Welcome to Lao Buddhavong...Laodhamma

Ten Life

Home
Morning Chanting
Evening Chanting
Abhidhamma 7 Khampi
Video Abhidhamma
Samatha and Vipassana
To read this page click here!
Contact Me
Doing Time Doing Vipassana
Doing Time Doing Vipassana
Dhamma-Nature Video
Patijasamupabath "The Law of Causation"
Lao!
Soud Mon (Audio)
Sibsong Tamnan

Enter subhead content here

... ນະໂມ ຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸທທັສສະ ຯ
... ນະໂມ ຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸທທັສສະ ຯ
... ນະໂມ ຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸທທັສສະ ຯ

 

………………ຂໍເຖິ່ງພຣະຣັຕະນະຕຣັຍເປັນທີ່ເພິ່ງອັນອຸດົມຕະຫຼອດໄປ ! ! ! ! ! !………………

 

ທົສຊາຕ ພຣະເຈົ້າ ໑໐ ຊາຕ

ເຫຼັ້ມທີ່ ໒໘ ຊື່ຂຸທທະນິກາຍ ຊາດົກ ພາຄທີ່ ໒ (ເປັນສຸຕຕັນຕະປິດົກ) ໑໐ ເຣື່ອງນີ້ ຄືເຣື່ອງ ທີ່ເອິ້ນວ່າ ມະຫານິບາຕຊາດົກ ແປວ່າ ຊາດົກທີ່ຊຸມນຸມເຣື່ອງໃຫຍ່ ຫລືທີ່ໂບຣານເອິ້ນວ່າ ທົສຊາຕ ຄືເຣື່ອງ ໑໐ ຊາຕິ ຊຶ່ງໃນທີ່ນີ້ຈະອອກນາມ ພ້ອມທັ້ງກ່າວໃຈຄວາມຢໍ່ທັ້ງສິບເຣື່ອງ ດັ່ງຕໍ່ໄປນີ້ :

 

໑. ເຕມີຍ໌ຊາດົກ      ບຳເພັນຍ໌ເນກຂັມະມບາຣມີ (ເນກຂັມມະບາຣະມີ)

໒. ຊະນົກຊາດົກ      ບຳເພັນຍ໌ວິຣິຢະບາຣມີ (ວິຣິຢະບາຣະມີ)

໓. ສຸວັນນະສາມຊາດົກ ບຳເພັນຍ໌ເມຕຕາບາຣມີ (ເມຕຕາບາຣະມີ)

໔. ເນມິຣາຊຊາດົກ    ບຳເພັນຍ໌ອະທິສຖານບາຣມີ (ອະທິສຖານບາຣະມີ)

໕. ມະໂຫສົຖຊາດົກ   ບຳເພັນຍ໌ປັນຍ໌ຍາບາຣມີ (ປັນຍ໌ຍາບາຣະມີ)

໖. ພູຣິທັຕຊາດົກ      ບຳເພັນຍ໌ສີລບາຣມີ (ສີລະບາຣະມີ)

໗. ຈັນທະຊາດົກ      ບຳເພັນຍ໌ຂັນຕິບາຣມີ (ຂັນຕິບາຣະມີ)

໘. ນາຣະທະຊາດົກ    ບຳເພັນຍ໌ອຸເບກຂາບາຣມີ (ອຸເບກຂາບາຣະມີ)

໙. ວິທູຣຊາດົກ ບຳເພັນຍ໌ສັຈຈະບາຣມີ (ສັຈຈະບາຣະມີ)

໑໐.ເວສສັນດອນຊາດົກ ບຳເພັນຍ໌ທານບາຣມີ (ທານະບາຣະມີ)

 

໑. ເຕມີຍ໌ຊາດົກ (ເຕເມໃບ້)

າດົກເຣື່ອງນີ້ສະແດງເຖິງກາຣບຳເພັນຍ໌ເນກຂັມມບາຣມີ ຄືກາຣອອກບວຊຫລືອອກຈາກກາມ ເລົ່າເຣື່ອງເຕມິຢະຣາຊກຸມາຣ ຍ້ານກາຣທີ່ຈະໄດ້ຄອງ ຣາຊສົມບັຕ ເພາະທຣົງສະຫລົດພຣະຫຣຶໄທທີ່ເຫັນຣາຊບຸຣຸສລົງໂທສໂຈຣຕາມພຣະຣາຊດຳຣັສຂອງພຣະຣາຊາ ເຊັ່ນຄ່ຽນພັນເທື່ອແດ່ ເອົາຫອກແທງແດ່ ເອົາຫລາວສຽບແດ່ ຈຶງໃຊ້ວິທີຕັ່ງຕີ່ເຮັດເປັນງ່ອຍ ເປັຽ ຫູຫນວກ ເປັນໃບ້ ບໍ່ເວົ້າຈາກັບໃຜ ແມ້ຈະຖືກທົດລອງຕ່າງ ໆ ກໍອົດກັ້ນໄວ້ ບໍ່ຍອມສະແດງອາກາຣພິຣຸທໃຫ້ປາກົດ ທັ້ງນີ້ເພື່ອຈະລ່ຽງ ກາຣຄອງຣາຊສົມບັຕ ພຣະຣາຊາປືກສາພວກພຣາຫ໌ມນ໌ກໍໄດ້ຮັບຄຳແນະນຳ ໃຫ້ນຳຣາຊກຸມາຣໄປຝັງເສັຽ. ພຣະຣາຊມາຣດາທຣົງຄັດຄ້ານບໍ່ສຳເຣັຈ ກໍທູລຂໍໃຫ້ພຣະຣາຊ ກຸມາຣຄອງຣາຊຍ໌ຈັກ ໗ ມື້ ແຕ່ພຣະຣາຊກຸມາຣກໍບໍ່ຍອມເວົ້າ ຕໍ່ເມື່ອ ໗ ມື້ແລ້ວ ສາຣະຖີນຳຣາຊກຸມາຣຂຶ້ນສູ່ຣົດໄປເພື່ອຈະຝັງຕາມຄຳຮັບສັ່ງຂອງພຣະຣາຊາ ຂນະທີ່ຂຸດຫລຸມຢູ່ພຣະຣາຊກຸມາຣກໍ ສະເດັຈລົງຈາກຣົດ ຕຣັສປຣາໃສກັບນາຍສາຣະຖີ ແຈ້ງຄວາມຈິງໃຫ້ຮູ້ວ່າ ມີພຣະຣາຊປະສົງຄ໌ ຈະອອກບວຊ ສາຣະຖີເລື່ອມໃສໃນ ຄຳສອນຂໍອອກບວຊນຳ ຈຶງຕຣັສສັ່ງ ໃຫ້ນຳຣົດກັບໄປຄືນກ່ອນ ສາຣະຖີນຳຄວາມໄປເລົ່າຖະຫວາຍພຣະຣາຊມາຣດາ ພຣະຣາຊບິດາ ໃຫ້ທຣົງຮູ້. ທັ້ງສອງພຣະອົງຄ໌ ພ້ອມກັບອຳມາຕຍ໌ ຣາຊບໍຣິພາຣຈຶງສະເດັຈອອກໄປຫາ ເຊີນຍ໌ໃຫ້ພຣະຣາຊກຸມາຣ ສະເດັຈກັບໄປຄອງຣາຊສົມບັຕ ແຕ່ພຣະຣາຊກຸມາຣກັບມາຖະຫວາຍຫລັກທັມມ໌ ໃຫ້ຍິນດີໃນເນກຂັມມະ ຄືກາຣອອກຈາກກາມ.

 

ພຣະຊະນົກຊົນນີພ້ອມກັບບໍຣິວາຣທຣົງເລື່ອມໃສໃນຄຳສອນ ກໍສະເດັຈອອກຜະນວຊແລະບວຊຕາມ. ແລະໄດ້ມີພຣະຣາຊາອື່ນອີກເປັນຈຳນວນຫລວງຫລາຍ ສະດັບພຣະໂອວາທຂໍອອກຜະນວຊ ຕາມ.

 

໒. ມະຫາຊະນົກຊາດົກ

າດົກເຣື່ອງນີ້ສະແດງເຖິງກາຣບຳເພັນຍ໌ວິຣິຢະບາຣມີ ຄືຄວາມພາກພຽຣ ໃຈຄວາມສຳຄັນຍ໌ຄື ພຣະມະຫາຊະນົກຣາຊກຸມາຣຢ່າງທາງໄປທາງທະເລ ເຣືອແຕກ ຄົນທັ້ງຫຼາຍຈົມນ້ຳຕາຍແດ່ ປັນເຫຢື່ອຂອງສັຕວ໌ນ້ຳແດ່ ແຕ່ບໍ່ທຣົງລະຄວາມອຸຕສາຫະ ທຣົງລອຍນ້ຳໂດຍກຳໜົດທິສທ າງແຫ່ງເມືອງມິຖິລາ ໃນທີ່ສຸດກໍໄດ້ ຫຼອດຊີວິຕກັບໄປເຖິງເມືອງມິຖິລາໄດ້ຄອງຣາຊສົມບັຕ. ຊາດົກເຣື່ອງນີ້ເປັນທີ່ມາແຫ່ງພາສິຕທີ່ວ່າ ເປັນຊາຍຄວຣພຽຣເລື້ອຍໄປ ຢ່າເບື່ອຫນ່າຍ (ຄວາມພຽຣ) ເສັຽ, ເຮົາເຫັນຕັວເອງເປັນໄດ້ຢ່າງໃຈຫັວງ, ຂຶ້ນຈາກນ້ຳມາສູ່ເທິງບົກໄດ້

໓. ສຸວັນນະສາມຊາດົກ

າດົກເຣື່ອງນີ້ສະແດງເຖິງກາຣບຳເພັນຍ໌ເມຕຕາບາຣມີ ຄືກາຣແຜ່ໄມຕຣີຈິຕຄິດຈະໃຫ້ສັຕວ໌ທັ້ງປວງເປັນສຸຂທົ່ວຫນ້າ ມີເຣື່ອງເລົ່າວ່າ ສຸວັນນະສາມ ລ້ຽງມາຣດາ ບິດາຂອງຕົນຊຶ່ງເສັຽຈັກສຸ (ຕາ)ໃນປ່າ ແລະເນື່ອງຈາກເປັນຜູ້ເມຕຕາປາດຖະໜາດີຕໍ່ຜູ້ອື່ນ ຫມູ່ສັຕວ໌(ສັດ)ກໍຢ່າງຕາມແວດລ້ອມໄປໃນ ທີ່ຕ່າງໆ ມື້ນຶ່ງຖືກພຣະເຈົ້າ ເມືອງພາຣານສີຊື່ປິລຍັກສ໌ ຍິງເອົາດ້ວຍທະນູເພາະ ເຂົ້າພຣະທັຍຜິດ ພາຍຫລັງເມື່ອຮູ້ວ່າເປັນມານົພຜູ້ລ້ຽງ ມາຣດາ-ບິດາ ກໍສະຫລົດພຣະທັຍ ຈຶງໄປຈູງ ມາຣດາ ບິດາຂອງສຸວັນນະສາມມາ. ມາຣດາບິດາຂອງສຸວັນນະສາມກໍຕັ້ງສັຈຈະກິຣິຍາ ອ້າງຄຸນຄວາມດີຂອງ ສຸວັນນະສາມ ຂໍໃຫ້ພິສຂອງລູກສອນຫມົດໄປ ສຸວັນນະສາມກໍຟື້ນຄືນ ສະຕິ ແລະໄດ້ສອນພຣະຣາຊາ ສະແດງຄຕິທັມມ໌ວ່າ ຜູ້ໃດລ້ຽງມາຣດາບິດາໂດຍທັມມ໌ ແມ້ເທວະດາ ກໍຍ່ອມຮັກສາຜູ້ນັ້ນ ຍ່ອມມີຄົນສັຣເສີນຍ໌ໃນໂລກນີ້ ລະໂລກນີ້ ໄປແລ້ວກໍບັນເທິງໃນສະຫວັຣຄ໌ ຕໍ່ຈາກນັ້ນເມື່ອພຣະຣາຊາຂໍໃຫ້ສັ່ງສອນຕໍ່ໄປອີກ ກໍສອນໃຫ້ທຣົງປະຕິບັຕິທັມມ໌ປະຕິບັຕິຊອບໃນບຸຄຄົລທັ້ງປວງ

 

໔. ເນມິຣາຊຊາດົກ

າດົກເຣື່ອງນີ້ສະແດງເຖິງກາຣບຳເພັນຍ໌ອະທິຕຖານ(ອະທິຖານ)ບາຣມີ ຄືຄວາມຕັ້ງໃຈມັ່ນຄົງ. ມີເຣື່ອງເລົ່າວ່າ ເນມິຣາຊກຸມາຣໄດ້ຂຶ້ນຄອງຣາຊຍ໌ ສືບສັນຕິວົງສ໌ ຕໍ່ຈາກພຣະຣາຊບິດາ ທຣົງບຳເພັນຍ໌ຄຸນງາມຄວາມດີເປັນທີ່ຮັກຂອງມະຫາຊົນ ແລະໃນທີ່ສຸດເມື່ອເຖົ້າແກ່ຊາຣາລົງກໍທຣົງມອບຣາຊ ສົມບັຕແກ່ພຣະຣາຊໂອຣົສ

 

ສະເດັຈອອກຜະນວຊເຊັ່ນດຽວກັບທີ່ພຣະຣາຊບິດາຂອງພຣະອົງຄ໌ເຄີຍທຣົງບຳເພັນຍ໌ມາ

 

໕. ມໂຫສົທຊາດົກ

າດົກເຣື່ອງນີ້ສະແດງເຖິງກາຣບຳເພັນຍ໌ປັນຍ໌ຍາບາຣມີ ຄືຄວາມຣູ້ທົ່ວເຖິງສິ່ງທີ່ຄວຣຣູ້. ມີເຣື່ອງເລົ່າວ່າ ມະໂຫສົທບັນທິຕເປັນທີ່ປືກສາຫນຸ່ມຂອງ ພຣະເຈົ້າ ວິເທຫະແຫ່ງເມືອງມິຖິລາ ທ່ານມີຄວາມສະຫຼາດຣູ້ ສາມາຖແນະນຳໃນປັນຫາຕ່າງ ໆ ໄດ້ຢ່າງຖືກຕ້ອງຣອບຄອບ ເອົາຊນະທີ່ປືກສາອື່ນໆ ທີ່ຣິສຍາໃສ່ຄວາມ ດ້ວຍຄວາມດີບໍ່ພະຍາບາທອາຄາຕ ເທື່ອຫລັງໃຊ້ອຸບາຍປ້ອງກັນພຣະຣາຊາຈາກຣາຊສັຕຣູ ແລະຈັບຣາຊສັຕຣູ ຊຶ່ງເປັນກສັຕຣິຍ໌ພຣະນະຄອຣອື່ນໄດ້

 

໖.ພູຣິທັຕຕຊາດົກ

າດົກເຣື່ອງນີ້ສະແດງເຖິງກາຣບຳເພັນຍ໌ສີລບາຣມີ ຄືກາຣຮັກສາສີລ. ມີເຣື່ອງເລົ່າວ່າ ພູຣິທັຕຕະນາຄະຣາຊໄປຈຳສີລຢູ່ຮິມຝັ່ງແມ່ນ້ຳຢະມຸນາ. ຍອມອົດທົນໃຫ້ຫມໍງູ ຈັບໄປທໍຣະມານຕ່າງ ໆ ທັ້ງ ໆ ທີ່ສາມາຖຈະທຳຮ້າຍຫມໍງູໄດ້ດ້ວຍຣຶທທິ໌(ຣິດຖ໌) ມີໃຈມັ່ນຕໍ່ສີລຂອງຕົນ ໃນທີ່ສຸດ ກໍໄດ້ອິສະຣະພາພ.

 

໗. ຈັນທກຸມາຣຊາດົກ

າດົກເຣື່ອງນີ້ສະແດງເຖິງກາຣບຳເພັນຍ໌ຂັນຕິບາຣມີ ຄືຄວາມອົດທົນ. ມີເຣື່ອງເລົ່າວ່າ ຈັນທະ ກຸມາຣເປັນໂອຣົສຂອງພຣະເຈົ້າເອກຣາຊ ເຄີຍຊ່ອຍປະຊາຊົນ ໃຫ້ພົ້ນຈາກຄະດີ ຊຶ່ງກັນທະຫາ ລະພຣາຫ໌ມນ໌ ຣາຊປຸໂຣຫິດາຈາຣຍ໌ຮັບສິນບົນຕັດສິນບໍ່ເປັນທັມມ໌ ປະຊາຊົນກໍພາກັນເລື່ອມໃສ ເປັ່ງສາທຸກາຣ ເຮັດໃຫ້ ກັນທະຫາລະພຣາຫ໌ມນ໌ ຜູກອາຄາຕໃນພຣະຣາຊກຸມາຣ. ເມື່ອພຣະເຈົ້າເອກຣາຊທຣົງພຣະຣາຊສຸບິນ ເຫັນດາວດຶງສ໌ ເທວະໂລກ ເມື່ອຕື່ນບັນທົມທຣົງກໍຢາກຈະຮູ້ ທາງໄປສູ່ເທວະໂລກ ຕຣັສຖາມກັນທະຫາລະພຣາຫ໌ມນ໌ ຈຶງເປັນໂອກາສໃຫ້ພຣາຫ໌ມນ໌ແກ້ແຄ້ນ ດ້ວຍກາຣ ກຣາບທູລແນະໃຫ້ຕັດພຣະສຽນ(ຫົວ)ພຣະໂອຣົສ ທິດາ ເປັນຕົ້ນບູຊາຍັນ. ພຣະເຈົ້າເອກຣາຊເປັນຄົນໂງ່ ກໍສັ່ງຈັບພຣະຣາຊໂອຣົສ ໔ ພຣະອົງຄ໌ ແລະຄົນອື່ນ ໆ ອີກ ເພື່ອຕຽມປະຫາຣເຊັ່ນກັນ ແມ້ໃຜຈະທັດທານຂໍຣ້ອງ ກໍບໍ່ໄດ້ຜົລ. ຮ້ອນເຖິງທ້າວສັກກະ(ພຣະອິນທຣ໌) ຕ້ອງມາຂົ່ມຂູ່ແລະຊີ້ແຈງ ໃຫ້ຫາຍເຂ້າໃຈຜິດວ່າ ວິທີນີ້ບໍ່ແມ່ນທາງໄປສະຫວັຣຄ໌. ມະຫາຊົນຈຶງພາກັນຂ້າພຣາຫ໌ມນ໌ ປະໂຣຫິຕນັ້ນແລະເນຣະເທສພຣະເຈົ້າເອກຣາຊ ແລ້ວກຣາບທູລເຊີນຍ໌ຈັນທະກຸມາຣ ຂຶ້ນຄອງຣາຊຍ໌

 

໘. ນາຣທຊາດົກ

າດົກເຣື່ອງນີ້ສະແດງເຖິງກາຣບຳເພັນຍ໌ອຸເບກຂາບາຣມີ ຄືກາຣວາງເສີຍ. ມີເຣື່ອງເລົ່າວ່າ ພຣາຫ໌ມະນາຣທະຊ່ອຍເປລື້ອງພຣະເຈົ້າອັງຄະຕິຣາຊ ໃຫ້ກັບຈາກ ຄວາມເຫັນຜິດ ມາມີຄວາມເຫັນຊອບຕາມເດິມ (ຄວາມເຫັນຜິດນັ້ນ ເປັນໄປໃນທາງວ່າສຸຂທຸກຂ໌ເກີດເອງບໍ່ມີເຫຕຸ ຄົນເຮົາວຽນ ຫວ່າຍຕາຍເກີດ ຫຼາຍກ່ອນ ນັ້ນກໍບໍຣິສຸທທິ໌ໄດ້ເອງ ຊຶ່ງເອິ້ນວ່າສັງສາຣສຸທທິ).

 

໙. ວິທຸຣຊາດົກ

າດົກເຣື່ອງນີ້ສະແດງເຖິງກາຣບຳເພັນຍ໌ສັຈຈະບາຣມີ(ສັຈຈະບາຣະມີ) ຄືຄວາມສັຕຍ໌. ມີເຣື່ອງ ເລົ່າເຖິງວິທຸຣບັນທິຕ ຊຶ່ງເປັນຜູ້ຖະຫວາຍຄຳແນະນຳ ປະຈຳຣາຊ ສຳນັກພຣະເຈົ້າທະນັນໄຊ ໂກຣັພຢະ ເປັນຜູ້ທີ່ພຣະຣາຊາແລະປະຊາຊົນຮັກໃຄຣ່ເຄົາຣົພນັບຖືຫລາຍ ຄັ້ນນຶ່ງປຸນນະກະຍັກສ໌ ມາທ້າ ພຣະເຈົ້າທະນັນໄຊໂກຣັພຢະ ເຫຼັ່ນສະກາ ຖ້າຕົນແພ້ຈັກຖະຫວາຍມະນີຣັຕນະ (ແກ້ວ)ອັນວິເສສ ຖ້າພຣະຣາຊາແພ້ກໍຈະພຣະຣາຊທານທຸກສິ່ງທີ່ ຕ້ອງກາຣ ເວັ້ນແຕ່ພຣະກາຍຂອງພຣະອົງຄ໌ ຣາຊສົມບັຕແລະພຣະມະເຫສີ ໃນທີ່ສຸດພຣະຣາຊາແພ້ປຸນນະກະຍັກສ໌ຈຶງທູລຂອງວິທຸຣບັນທິຕ ພຣະຣາຊາຈະບໍ່ ພຣະຣາຊທານກໍຍ້ານເສັຽສັຕຍ໌ ພຣະອົງຄ໌ຕີຣາຄາ ວິທຸຣບັນທິຕຍິ່ງກວ່າທຣັພຍ໌ (ຊັບ)ສິນເງິນທອງໃດໆ ທຣົງຫນ່ວງໜ່ຽວດ້ວຍປະກາຣຕ່າງໆ ແຕ່ກໍຕົກລົງ ກັນໄປໄຕ່ຖາມໃຫ້ ວິທຸຣບັນທິຕຕັດສິນ ວິທຸຣບັນທິຕກໍຕັດສິນ ໃຫ້ຮັກສາສັຕຍ໌(ຄວາມເວົ້າທີຈິງ) ຄືຕົນເອງຍອມໄປກັບຍັກສ໌ ຄວາມຈິງຍັກສ໌ຕ້ອງກາຣພຽງ ເພື່ອຈະນຳຫັວໃຈຂອງວິທຸຣບັນທິຕໄປແລກກັບທິດາພະຍານາຄ ຊຶ່ງຄວາມ ຈິງເປັນອຸບາຍຂອງເມັຽພະຍານາຄຜູ້ໃຄຣ່ຈະໄດ້ສະດັບທັມມ໌ຂອງວິທຸຣບັນທິຕ ຈຶງຕົກລົງກັບສາມີວ່າຖ້າປຸນນະກະຍັກສ໌ຕ້ອງກາຣທິດາຂອງຕົນ ກໍຂໍໃຫ້ນຳຫັວໃຈ ຂອງວິທຸຣບັນທິຕມາ. ແມ້ຍັກສ໌ຈະຫາວິທີເຮັດໃຫ້ຕາຍກໍບໍ່ຕາຍ ວິທຸຣບັນທິຕກັບສະແດງສາທຸນະຣະທັມມ໌ (ທັມມ໌ຂອງຄົນດີ)ໃຫ້ຍັກສ໌ເລື່ອມໃສ ແລະໄດ້ສະແດງທັມມ໌ ແກ່ພະຍານາຄ ໃນທີ່ສຸດກໍໄດ້ກັບມາສູ່ເມືອງ ອິນທະປັຕຖ໌ ມີກາຣສະຫຼອງຮັບຂວັນກັນເປັນກາຣໃຫຍ່.

 

໑໐. ເວສສັນດອນຊາດົກ

າດົກເຣື່ອງນີ້ສະແດງເຖິງກາຣບຳເພັນຍ໌ທານບາຣມີ ຄືກາຣບໍຣິຈາຄທານ. ມີເຣື່ອງເລົ່າເຖິງ ພຣະເວສສັນດອນຜູ້ໃຈດີບໍຣິຈາຄທຸກຢ່າງທີ່ມີຄົນຂໍ ຄັ້ນນຶ່ງ ປະທານຊ້າງ ເຜືອກຄູ່ບ້ານ ຄູ່ເມືອງແກ່ພຣາຫ໌ມນ໌ຊາວກາລິງຄະ ຊຶ່ງມາຂໍຊ້າງໄປເພື່ອໃຫ້ຫາຍຝົນແລ້ງ ແຕ່ປະຊາຊົນ ໂກຣທ (ຂຽດ) ຂໍໃຫ້ເນຣະເທສ ພຣະເວສສັນດອນ ພຣະຣາຊບິດາຈຶງຈຳພຣະທັຍ(ໃຈ)ເນຣະເທສ ຊຶ່ງພຣະນາງມັທຣີ (ມັດຊີ) ພ້ອມກັບພຣະໂອຣົສທິດາໄດ້ຕາມສະເດັຈໄປນຳ ເມື່ອຊູຊົກໄປຂໍ ສອງກຸມາຣ ກໍປະທານອີກ ພາຍຫລັງພຣະເຈົ້າສັນຊັຍ ພຣະຣາຊບິດາທຣົງໄຖ່ສອງກຸມາຣ ແລະສະເດັຈໄປຮັບພຣະເວສສັນດອນກັບເມືອງ. ( ເຣື່ອງນີ້ສະແດງ ກາຣເສັຽສລະສ່ວນນ້ອຍເພື່ອປະໂຍຊນ໌ ສ່ວນໃຫຍ່ ຄືກາຣຕຣັສຣູ້ເປັນພຣະພຸທທະເຈົ້າ ອັນຈະເປັນທາງໃຫ້ໄດ້ບຳເພັນຍ໌ປະໂຍຊນ໌ສ່ວນຮ່ວມໄດ້ດີຍິ່ງ ບໍ່ແມ່ນ ເສັຽສລະໂດຍບໍ່ມີຈຸດມຸ່ງຫມາຍຫລືເຫຕຸຜົລ).

 

ທີ່ມາ ພຣະໄຕຣປິດົກ ສະບັບປະຊາຊົນ ພາສາໄທຍ໌

 

ຈະເຣີນຍ໌ທັມມ໌..........ໄພທູຣຍ໌ ອິນທະວົງສ໌

 


 ………ຢະຖາ ວາຣິວະຫາ ປູຣາ ປະຣິປູເຣັນຕິ ສາຄະຣັງ ເອວະເມວະ ອິໂຕ ທິນນັງ ເປຕານັງ ອຸປະກັປປະຕິ ອິຈສິຕັງ ປັຕຖິຕັງ ຕຸມຫັງ ຂິປປະເມວະ ສະມິຊຊະຕຸ ສັພເພ ປູເຣັນຕຸ ສັງກັປປາ ຈັນໂທ ປັນນະຣະໂສ ຢະຖາ ມະນິ ໂຊຕິຣະໂສ ຢະຖາ......... ສັພພີຕິໂຢ ວິວັຊຊັນຕຸ ສັພພະໂຣໂຄ ວິນັສສະຕຸ ມາ ເຕ ພະວັຕວັນຕະຣາໂຢ ສຸຂີ ທີຄາຢຸໂກ ພະວະ ອະພິວາທະນະສີລີສສະ ນິຈຈັງ ວຸທທາປະຈາຢິໂນ ຈັຕຕາໂຣ ທັມມາ ວັທທັນຕິ ອາຢຸ ວັນໂນ ສຸຂັງ ພະລັງ……… ຯລຯ

 

ehead.jpg

Enter supporting content here