິບັຕິຕົງແລ້ວ
໓. ຍາຢະປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ ເປັນຜູ້ປະຕິບັຕິເປັນທັມມ໌
໔. ສາມີຈິປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ ເປັນຜູ້ປະຕິບັຕິສົມຄວຣ (ເຫມາະສົມ)
ຍະທິທັງ ຈັຕຕາຣິ ປຸຣິສະຢຸຄານິ ອັຕຖະ ປຸຣິສະປຸຄຄະລາ ເອສະ ພະຄະວະໂຕ ສາວະກະສັງໂຄ
໕. ອາຫຸເນີຍໂຍ ເປັນຜູ້ຄວຣຣັບຂອງຄຳນັບ
໖. ປາຫຸເນີຍໂຍ ເປັນຜູ້ຄວຣແກ່ຂອງຕ້ອນຣັບ
໗. ທັກຂິເນີຍໂຍ ເປັນຜູ້ຄວຣຣັບຂອງເຮັດບູນ
໘. ອັຍຊະລີກະຣະນີໂຍ ເປັນຜູ້ຄວຣປະນົມມືໄຫວ້
໙. ອະນຸຕຕະຣັງ ປຸນຢັກເຂຕຕັງ ໂລກັສສະ ເປັນນາບູນຂອງໂລກ ໄມ່ມີນາບຸນອື່ນຍິ່ງກວ່າ
ຄຣູບາອາຈາຣຍ໌ໄດ້ຝາກຄຳສວດນີ້ເພື່ອໃຫ້ເປັນນຸສສະຕິ ຫຼືຣະລຶກແມ້ຍາມໃກ້ຕາຍ ກໍຈະເປັນ ທີເພິ່ງທີດີ ຢ່າງໜ້ອຍກໍມີພຣະພຸທທະເຈົ້າເປັນທີເພິ່ງ ເປັນສາຣະນະ ພຣະທັມມ໌ເປັນທີເພິ່ງ ເປັນສາຣະນະ ພຣະສົງຄ໌ເປັນທີເພິ່ງ ເປັນສາຣະນະ ແລະຄຳສວດນີ້ ແມ່ນພຣະອະຣະຫັນຕະສັມມາສັມພຸທທະເຈົ້າ
ເປັນຜູ້ແຕ່ງ ໄວ້ເຕືອນເຫຼົ່າສະວົກທັ້ງຫລາຍ ໃຫ້ຣະລຶກເຖິງເລຶ້ອຍໆ ກໍຈະເຂົ້າເຖິງ ພຣະທັມມ໌ໄດ້ ດັ່ງພຣະອົງຄ໌ເວົ້າໄວ້ວ່າຜູ້ໃດເຫັນທັມມ໌ຜູ້ນັ້ນ ເຫັນເຮົາຕະຖາຄົດ
ຈະເຣີນຍ໌ທັມມ໌..........ໄພທູຣຍ໌
ອິນທະວົງສ໌