Welcome to Lao Buddhavong...Laodhamma

For sick one

Home
Morning Chanting
Evening Chanting
Abhidhamma 7 Khampi
Video Abhidhamma
Samatha and Vipassana
To read this page click here!
Contact Me
Doing Time Doing Vipassana
Doing Time Doing Vipassana
Dhamma-Nature Video
Patijasamupabath "The Law of Causation"
Lao!
Soud Mon (Audio)
Sibsong Tamnan

ສູຕຂວັນຄົນຢູ່ບໍ່ສບາຍ

 

ຈະຕຸອາດອົງຄ໌ຫລວງ ທັງຄວງບົນບໍຣົມເຈົ້າຝ້າ ເຕຊະກ້າກວ່າຜີທັງຫລາຍ ຈິ່ງຢັ່ງຢາຍ ພຣະພອນ ແລະດວງຄຸ້ມ ຈົ່ງລົງມາກຸ້ມ ຝູງໝູ່ມວນຊົນ ໃຫ້ຫາຍຄວາມກັງວົນ ແລະ ເດືອດຣ້ອນ ສັພພະໂພຍ ພຣະຍາທຂ້ອນ ໃຫ້ຫາຍໄປ ທັງພາຍໃນ ແລະ ພາຍນອກ ປັກ ເຂຕຂອກ ໄວ້ ກວ່າແສນ ວໍຣະແວນແດນວິເສຖ ຈົບເພດພຣ້ອມອາຄົມ ບໍຣົມມະບໍພິດ ຈົ່ງປຣະສິທ ຂວັນມາໄຕ່ເຕົ້າ ເຂົ້າມາຢູ່ທຽມຕົນຕົວ ມີຂວັນຫົວ ຂວັນຄີງ ແລະ ຂວັນເກົ້າ ເຂົ້າມາສູ່

 

[          ສອງຂວັນຫູ ແລະ ຂວັນແກ້ມ

[          ຂວັນປາກແຍ້ມເຈຣະຈາ

[          ທັງຂວັນຕາ ແລະ ຂວັນຄີ້ວ

[          ຂວັນນີ້ວ ແລະ ຂວັນແຂນ

[          ຂວັນຂາແພນ ແລະ ບ່າໄຫລ່ ລະໄມ່ພ້ອມ ຂວັນໜ້າ ແລະ ຂວັນ ຫລັງ

[          ທັງຂວັນດັງດົມກິ່ນ ໜັກມິ່ນພຣ້ອມ ຂວັນຫົວໃຈ

[          ຂວັນພາຍໃນ ແລະ ພາຍນອກ

[          ທັງຂວັນຂອກ ແລະ ຂວັນກາງ

[          ຂວັນແອວບາງ ກົມກີ່ວ

[          ຂວັນທ້ອງ ຫີວ ຫາວ ນົມ

[          ຂວັນຜົມ ດຳດູອາດ

[          ທຸກພາຄພ້ອມ ສໍຣະເສີນຣ໌

 

ຂ້ອຍຈັກເຊີນ ເອົາທ້າວຍອດຟ້າ ເຈົ້າໜໍ່ຫຼ້າລົງມາ ຊ່ວຍຮຽກຫາເອົາຂວັນເຈົ້າ ວ່າ............... "ມາເຍີ້...ຂວັນເອີ້ຍ"

 

[          ຂວັນເຈົ້າໄປ ເດີນດົງ ຢູ່ກາງປ່າ ກໍໃຫ້ມາສາ ມື້ນີ້ວັນນີ້...

[          ຂວັນເຈົ້າໄປ ດອມດິນນາ ນຳຫາແມ່ໃໝ່ ກໍໃຫ້ມາສາ ມື້ນີ້ວັນນີ້...

[          ຂວັນເຈົ້າໄປ ລຽບໄຕ່ ຮີມທະເລ ກໍໃຫ້ມາສາ ມື້ນີ້ວັນນີ້...

[          ຂວັນເຈົ້າໄປ ໂລເລ ຢູ່ທີ່ປຸ່ງຊ້າງ ກໍໃຫ້ມາສາ ມື້ນີ້ວັນນີ້...

[          ຂວັນເຈົ້າໄປ ກ່າວອ້າງນຳເງືອກ ດອມງູ ກໍໃຫ້ມາສາ ມື້ນີ້ວັນນີ້...

[          ຂວັນເຈົ້າໄປ ຢູ່ຖ້າ ນຳໝູ່ຜີພາຍ ກໍໃຫ້ມາສາ ມື້ນີ້ວັນນີ້......."ມາເຍີ້...ຂວັນເອີ້ຍ"

[          ຄັນບໍ່ມາ ເພິ່ນຈີ່ໄລ່ຊອກຫາ ເຈົ້າແລ້ວ

[          ຄັນບໍ່ມາ ເທວະດາຊິນຳໄປຜູກເອົາ ເຈົ້າແລ້ວ

[          ຄັນບໍ່ມາ ບ່ວງຕາດແກ້ວຊິໄດ້ໜ່ຽວຕາມຂວັນ ເຈົ້າແລ້ວ ວ່າ... "ມາເຍີ້...ຂວັນເອີ້ຍ"

[          ມາຢູ່ ເຮືອນເສົາແກ່ນ ເຈົ້າເນີ..

[          ມາຢູ່ ແທ່ນນອນພຽງ ເຈົ້າເນີ..

[          ມາຢູ່ ຮຽງຊ້ອງແກ້ວ  ເຈົ້າເນີ..

[          ເຈົ້າຢ່າໄດ້ ຄາດແຄ້ວ ໜີໄປໄກ ມາເຢີ

[          ມາຢູ່ ໜັກໃນເນື້ອ ເຈົ້າເນີ...

[          ມາຢູ່ ເຮື້ອໃນຄີງ ເຈົ້າເນີ...

[          ມາຢູ່ ອີງເອື້ອມໄຫຼ່ ເຈົ້າເນີ...

[          ມາໄຕ່ເຕົ້າ ສຖານທອງ ເຈົ້າເນີ...

 

ມາຢູ່ປອງສືບສ້າງ ຕູ້ມໄພ່ບ້ານວົງສ໌ສາ ທັງທາສີທາສາແລະຂ້ອຍຂ້າ ນຳລູງປ້າ ແລະລູກຫຼານ ພານພາຂວັນໄດ້ດາແຕ່ງແລ້ວ ຖ້ວຍແກ້ວແລະຂັນທອງ ມີຂອງດີດາທຸກ ເຍື່ອງ ເຄື່ອງໄຂ່ໃນພາມາລາຫອມຮ່ວງເຮົ້າ  ຂ້ອຽຈັກເຊີນຂວັນເຈົ້າມາສເວີຍ ໃຫ້ສເບີຽ ບານລ້ຳຍິ່ງ ພຼ້ອມທຸກສິ່ງຫຼາຍອັນ ພາຽສີສັນໃສສ່ອງ ໂພຽພຍາທຂ້ອງຕ່າງຕົກໄກ ໝູ່ໂຣຄາໄກອອກຈາກ ເຄາະຄາດລາດຫາກຫາຍໄປ ສັພພະໂພຍພັຍຍ໌ພົ້ນໂສກ ສັພພະໂຣຄໃຫ້ຫາຍໜີ ໃຫ້ເຈົ້າຢູ່ສວັດດີ ທ່ຽງເຖົ້າເທັຽຣະຄາ ກໍຂ້າເທີ້ນ.

 

ehead.jpg