Welcome to Lao Buddhavong...Laodhamma

........About Me

Home
Morning Chanting
Evening Chanting
Abhidhamma 7 Khampi
Video Abhidhamma
Samatha and Vipassana
To read this page click here!
Contact Me
Doing Time Doing Vipassana
Doing Time Doing Vipassana
Dhamma-Nature Video
Patijasamupabath "The Law of Causation"
Lao!
Soud Mon (Audio)
Sibsong Tamnan

paitoon.jpg

ຂໍນອບນ້ອມແດ່ພຣະຜູ້ມີພຣະພາຄອະຣະຫັນຕະສັມມາສັມພຸທທະເຈົ້າພຣະອົງຄ໌ນັ້ນ… ຂໍນອບນ້ອມແດ່ພຣະຜູ້ມີພຣະພາຄອະຣະຫັນຕະສັມມາສັມພຸທທະເຈົ້າພຣະອົງຄ໌ນັ້ນ…

ຂໍນອບນ້ອມແດ່ພຣະຜູ້ມີພຣະພາຄອະຣະຫັນຕະສັມມາສັມພຸທທະເຈົ້າພຣະອົງຄ໌ນັ້ນ…

 

ນະໂມ ຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາ ສັມພຸທທັສສະ

ນະໂມ ຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາ ສັມພຸທທັສສະ

ນະໂມ ຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາ ສັມພຸທທັສສະ

          ພຸທທັງ ສະຣະນັງ ຄັຈສາມິ

          ທັມມັງ ສະຣະນັງ ຄັຈສາມິ

          ສັງຄັງ ສະຣະນັງ ຄັຈສາມິ

          ທຸຕິຢັມປິ ພຸທທັງ ສະຣະນັງ ຄັຈສາມິ

          ທຸຕິຢັມປິ ທັມມັງ ສະຣະນັງ ຄັຈສາມິ

          ທຸຕິຢັມປິ ສັງຄັງ ສະຣະນັງ ຄັຈສາມິ

          ຕະຕິຢັມປິ ພຸທທັງ ສະຣະນັງ ຄັຈສາມິ

          ຕະຕິຢັມປິ ທັມມັງ ສະຣະນັງ ຄັຈສາມິ

          ຕະຕິຢັມປິ ສັງຄັງ ສະຣະນັງ ຄັຈສາມິ

 

       ອິຕິປິ..ໂສ..ພະຄະວາ..ອະຣະຫັງ.ສັມມາສັມພຸທໂທ.ວິຊຊາຈະຣະນະ

ສັມປັນໂນ..ສຸຄະໂຕ..ໂລກະວິທູ..ອະນຸຕຕະໂຣ..ປຸຣິສະທັມມະສາຣະຖິ.ສັຕຖາ

ເທວະມະນຸສສານັງ ພຸທໂທ ພະຄະວາຕິ..

.............

       ສ໌ວາກຂາໂຕ..ພະຄະວະຕາ..ທັມໂມ...ສັນທິຕຖິໂກ ...ອະກາລິໂກ

ເອຫິປັສສິໂກ...ໂອປະນະຢິໂກ....ປັຈຈັຕຕັງ.....ເວທິຕັພໂພ......ວິນຍ໌ຍູຫິຕິ.

.............

       ສຸປະຕິປັນໂນ...ພະຄະວະໂຕ...ສາວະກະສັງໂຄ...ອຸຊຸປະຕິປັນໂນ

ພະຄະວະໂຕສາວະກະສັງໂຄ ຍາຢະປະຕິປັນໂນ.ພະຄະວະໂຕ.ສາວະກະສັງໂຄ

ສາມີຈິປະຕິປັນໂນ..ພະຄະວະໂຕ..ສາວະກະສັງໂຄ ..ຢະທິທັງ..ຈັຕຕາຣິ..ປຸຣິສະ

ຢຸຄານິ..ອັຕຖະປຸຣິສະ..ປຸຄະລາ..ເອສະ...ພະຄະວະໂຕ.ສາວະກະສັງໂຄ

ອາຫຸເນຢໂຢ...ປາຫຸເນຢໂຢ...ທັກຂິເນຢໂຢ...ອັຍຊະລີ..ກະຣະນີໂຢ

ອະນຸຕຕະຣັງ..ປຸນຍ໌ຍັກເຂຕຕັງ..ໂລກັສສາຕິ

 

.............ພາຫຸງ ສະຫັສ ສະມະພິນິມ ມິຕະສາວຸທັນຕັງ

.........ຄຣີເມຂະລັງ ອຸທິຕະໂຄ ຣະສະເສນະມາຣັງ

.........ທານາທິທັມມະວິທິນາ ຊິຕະວາ ມຸນິນໂທ

.........ຕັນເຕຊະສາ ພະວະຕຸ ເຕ ຊະຢະມັງຄະລານິ

.............ມາຣາຕິເຣ ກະມະພິຢຸຊ ຊິຕະສັພພະຣັຕຕິງ

.........ໂຄຣັມປະນາ ລະວະກະມັກຂະມະຖັທທະຢັກຂັງ

.........ຂັນຕີສຸທັນຕະວິທິນາ ຊິຕະວາ ມຸນິນໂທ

.........ຕັນເຕຊະສາ ພະວະຕຸ ເຕ  ຊະຢະມັງຄະລານິ

.............ນາລາຄິຣິງ ຄະຊະວະຣັງ.ອະຕິມັຕຕະພູຕັງ

.........ທາວັຄຄິຈັກ ກະມະສະນີວະ ສຸທາຣຸນັນຕັງ

.........ເມຕຕັມພຸເສກະວິທິນາ.ຊິຕະວາ ມຸນິນໂທ

.........ຕັນເຕຊະສາ ພະວະຕຸ ເຕ ຊະຢະມັງຄະລານິ

.............ອຸກ ຂິຕ ຕະ ຂັຄ ຄະ ມະ ຕິ ຫັສ ຖະສຸທາຣຸນັນຕັງ

.........ທາວັນຕິໂຢຊະນະປະຖັງ ຄຸລິມາລະວັນຕັງ

.........ອິທທີພິສັງຂະຕະມາໂນ ຊິຕະວາ ມຸນິນໂທ

.........ຕັນເຕຊະສາ ພະວະຕຸ ເຕ ຊະຢະມັງຄະລານິ

.............ກັຕຕະວານະ..ກັຕຖະມຸທະຣັງ ອິວະ ຄັພພິນີຢາ

.........ຈິຍຈາຢະ ທຸຕຖະວະຈະນັງ ຊະນະກາຍະມັຊເຊ

.........ສັນເຕນະ ໂສມະ ວິທິນາ ຊິຕະວາ ມຸນິນໂທ

.........ຕັນເຕຊະສາ ພະວະຕຸ ເຕ ຊະຢະມັງຄະລານິ

.............ສັຈຈັງ ວິຫາຢະ ມະຕິສັຈຈະກະວາທະເກຕຸງ

.........ວາທາພິໂຣປິຕະມະນັງ ອະຕິອັນທະພູຕັງ

.........ປັນຍ໌ຍາປະທີປະຊະລິໂຕ ຊິຕະວາ ມຸນິນໂທ

.........ຕັນເຕຊະສາ ພະວະຕຸ ເຕ ຊະຢະມັງຄະລານິ

.............ນັນໂທປະນັນທະພຸຊະຄັງ ວິພຸທັງ ມະຫິທທິງ

.........ປຸຕເຕນະ ເຖຣະພຸຊະເຄນະ ທະມາປະຢັນໂຕ

.........ອິທທູປະເທສະ ວິທິນາ ຊິຕະວາ ມຸນິນໂທ

.........ຕັນເຕຊະສາ ພະວະຕຸ ເຕ ຊະຢະມັງຄະລານິ

.............ທຸຄຄາຫະທິຕຖິພຸຊະເຄນະ ສຸທັຕຖະຫັຕຖັງ

.........ພຣັມມັງ ວິສຸທທິຊຸຕິມິທິພະກາພິທານັງ

.........ຍານາຄະເທນະ ວິທິນາ ຊິຕະວາ ມຸນິນໂທ

.........ຕັນເຕຊະສາ ພະວະຕຸ ເຕ ຊະຢະມັງຄະລານິ

.............ເອຕາປິ ພຸທທະຊະຢະມັງຄະລະ ອັຕຖະຄາຖາ

.........ໂຢ ວາຈະໂນ ທິນະທິເນ ສະຣະເຕ ມະຕັນທີ

.........ຫິຕວານະ ເນກະວິວິທານິ ຈຸປັທທະວານິ

.........ໂມກຂັງ..ສຸຂັງ ອະທິຂະເມຢຢະ ນະໂຣ ສະປັນຍ໌ໂຍຯ

 

.............ມະຫາກາຣຸນິໂກ. ນາໂຖ      ຫິຕາຍະ ສັພພະປານິນັງ

.........ປູເຣຕວາ. ປາຣະມີ. ສັພພາ....    ປັຕໂຕ ສັມໂພທິມຸຕຕະມັງ

.........ເອເຕນະ. ສັຈຈະວັຊເຊນະ      ໂຫຕຸ.ເຕ ຊະຢະມັງຄະລັງ

.............ຊະຢັນໂຕ ໂພທິຢາ ມູເລ      ສັກຢານັງ ນັນທິວັທທະໂນ

.........ເອວັງ ຕວັງ ວິຊະໂຢ ໂຫຫິ      ຊະຢັສສຸ ຊະຢະມັງຄະເລ

.........ອະປະຣາຊິຕະປັລລັງເກ        ສີເສ..ປະຖະວິໂປກຂະເຣ

.........ອະພິເສເກ ສັພພະພຸທທານັງ     ອັຄຄັປປັຕໂຕ ປະໂມທະຕິ

.........ສຸນັກຂັຕຕັງ ສຸມັງຄະລັງ        ສຸປະພາຕັງ ສຸຫຸຕຖິຕັງ

.........ສຸຂະໂນ ສຸມຸຫຸຕໂຕ ຈະ        ສຸຢິຕຖັງ ພຣັຫມະຈາຣິສຸ

.........ປະທັກຂິນັງ ກາຍະກັມມັງ       ວາຈາກັມມັງ ປະທັກຂິນັງ

.........ປະທັກຂິນັງ ມະໂນກັມມັງ       ປະນິທີ ເຕ ປະທັກຂິນາ

.........ປະທັກຂິນັງ ກັຕວານະ         ລະພັນຕັຕເຖ ປະທັກຂິເນ

.............ພະວະຕຸ ສັພພະມັງຄະລັງ     ຣັກຂັນຕຸ ສັພພະເທວະຕາ

.........ສັພພະພຸທທານຸພາເວນະ        ສະທາ ໂສຕຖີ ພະວັນຕຸ ເຕ

.........ພະວະຕຸ ສັພພະມັງຄະລັງ       ຣັກຂັນຕຸ..ສັພພະເທວະຕາ

.........ສັພພະທັມມານຸພາເວນະ        ສະທາ ໂສຕຖີ ພະວັນຕຸ ເຕ

.............ພະວະຕຸ ສັພພະມັງຄະລັງ     ຣັກຂັນຕຸ ສັພພະເທວະຕາ

.........ສັພພະສັງຄານຸພາເວນະ        ສະທາ ໂສຕຖີ ພະວັນຕຸ ເຕ

 

.............ປຸຕຕະກາໂມລະເພປຸຕຕັງ     ທະນະກາໂມລະເພທະນັງ

.........ອັຕຖິກາເຢກາຍະຍາຢະ         ເທວານັງປິຢະຕັງສຸຕຕະວາ

.........ອິຕິປິໂສພະຄະວາ-ຢະມະຣາຊາໂນ ທ້າວເວສສຸວັນໂນ

.........ມຣນັງສຸຂັງ--ອະຣະຫັງສຸຄະໂຕ    ນະໂມພຸທທາຢະ

 

.- - ຊະຢາສະນາກະຕາ ພຸທທາ      ເຊຕວາ ມາຣັງ ສະວາຫະນັງ

-------ຈະຕຸສັຈຈາສະພັງ ຣະສັງ       ເຢ ປິວິງສຸ ນະຣາສະພາ

.- - ຕັນຫັງກະຣາທະໂຢ ພຸທທາ      ອັຕຖະວີສະຕິ ນາຢະກາ

-------ສັພເພ--ປະຕິຕຖິຕາ--ມັຍຫັງ     ມັຕຖະເກ ເຕ ມຸນິສສະຣາ

.- - ສີເສ---ປະຕິຕຖິໂຕ----ມັຍຫັງ     ພຸທໂທ--ທັມໂມ--ທະວິໂລຈະເນ

-------ສັງໂຄ--ປະຕິຕຖິໂຕ---ມັຍຫັງ    ອຸເຣ--ສັພພະຄຸນາກະໂຣ

.- - ຫະທະເຢ---ເມ----ອະນຸຣຸທໂທ    ສາຣີປຸຕໂຕ ຈະ ທັກຂິເນ

-------ໂກນທັຍໂຍ--ປິຕຖິພາຄັສມິງ     ໂມຄຄັລລາໂນ ຈະ ວາມະເກ

.- - ທັກຂິເນ--ສະວະເນ---ມັຍຫັງ     ອາສຸງ--ອານັນທະຣາຫຸໂລ

-------ກັສສະໂປ--ຈະ--ມະຫານາໂມ    ອຸພາສຸງ-ວາມະໂສຕະເກ

.- - ເກສັນເຕ----ປິຕຖິພາຄັສມິງ      ສຸຣິໂຢວະ-ປະພັງກະໂຣ

-------ນິສິນໂນ----ສິຣິສັມປັນໂນ       ໂສພິໂຕ--ມຸນິປຸງຄະໂວ

.- - ກຸມາຣະກັສສະໂປ----ເຖໂຣ      ມະເຫສີ ຈິຕຕະວາທະໂກ

-------ໂສ--ມັຍຫັງ--ວະທະເນ-ນິຈຈັງ    ປະຕິຕຖາສິ--ຄຸນາກະໂຣ

.- - ປຸນໂນ----ອັງຄຸລິມາໂລ---ຈະ     ອຸປາລີນັນທະສີວະລີ

-------ເຖຣາ--ປັນຍ໌ຈະ--ອິເມ--ຊາຕາ   ນະລາເຕ--ຕີລະກາ--ມະມະ

.- - ເສສາສີຕິ--ມະຫາເຖຣາ         ວິຊິຕາ--ຊິນະສາວະກາ

-------ເອເຕສີຕິ--ມະຫາເຖຣາ        ຊິຕະວັນໂຕ ຊິໂນຣະສາ

-------ຊະລັນຕາ--ສີລະເຕເຊນະ      ອັງຄະມັງເຄສຸ--ສັນຖິຕາ

໑໐. - ຣະຕະນັງ--ປຸຣະໂຕ--ອາສິ      ທັກຂິເນ ເມຕຕະສຸຕຕະກັງ

-------ທະຊັຄຄັງ--ປັຈສະໂຕ--ອາສິ     ວາເມ--ອັງຄຸລິມາລະກັງ

໑໑. - ຂັນທະໂມຣະປະຣິຕຕັຍຈະ      ອາຕານາຕິຢະສຸຕຕະກັງ

-------ອາກາເສ--ສະທະນັງ--ອາສິ     ເສສາ--ປາກາຣະສັນຖິຕາ

໑໒. - ຊິນາ--ນານາວະຣະສັງຢຸຕຕາ    ສັຕຕັປປາກາຣະລັງກະຕາ

-------ວາຕະປິຕຕາທິສັຍຊາຕາ       ພາຫິຣັຊຊັຕຕຸປັທທະວາ

໑໓. - ອະເສສາ--ວິນະຢັງ--ຢັນຕຸ       ອະນັນຕະຊິນະເຕຊະສາ

-------ວະສະໂຕ--ເມ--ສະກິຈເຈນະ     ສະທາ--ສັມພຸທທະປັນຍ໌ຊະເຣ

໑໔. - ຊິນະປັນຍ໌ຊະຣະມັຊຊັມຫິ       ວິຫະຣັນຕັງ--ມະຫີຕະເລ

-------ສະທາ-ປາເລນຕຸ-ມັງ--ສັພເພ    ເຕ--ມຫາປຸຣິສາສະພາ

໑໕. - ອິຈເຈວະມັນໂຕ              ສຸຄຸຕໂຕ--ສຸຣັກໂຂ

-------ຊິນານຸພາເວນະ              ຊິຕຸປັທທະໂວ

-------ທັມມານຸພາເວນະ             ຊິຕາຣິສັງໂຄ

-------ສັງຄານຸພາເວນະ-            ຊິຕັນຕະຣາໂຢ

-------ສັທທັມມານຸພາວະ-ປາລິໂຕ      ຈະຣາມິ--ຊິນະປັນຍ໌ຊະເຣຕິ

 

- - .....-...--ອິມິນາປຸນຍ໌ຍະກັມເມນະ   ອຸປັຊຊາຢາ ຄຸນຸຕຕະຣາ

--- - -ອາຈາຣິຢູປະກາຣາ ຈະ  ມາຕາປິຕາຈະຍາຕະກາ(ປິຢາມະມັງ)

-- - --ສຸຣິໂຢ ຈັນທິມາ ຣາຊາ  ຄຸນະວັນຕາ ນະຣາປິ ຈະ

-- - --ພຣັມມະມາຣາ ຈະ ອິນທາ ຈະ  ໂລກະປາລາ ຈະເທວະຕາ

--- - -ຢະໂມ ມິຕຕາ ມະນຸສສາ ຈະ   ມັຊຊັຕຕາ ເວຣິກາປິ ຈະ

--- - -ສັພເພ  ສັຕຕາ  ສຸຂີ ໂຫນຕຸ   ປຸນຍ໌ຍານິ ປະກະຕານິ ເມ

- - ---ສຸຂັງ ຈະ  ຕິ  ວິທັງ ເທນຕຸ    ຂິປປັງ ປາເປຖະ ໂວ ມະຕັງ

 

--- .....-... -ອິມິນາ ປຸນຍ໌ຍະກັມເມນະ  ອິມິນາ ອຸທທິເສນະ ຈະ

-- - --ຂິປປາຫັງ ສຸລະເພ ເຈວະ      ຕັນຫຸປາທານະເສທະນັງ

--- - -ເຢ ສັນຕາເນ ຫິນາ ທັມມາ     ຢາວະ ນິພພານະໂຕ ມະມັງ

-- - --ນັສສັນຕຸ ສັພພະທາ ເຢວະ     ຢັຕຖະ ຊາໂຕ ພະເວ ພະເວ

-- - --ອຸຊຸຈິຕຕັງ ສະຕິປັນຍ໌ຍາ ສັລເລໂຂ ວິຣິຢັມຫິນາ

-- - --ມາຣາ ລະພັນຕຸ ໂນກາສັງ     ກາຕຸຍຈະ ວິຣິເຢສຸ ເມ

-- - --ພຸທທາທິປະວະໂຣ ນາໂຖ      ທັມໂມ ນາໂຖ ວະຣຸຕຕະໂມ

-- - --ນາໂຖ ປັຈເຈກະພຸທໂທ ຈະ    ສັງໂຄ ນາໂຖຕຕະໂຣ ມະມັງ

--- - -ເຕໂສຕຕະມານຸພາເວນະ ມາໂຣກາສັງ ລະພັນຕຸ ມາ

 

.......................................ສັພເພ ສັຕຕາ

.. . ...ສັຕວ໌ທັ້ງຫລາຍທີ່ເປັນເພື່ອນທຸກຂ໌ ເກີດ ແກ່ ເຈັບ ຕາຍ ດ້ວຍກັນຫມົດທັ້ງສິ້ນ

.......................................ອະເວຣາ ໂຫນຕຸ

.. ... .ຈົງເປັນສຸຂເປັນສຸຂເຖີດຢ່າໄດ້ມີເວຣແກ່ກັນແລະກັນເລີຍ

.......................................ອັພພະຢາປັຊຊາ ໂຫນຕຸ

. .... .ຈົງເປັນສຸຂເປັນສຸຂເຖີດຢ່າໄດ້ບຽດບຽດຊຶ່ງກັນແລະກັນເລີຍ

.......................................ອະນີຄາ ໂຫນຕຸ

.. .. ..ຈົງເປັນສຸຂເປັນສຸຂເຖີດຢ່າໄດ້ມີຄວາມທຸກຂ໌ກາຍທຸກຂ໌ໃຈເລີຍ

.......................................ສຸຂີ ອັຕຕານັງ ປະຣິຫະຣັນຕຸ

.. .. ..ຈົງມີຄວາມສຸຂກາຍ ສຸຂໃຈ ຣັກສາຕົນໃຫ້ພົ້ນຈາກທຸກຂ໌ພັຍທັ້ງສິ້ນເທີນ

..........................ອິທັງ ເມ ທານັງ ນິພພານັສສະ ປັຈຈະໂຢໂຫຕຸ

.........

.........ຂໍທານນີ້ຈົງເປັນປັຈຈັຍໃຫ້ຂ້າພະເຈ້າໄດ້ເຖິງພຣະນິພພານໃນປັຈຈຸບັນຊາຕິນີ້

.........ຂໍໃຫ້ໄດ້ມະນຸສຍ໌ສົມບັຕິ ຂໍໃຫ້ໄດ້ສະຫວັຣຄ໌ສົມບັຕິ ຂໍໃຫ້ໄດ້ນິພພານສົມບັຕິ

.........ຈະນຶກປະສົງຄ໌ສິ່ງໃດ ຂໍຈົງສົມປຣາຣະຖະນາທຸກປະກາຣ ອັນວ່າໂຣຄພັຍໄຂ້ເຈັບ

.........ຄວາມຍາກຈນຄົ່ນແຄ້ນ ແລະຄຳວ່າ "ບໍ່ມີ ".ຂໍຢ່າໃຫ້ຂ້າພະເຈ້າປະສົບພົບເລີຍ

..................................... ........ ........ສາທຸຯ

ຄຸຍກັນກ່ອນ

 

  

າວພຸທທີ່ຮັກແພງທັງຫຼາຍ ກ່ອນອື່ນຜູ້ຈັດທຳຂໍອະນຸໂມທະນາໃນກຸສົລຂອງກາຣຄົ້ນຄົ້ວ ພຣະທັມມ໌ຂອງອົງຄ໌ສົມເດັຈສັມມາສັມພຸທທະເຈົ້າພຣະອົງຄ໌ນັ້ນ ພ້ອມທັງຄຳສັ່ງສອນ ຂອງຄຣູບາອາຈາຣຍ໌ ເພື່ອກາຣເຜີຍແພ່ແລະອະນຸຣັກສ໌ພຣະພຸທທະສາສນາ ເພື່ອຈະເຣີນຍ໌ກຸສົລ ເພື່ອກາຣຈະເຣີນຍ໌ປັນຍ໌ຍາ ເພື່ອກາຣຮູ້ແຈ້ງແທງຕະຫຼອດໃນ ອະນິຈັງ ທຸກຂັງ ອະນັຕຕາ ເພື່ອຄວາມ ເບື່ອໝ່າຍຄ່າຍກຳນັດ ເພື່ອກາຣຫລຸດພົ້ນແຫ່ງອະກຸສົລທັມມ໌ ເພື່ອກາຣເຂົ້າເຖິ່ງຊຶ່ງພຣະນິພພານ.

 

ໃນສະຖານທີ່ແຫ່ງນີ້ ຜູ້ຈັດທຳໄດ້ພະຍາຍາມຄົ້ນຫາພຣະທັມມ໌ ແລະຄຳສັ່ງສອນຂອງຄຣູບາ ອາຈາຣຍ໌ ທີເຫັນວ່າສົມຄວຣ ແລະເປັນປະໂຍຊນ໌ຕໍ່ທ່ານທີເຂົ້າມາຄົ້ນຄົ້ວໃນທີ່ນີ້ ຍ້ອນວ່າພາສາ ລາວເປັນພາສາທີບໍ່ຕາຍໂຕ ເພາະມີກາຣປ່ຽນແປງຢູ່ຕາມຣະບອບກາຣຈັດຕັ້ງຂອງຣັຖບາລ ປະກອບກັບພາສາທີໃຊ້ໃນທາງ ພຸທທະສາສນາເປັນພາສາບາລີ ຂໍຍົກໂຕຢ່າງ ຄຳວ່າ ພຣະອຣຫັນຕ໌ ສ່ວນຫລາຍຈະເຫັນຂຽນເປັນ ພຣະອໍຣະຫັນຕ໌ ຊຶ່ງທີ່ຖືກຕ້ອງແລ້ວຄວຣເປັນ ພຣະອະຣະຫັນຕ໌ ຂໍ້ທີສັງເກຕໄດ້ງ່າຍຄືພາສາ ບາລີຈະບໍໃຊ້ສະຣະ xະ ແຕ່ເມື່ອນຳມາຂຽນ ເປັນພາສາລາວແລ້ວຄວຣ ໃຊ້ສະຣະ x  ເພື່ອກາຣອອກສຽງ

 

ຫມາຍເຫຕຸ: ກາຣໃຊ້ສະຣະໃນທີ່ນີ້ອາຈແຕກຕ່າງຈາກຫລັງໄວຍະກອຣນ໌ລາວ ທີ່ທ່ານມະຫາສີລາ ແຕ່ງໄວ້ ເພາະຢ້ານການອອກສຽງຜິດໃນພາສາບາລີ ສາເຫຕຸອີກຢ່າງນຶ່ງ ກໍເພາະພາສາລາວມີ ກາຣປ່ຽນແປງ ໄປຫລາຍ ຖ້າຕາມໃຈຜູ້ຂຽນກາຣບໍ່ໃຊ້ສະຣະເລີຍແຫ່ງເປັນກາຣດີ ແຕ່ຄົນສ່ວນ ຫລາຍຈະອ່ານບໍ່ໄດ້ ນອກຈາກທ່ານທີ່ສຶກສາພາສາບາລີມາດີ

 

ກ່ຽວກັບຜູ້ຈັດທຳ

 

ຜູ້ຈັດທຳເອງໂດຍກຳເນີດ ເກີດຢູ່ ບ້ານຂຸນຕາ ຕາແສງສີຖານເຫນືອ ເມືອງສີໂຄຕະບອງ ແຂວງ ວຽງຈັນທຣ໌ ຂະນະທີຮຽນຢູ່ Lycée De Vientian ປີທີ່ສອງປະເທສລາວມີກາຣປ່ຽນກາຣປົກ ຄອງຈຶ່ງໄດ້ມາຮຽນຕໍ່ທີ່ປະເທສໄທຍຈົບມັທຍົມ ໘ ທີຈັງຫັວດຫນອງຄາຍ ແລະໄດ້ຮໍ່າຮຽນ ພາສາບາລີກັບ ທ່ານມະຫາຖະວິນ ເຕຊະແກ້ວ ຜູ້ຈັດທຳຈະໃຊ້ຄວາມສາມາຖໃນສາມພາສາທີມີ ສື່ communicate ກັບທ່ານເທົ່າທີຈະເຮັດໄດ້ດ້ວຍກຸສົລເຈຕະນາ ຫາກມີກາຣຜິດພາດ ຜູ້ຈັດທຳ ຂໍຄຳຊີ້ແນະກັບຜູ້ຮູ້ ເພື່ອກາຣດຳຣົງໄວ້ເຊິ່ງສັຈຈະທັມມ໌ ເພື່ອກາຣຖະນຸບຳຣຸງພຣະພຸທທະ-ສາສນາຕໍ່ໄປ !!!

 

ເນື່ອງຈາກທາງຜູ້ຈັດທຳບໍ່ຕ້ອງກາຣໃຫ້ຜູ້ອ່ານອາສັຍຄວາມເຊື່ອຖື ຫຼືຄວາມສັທທາໃນຕັວຜູ້ຈັດທຳ ໃນກາຣຍອມຮັບທັມມະບັນຣ໌ຍາຍຕ່າງໆ ແຕ່ຕ້ອງກາຣໃຫ້ຜູ້ອ່ານພິຈາຣະນາດ້ວຍປັນຍ໌ຍາ ຂອງທ່ານເອງ ວ່າສິ່ງທີ່ຜູ້ຈັດທຳບັນຣ໌ຍາຍໄວ້ນັ້ນຖູກຕ້ອງຫຼືບໍ່ ເມື່ອທ່ານພິຈາຣະນາແລ້ວເຫັນວ່າ ຄວຣເຊື່ອກໍຈຶ່ງເຊື່ອ ເມື່ອບໍ່ແນ່ໃຈກໍຮັບຟັງໄວ້ ແລ້ວລອງປະຕິບັຕິໃຫ້ເຖິ່ງຂັ້ນນັ້ນເບິ່ງ ຫຼືຖ້າທ່ານເຫັນວ່າທັມມະບັນຣ໌ຍາຍນັ້ນ ບໍ່ຕົງກັບຄວາມເປັນຈິງກໍບໍ່ຕ້ອງເຊື່ອ

 

ສົມ

ດັ່ງທີ່ອງຄ໌ສົມເດັຈພຣະສັມມາສັມພຸທທະເຈົ້າຕຣັສໄວ້ ແກ່ພວກຊົນກາລາມໂຄຕຣ ຊາວເກສ ປຸຕຕະນິຄົມ ແຄວ້ນໂກສົລ ດັ່ງຄວາມໃນພຣະໄຕຣປິດົກ (ເກສປຸຕຕະສູຕຣ ພຣະສຸຕຕັນ ຕະປິດົກ ເຫຼັ້ມທີ່ 12 ອັງຄຸຕຕະຣະນິກາຍ ເອກະທຸກະຕິກະນິບາຕ ຂໍ້ 505) ດັ່ງນີ້ "ດູກະຣະກາລາມຊົນທັ້ງຫລາຍ ທ່ານທັ້ງຫລາຍ

 

1.  ຢ່າໄດ້ຍຶດຖືຕາມຄຳທີ່ໄດ້ຍິນໄດ້ຟັງມາ

2.  ຢ່າໄດ້ຍຶດຖືຕາມຄຳສືບໆ ກັນມາ

3.  ຢ່າໄດ້ຍຶດຖືໂດຍຕື່ນຂ່າວວ່າ ໄດ້ຍິນວ່າຢ່າງນີ້

4.  ຢ່າໄດ້ຍຶດຖືໂດຍອ້າງຕຳຣາ

5.  ຢ່າໄດ້ຍຶດຖືໂດຍຄາດຄະເນ

6.  ຢ່າໄດ້ຍຶດຖືໂດຍນຶກເດົາເອົາເອງ

7.  ຢ່າໄດ້ຍຶດຖືໂດຍຕຣຶກຕາມອາກາຣ

8.  ຢ່າໄດ້ຍຶດຖືໂດຍຊອບໃຈວ່າຕ້ອງກັນກັບທິຖິຂອງຕົນ

9.  ຢ່າໄດ້ຍຶດຖືໂດຍເຊື່ອວ່າຜູ້ເວົ້າສົມຄວຣເຊື່ອໄດ້

10.  ຢ່າໄດ້ຍຶດຖືໂດຍຄວາມນັບຖືວ່າສະມະນະນີ້ເປັນຄຣູຂອງເຮົາ "

 

ເມື່ອໃດທ່ານທັ້ງຫລາຍຄວຣຮູ້ດ້ວຍຕົນເອງວ່າທັມມ໌ເຫລົ່ານີ້ເປັນກຸສົລ ທັມມ໌ເຫລົ່ານີ້ບໍ່ມີໂທສ ທັມມ໌ເຫລົ່າ ນີ້ທ່ານຜູ້ຮູ້ສັນຣ໌ເສີນ ທັມມ໌ເຫົ່ລານີ້ໃຜສະມາທານໃຫ້ບໍຣິບູຣນ໌ແລ້ວເປັນໄປເພື່ອ ປະໂຍຊນ໌ ເກື້ອກູລ ເພື່ອຄວາມສຸຂ ເມື່ອນັ້ນທ່ານທັ້ງຫລາຍຄວຣເຂົ້າເຖິງທັມມ໌ເຫລົ່ານັ້ນຢູ່ ດັ່ງນັ້ນຜູ້ຈັດທຳຈຶ່ງບໍ່ຂໍສະແດງຣາຍລະອຽດໃດ ໆ ກ່ຽວກັບຕົນເອງຫລາຍກວ່ານີ້

  

"ຖ້າທ່ານຈະຍຶດຕິດກໍຂໍໃຫ້ຍຶດທີ່ຕັວພຣະທັມມ໌ເຖີ ຢ່າໄດ້ຍຶດຕິດທີ່ຕັວບຸຄຄົລໃດ ເລີຍ"

 

 

………ດ້ວຍຄວາມປຣາຣະນາດີ ຂໍໃຫ້ຈະເຣີນໃນທັມມ໌ໄພທູຣຍ໌ ອິນທະວົງສ໌

 

 

………………ຂໍເຖິ່ງພຣະຣັຕະນະຕຣັຍເປັນທີ່ເພິ່ງອັນອຸດົມຕະຫຼອດໄປ ! ! ! ! ! !…

 

ehead.jpg