Welcome to Lao Buddhavong...Laodhamma

Asarahabucha

Home
Morning Chanting
Evening Chanting
Abhidhamma 7 Khampi
Video Abhidhamma
Samatha and Vipassana
To read this page click here!
Contact Me
Doing Time Doing Vipassana
Doing Time Doing Vipassana
Dhamma-Nature Video
Patijasamupabath "The Law of Causation"
Lao!
Soud Mon (Audio)
Sibsong Tamnan

Enter subhead content here

... ນະໂມ ຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸທທັສສະ ຯ
... ນະໂມ ຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸທທັສສະ ຯ
... ນະໂມ ຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸທທັສສະ ຯ

 

………………ຂໍເຖິ່ງພຣະຣັຕະນະຕຣັຍເປັນທີ່ເພິ່ງອັນອຸດົມຕະຫຼອດໄປ ! ! ! ! ! !………………

 

ອາສາລະຫະບູຊາ ເຂົ້າພັຣສາ ຫຼື ເຂົ້າພັນສາ

 

ປະວັຕຄວາມເປັນມາ

 

າສາລະຫະບູຊາ ຕົງກັບມື້ເພັນຍ໌ເດືອນ 8 ກ່ອນມື້ເຂົ້າພັຣສາ 1 ມື້ ເປັນມື້ທີ່ ພຸທທະສາ-ສະນິກຊົນສະແດງຄວາມເຄົາຣົພຕໍ່ພຣະສົງຄ໌ ອາສາລະຫະເປັນຊື່ເດືອນ ໘ ອາສາລະຫະບູຊາ ຍໍ້ມາຈາກຄຳວ່າ ອາສາລະຫະບູຣະນະມີບູຊາ ແປວ່າກາຣ ບູຊາພຣະ ໃນມື້ເພັນຍ໌ ເດືອນ ໘ ຖ້າປີໃດມີເດືອນ ໘ ສອງເທື່ອ ກໍຈະເລື່ອນໄປເປັນມື້ຂຶ້ນ ໑໕ ຄ່ຳເດືອນ ໘

 

ຫລັງຈາກສົມເດັຈພຣະພຸທທະອົງຄ໌ໄດ້ຕຣັສຣູ້ໃນມື້ເພັນຍ໌ເດືອນ 6 ແລ້ວ ໄດ້ທຣົງ(ຊົງ)ໃຊ້ເວລາທົບທວນ ສັຈທັມມ໌ ແລະທຣົງຄຳນຶງວ່າທັມມະທີ່ພຣະອົງຄ໌ຕຣັສຣູ້ນີ້ລຶກຊຶ້ງຫຼາຍ ຍາກທີ່ຜູ້ອື່ນຈະຣູ້ຕາມ ແຕ່ອາສັຍ ພຣະກະຣຸນານີ້ເປັນທີ່ຕັ້ງຈຶ່ງທຣົງພິຈາຣະນາແບ່ງບຸຄຄົນອອກເປັນ 4 ປະເພທ (ບົວ 4 ເຫຼົ່າ) ຄື :

 

໑. ອຸຄຄະຕິຕັນຢູ ດອກບົວທີ່ຢູ່ພົ້ນນ້ຳ

໒. ວິປັຈຈິຕັນຢູ ດອກບົວທີ່ຢູ່ຮິ່ມນ້ຳ

໓. ເນີຍຢະ ດອກບົວທີ່ຢູ່ໃຕ້ນ້ຳ

໔. ປະທະປະຣະມະ ດອກບົວທີ່ຈົມຢູ່ກັບໂຄລນຕົມ

 

ຈຶ່ງທຣົງມີພຣະກະຣຸນາທິຄຸນຣະລຶກເຖິ່ງອາລາຣະດາບົສ ແລະອຸທທະກະດາບົສວ່າມີກິເລສເບົາບາງ ສາມາຖຕຣັສຣູ້ໄດ້ທັນທີ ແຕ່ທ່ານທັ້ງ 2 ໄດ້ຕາຍແລ້ວ ຈຶ່ງທຣົງຣະລຶກເຖິ່ງປັນຍ໌ຈະວັຄຄີຍ໌ ໄດ້ທຣົງສະແດງ ພຣະທັມມ໌ເທສະນາແກ່ປັນຍ໌ຈະວັຄຄີຍ໌ທັ້ງ 5 ຄື ໂກນທັນຍະ ວັປປະ ພັທທິຍະ ມະຫານາມະ ແລະອັສຊິ ຊຶ່ງລ້ວນແລ້ວແຕ່ເປັນຜູ້ອຸປະຖາກພຣະພຸທທະເຈົ້າ ເມື່ອເທື່ອຍັງທຣົງບຳເພັນຍ໌ທຸກຂ໌ກິຣິຍາຢູ່ ພຣະທັມມ໌ທີ່ພຣະພຸທທະອົງຄ໌ທຣົງ ເທສະນາໃນເທື່ອນີ້ມີຊື່ວ່າທຣຣມະ(ທັມມະ) ຈັກກັປປະວັຕະນະສູຕຣ ຊຶ່ງມີອະຣິຍະສັຈ ໔ ຫຼື ຄວາມຈິງອັນປະເສິຖ ໔ ປະການໄດ້ແກ່ :

 

໑. ທຸກຂ໌ ຄວາມບໍ່ສະບາຍກາຍ ບໍ່ສະບາຍໃຈ

໒. ສະມຸທັຍ ເຫຕຸໃຫ້ເກີດທຸກຂ໌

໓. ນິໂຣທະ ຄວາມດັບທຸກຂ໌

໔. ມຣຣຄ(ມັຄ) ຂໍ້ປະຕິບັຕິໃຫ້ເຖິ່ງຄວາມດັບທຸກຂ໌

 

ຫລັງຈາກສະແດງພຣະທັມມ໌ເທສະນາແລ້ວ ທ່ານໂກນທັນຍະໄດ້ດວງຕາເຫັນທັມມ໌ ເປັນຄົນທຳອິດ ໄດ້ກາບທູລຂໍບວຊ ແລະພຣະພຸທທະອົງຄ໌ກໍທຣົງອະນຸຍາຕ ໂດຍທຣົງທຳກາຣອຸປະສົມບົທໃຫ້ແບບ ເອຫິພິກຂຸອຸປະສັມປະທາ ນັບເປັນ "ປະຖົມສາວົກ" ຂອງພຣະພຸທທະເຈົ້າ

 

ດັ່ງນັ້ນໃນມື້ນີ້ຈຶ່ງເປັນມື້ທຳອິດທີ່ມີພຣະຣັຕະນະຕຣັຍຄົບອົງຄ໌ສາມ ຄື ພຣະພຸທທ໌ ພຣະທັມມ໌  ແລະພຣະສົງຄ໌ ເນື່ອງຈາກພຣະພຸທທະອົງຄ໌ທຣົງເທສະນາເປັນກັນທ໌ທຳອິດ ຈຶ່ງເອິ້ນເທສກັນທ໌ນີ້ວ່າ "ປະຖົມມະເທສະນາ" ຫຼືອີກນັຍນຶ່ງອາຈຈະກ່າວໄດ້ວ່ານັບເປັນມື້ທຳອິດ ທີ່ພຣະພຸທທະເຈົ້າທຣົງປະກາສ ພຣະພຸທທະສາສນາ ຈະເຫັນໄດ້ວ່າປາກົຕກາຣນ໌ສຳຄັນ ໆ ໃນມື້ນີ້ ມີເຖິ່ງ 4 ປະການ ນຳກັນຄື :

 

1. ເປັນມື້ທຳອິດທີ່ພຣະພຸທທະອົງຄ໌ທຣົງສະແດງປະຖົມມະເທສສະນາ

2. ເປັນມື້ທຳອິດທີ່ພຣະພຸທທະອົງຄ໌ທຣົງໄດ້ປະຖົມສາວົກ

3. ເປັນມື້ທຳອິດທີ່ພຣະສົງຄ໌ເກີດຂຶ້ນໃນໂລກ

4. ເປັນມື້ທຳອິດທີ່ບັງເກີດຣັຕະນະຄົບສາມ ເປັນພຣະຣັຕະນະຕຣັຍ ຄື ພຣະພຸທທະຣັຕະນະ ພຣະທຣຣມະ(ທັມມະ)ຣັຕະນະ ພຣະສັງຄະຣັຕະນະ

 

 

 

ຈະເຣີນຍ໌ທັມມ໌..........ໄພທູຣຍ໌ ອິນທະວົງສ໌

 


 ………ຢະຖາ ວາຣິວະຫາ ປູຣາ ປະຣິປູເຣັນຕິ ສາຄະຣັງ ເອວະເມວະ ອິໂຕ ທິນນັງ ເປຕານັງ ອຸປະກັປປະຕິ ອິຈສິຕັງ ປັຕຖິຕັງ ຕຸມຫັງ ຂິປປະເມວະ ສະມິຊຊະຕຸ ສັພເພ ປູເຣັນຕຸ ສັງກັປປາ ຈັນໂທ ປັນນະຣະໂສ ຢະຖາ ມະນິ ໂຊຕິຣະໂສ ຢະຖາ......... ສັພພີຕິໂຢ ວິວັຊຊັນຕຸ ສັພພະໂຣໂຄ ວິນັສສະຕຸ ມາ ເຕ ພະວັຕວັນຕະຣາໂຢ ສຸຂີ ທີຄາຢຸໂກ ພະວະ ອະພິວາທະນະສີລີສສະ ນິຈຈັງ ວຸທທາປະຈາຢິໂນ ຈັຕຕາໂຣ ທັມມາ ວັທທັນຕິ ອາຢຸ ວັນໂນ ສຸຂັງ ພະລັງ……… ຯລຯ

 

ehead.jpg

Enter supporting content here