ສູ່ຂວັນແຕ່ງງານບ່າວສາວ
ສີ ສີ ສູນທັງປະວະຣັງ-ປາກຽນ ສຖຽນ-ສຖິດ ປະຣິດ-ຕະຖັມພະກາດິເຣກ ອະເນກະ-ລາພາສັມປັດ ຕິງ ອິສະຣິຍະມະຫັນເຕສະ-ວັນ ອະນັນ-ຕະຍານະວິຫະຣະຕິ ອະນິທະຣະກັນ
ສັມພຸທະວາ ຈັຕຕາ ຣະວຸດທິວິສຸທທິທັມ ມາພິພັດມະຫິດທິໂກສົນ ຜະລະນານິປະທິຈິຕະວິໂຣດໂສດ-ຖະຍາ ນັກຂະຣຸປະ ຖັມພະ-ລາລືກ ອະນິກະສາກົນພະຫົນ-ລະເຕໂຊ ໄຊໄກສອນວອນ-ສີຫະຣາດ ສີສຸມັງຄະລະສວັດດີ
ແວນຍິ່ງ ເທພໄທ້ມິ່ງ-ມະເຫສັກ ອັຄະວໍຣະເທພບຸຕທັງ 9 ຈົ່ງສເດັຈຍົກຍ່າງເຂົ້າ-ສູ່ຍາມດີ ພຼະຈັນ ທະຣັງສີ- ເພັງພັບ ຈັບກັບ-ດ້ວຽພຼະນັກຂັຕະຣືກ ຖືກນ່ວຽຊື່ວ່າມຫາ-ໄຊ ຣາຫູໄປ-ເປັນຄູ່ ພຸທເຂົ້າສູ່-ເມຖຸນ ສຸນທັງປະວະໄມມິດ ອາທິດ-ມະຫາອຸດຈາ ລັກຂະນາ-ມະໂຍກ ອຸຕະມະໂຊຄ-ຄ້ຳຄູນຄົງ ມາ ວາງລົງ-ໃນກົງເກດ ຮາສີເມດ-ແມ່ນພຼົມມາ ວັນນີ້ແມ່ນວັນ ມຫາລາພາ-ອັນປຼະເສີດ ເປັນວັນດີລ້ຳ
ເລີດ-ຍິ່ງລືໄຕ ເປັນວັນໄຊ-ຜາບແພ້ຂ້າເສິກສັຕູ ເປັນພຼະສັພພັນຍູ-ລົງແທ່ນແກ້ວ ຜັນຜາບແຜ້ວ-ພົລມາຣ ສັພະກັມກາຣ-ແວນວິເສຖ ທຸກເທດ-ທ້າວກໍຍ້ອງວ່າວັນດີ
[ ມື້ນີ້ເປັນມື້ດີ ຣາຊສີຂຶ້ນສູ່ແທ່ນ ກໍວ່າ ຂຶ້ນ ມື້ນີ້ວັນນີ້
[ ນົກຍຸງທອງ ຂຶ້ນສູ່ຟ້າອາກາສ ກໍວ່າ ມື້ນີ້ວັນນີ້
[ ນັກປຼາຊ-ເຈົ້າສຳເຣັຈທັມວິເສຖ ກໍວ່າ ສຳເຣັຈ ມື້ນີ້ວັນນີ້
[ ຮ້ອຽຊາວຖ້ອຽພໍ່ໝໍຄວາມ ຮ້ອຽຊາວຄວາມ-ພໍ່ໝໍໄອ່ ກໍວ່າ ດີ ມື້ນີ້ວັນນີ້
[ ໝໍຊ້າຽ-ແລະໝໍຂວາໝໍຫູຣ໌ຣາ-ຄູນຣືກ ໝໍເຖົ້າເຖືກ-ບູຣົມບູຣານ ກໍວ່າ ດີ ມື້ນີ້ວັນນີ້
[ ໝໍເຖົ້າອ່ານ-ເຈັ້ຽແມນ ໝໍແຖນ-ຊ່າງແປງຣືກ ກໍວ່າ ດີ ມື້ນີ້ວັນນີ້
[ ໝໍແມ່ເບັ້ຽຊົມແສງ ໝໍຄຳແດງ-ຊ່າງຍ້ອມ ກໍວ່າ ດີ ມື້ນີ້ວັນນີ້
[ ຜົວເມັຽແປງຄຳຣັກ ກໍວ່າ ຣັກ ມື້ນີ້ຍາມນີ້
[ ພຼະຍາຈັກຣ໌-ຂຶ້ນສເວີຍຣາຊ ອຳນາດ-ຜູ້ສລາດຍໍພົລ ກໍວ່າ ມື້ນີ້ຍາມນີ້
[ ພຼະຍາໂກສົນ-ໄດ້ນາງນາດນ້ອຽ ປັພພາວະດີ ມາເປັນມະເຫສີ ກໍວ່າ ມື້ນີ້ວັນນີ້
ທັງເປັນວັນດີຖີອະມຸຕຕະໂຊຄ ມີທັງໂຕກ-ໄມ້ຈັນທ໌ ມີທັງຂັນ-ພານທອງ ຢອງ-ກັນຂຶ້ນເປັນຊັ້ນ ດອກໄມ້ຂັ້ນ-ຊ້ອນປຼະດັບສີ ປຸນແປງດີ-ແມ່ນແລ້ວ ຈຶ່ງໄດ້ແຕ່ງເຮັດພາຂວັນ ເປັນແຖວຖັນ-ຊອນລອນຊ້າຽລ້າຽ ມີທັງຝ້າຽ-ຜູກແຂນ ມີທັງແຫວນ-ໃສ່ກ້ອຽ ປັດນ້ອຽ-ສ້ອຽສັງວານຣ໌ ອາຫາຣ-ມີຫຼາຽຫຼາກ ສັພພາກ-ພຼ້ອມຄູ່ອັນ ມີພູພັນ-ແລະໝາກຈີບ ຟ້າວແຕ່ງຮີບ-ເດົາດາ ມາລາ-ຫອມຮົ່ວເຮົ້າ ເຫຼົ້າ-ກ້ອງນ້ອຽໃສ່ພາຂວັນ ຊວນກັນ-ມາມ່ວນເຕົ້າ ເຂົ້າ-ຕົ້ມກ້ວຽໃບສີ ມີທັງໄຂ່ໜ່ວຽດີ-ກ້ຽງປອດ ພຼະຍອດ-ໄທ້ຣາຊາ ສເດັດລົງມາ-ຈາກຊັ້ນຟ້າດາວະດຶງ ເພິ່ນຈຶ່ງພຼະຣາຊອາຍາວ່າ-ພອນອັນວິເສຖ ຊັຍະຕຸພວັງ ຊັຍະມັງຄລັງ ດັ່ງນີ້ເປັນເຄົ້າ ຍົສະໂຍກເຂົ້າ-ໄດ້ມິ່ງເມັຽຂວັນ ໝາຽປອງປັນ-ແປງສ້າງ ບໍ່ໃຫ້ຮ້າງ-ເປັນສອງ ຂໍເປັນດອງ-ຮັກຍິ່ງ ຜົວແກ້ວມິ່ງ-ເມັຽຂວັນ ບັດນີ້ຂ້ອຽຈັກເຊີນ ເອົາຂວັນຜົວເຈົ້າ ເຂົ້າ-ມາທຽມເນື້ອ ມາຢູ່ເຮື້ອ-ໃນຄີງ ຂ້ອຽຈັກເຊີນ ເອົາຂວັນ ນາງງາມມາທຽມຄູ່ ທັງຂວັນເຈົ້າຜູ້-ເປັນຜົວ ວ່າມາເຢີ້ຂວັນເຮີຽ
ໃຫ້ເຈົ້າມາຊົມຂວັນຄູ່ແກ້ວ ຂວັນແຂ່ງໃຫ້ມາຢູ່ແຂ່ງລີລາ ຂວັນຂາ-ໃຫ້ມາຢູ່ຂາ ລີລ້າຽລີລ້າຽ ໃຫ້ເຈົ້າຂຶ້ນສູ່ຄ້າຽ-ຫານາງ ຕີນຫົວຫາງ-ຄຸຕນາຄ ເຫຼັກຫຼາວຫຼາກ-ຜີຫຼວງ ໃນຄອງທັມກ່າວໄວ້ ພໍ່ແມ່ໄທ້-ຜູກເຈົ້າເປັນຄູ່ທຽມສອງ ສົມປຸນປອງ-ແປງຖ້າ ອິນຟາກຟ້າ-ປຸນແປງ ໃຫ້ເຈົ້າມາ-ເຝືອແຝງ ເມັຽແພງ-ເຖິງເຖົ້າ ຮ້ອຽຂວບເຂົ້າ-ນານຍິ່ງເທັຽຣະຄາ ໃຫ້ເຈົ້າມີບຸຕຕຼີ ແລະ ບຸຕຕາ-ນ້ອຽໃຫຽ່ ຂ້ອຽຊ່ວງໃຊ້-ພໍແສນ ກັບທັງແນນ-ທຸກສິ່ງ ຊ້າງມ້າມິ່ງ-ອານຄຳ.
ຂ້ອຽຈັກເຊີນ ເອົາຂວັນເຈົ້າທັງສອງ ວ່າມາເຢີ້ຂວັນເຮີຽ ຂວັນເຈົ້າຢູ່ຟາກຟ້າແດນໄກ ກໍໃຫ້-ມາມື້ນີ້ວັນນີ້ ວ່າມາເຢີ້ຂວັນເຮີຽ
ບັດນີ້ຝູງຂ້າທັງຫຼາຽ ພຼ້ອມກັນມາທຳ ມັງຄລະວິວາຫະ ອາວະໂຫ ຊັຍະມົງຄົລ ແກ່ເຂືອເຈົ້າທັງສອງ ຂໍໃຫ້ເຂືອເຈົ້າທັງສອງ ໝັ້ນສິ່ງກ້ອນຜາແອ່ນ ແກ່ນ-ສິ່ງກ້ອນຜາຈວງຜາຈັນ ຂໍໃຫ້ໝັ້ນ-ສິ່ງກ້ອນເຂົາໄກຣາດ ສພາດ-ພຼ້ອມໝູ່ຂະນຸນຍໍ ຈູມຈີຈໍ- ດັ່ງດອກໄມ້ ຝູງຂ້າທັງຫຼາຽ ຂວນຂວາຽ ຫາໄດ້ແລ້ວ ຍັງເຄື່ອງຍອດແກ້ວ-ຖນອມຂວັນ ຄືວ່າກ້ວຽອ້ອຽໄຂ່ຈືນມັນ-ສັພສັນມີຫຼາຽຫຼາກ ຂອງຕ້ອນມາກ-ນານາ ຊີ້ນປາ-ຫອມກວ່າອົ້ມ ເຂົ້າຕົ້ມ-ຫອມກວ່າຈວງກວ່າຈັນ ຝູງພົງພັນ-ແລະພີ່ນ້ອງ ເຊື້ອຊາຕິຫ້ອງ-ວົງສາ ພຼ້ອມກັນມາ-ຊ່ວຽໄຫວ້ທວນຂວັນ ຂວັນຫົວເອີຽຂວັນ-ປາກ ຂວັນໜ້າຜາກ-ແລະຕີນມື ຂວັນສາຽບື-ແລະທ້ອງນ້ອຽ ຂວັນອ່ອຽຮ່ອຽ-ອະໄວຍະວະ ຈົ່ງເປັນ ມັງຄລະ-ດອມເຈົ້າ ຕາບຕໍ່ເທົ້າ-ຮ້ອຽພັນພະວັດສາ ດ້ວຽບາດຄາຖາວ່າ ທີຄາຍຸກາ ສຸທິຕາໂຫນຕຸ ໂສຖຖີລາພາໂພຄະສັມປະທາ ມຫາຍະສາ ມຫາເຕຊາ ປັນຈະວີສະຕິ ກັມະກະຣະນາ ສັນະວຸດຕິ ໂຣຄາ ໂສລະຈຸປັຈທະວາ ສັງຂາຕາຍະ ອະສິຕິກາຍະ ພະຫິຣັນຕະຣາຍາ ອາຍຸວັນໂນ ສຸຂັງພະລັງ ຊະຍະຕຸພະວັງ ຊະຍະມັງຄະລັງ.
