ສູຕຂວັນປີໃຫມ່
ສີ ສີ ສູນທັງປະວະຣັງ ມັງຄະລະວິປຸລະປາກຽນ ສຖຽນ-ສຖິດ ປະຣິດ-ຕະຖັມພະກາ ດິເຣກ ອະເນກະ-ລາໂພ ປະວັດສັມປະຕິ ອິສະຣິຍະມະຫາສວັນ ອະນັນ-ຕະຍານະວິຫະ
ຣະຕິ ອະນິຕຕະຖັນ-ສັນນະພູປັທວາ ຈັຕຕາຣະວຸດທິ-ສຸທທິທັມມາ ພິພັຕຕະນະ ມະຫັຖຖະ-ໂກສົນ ຜະລະນານິຫິຕ ຈິຕຕະວິໂຣດ ໂສຕຕະຍານະ ກາລະປະຖັນພະລາຕິ
ເຣກ ອາຣິກະສາກົນ ພະຫົລລະເຕໂຊ ໄກສອນວະຣະສີຫະຣາຊ
ສີສຸມັງຄະລະ ສັງຂານຂຶ້ນໃສສີ ປີເດືອນວັນ ຍາມສວັດດີແວນຍິ່ງ ເທພໄທ້ມິ່ງມະເຫສັກດ໌ ອັຄຄະວໍຣະບຸຕເທພທັງ 9 ຈົ່ງສເດັຈຍົກຍ່າງເຂົ້າ-ສູ່ຍາມດີ ພຣະຈັນທະຣັງສີ- ເພັງພັບ ຈັບກັບ-ດ້ວຽພຣະນັກຂັຕຕະຣືກ ຖືກນ່ວຽຊື່ວ່າມຫາ-ໄຊ ອັງຄານໄປເປັນຄູ່ ສຸກເສົາຍ້າຽຣາສີ ເປັນອຸຕຕະມາຕ ປະຫັຕຊາຕ ຖືກນ່ວຽຊື່ວ່າມຫາ-ໄຊ ຣາຫູໄປ-ເປັນຄູ່ ພຸທເຂົ້າສູ່-ເມຖຸນ ສຸນທັງປະວະຣະໄມມິດ ອາທິດໃຕ້-ມະຫາອຸດຈາ ນາມະໂຍກ ອຸຕະມະໂຊຄ-ຄ້ຳຄູນຄົງ ມາວາງລົງ-ໃນກົງເກດ ຮາສີເມຕ ກໍຍ້ອງວ່າວັນດີ ວັນນີ້ເປັນວັນ ມຫາລາພາ-ອັນລ້ຳເລີດ ປຣະເສີດລ້ຳລືໄຕ ເປັນວັນໄຊ-ຜາບແພ້ຂ້າເສິກສັຕູ ເປັນວັນພຣະສັພພັນຍູ-ນັ່ງແທ່ນ ແກ້ວຜັນຜາບແຜ້ວ-ພົລມາຣ ສັພະກົມະກາຣ-ແວນວິເສຖ ທຸກເທດ-ທ້າວກໍຍ້ອງ
ວ່າວັນດີ
ໝາຽມີຝູງຂ້າທັງຫຼາຽ ພ້ອມກັນມາທຳມັງຄະລະບາສີແກ່........................
ຂໍໃຫ້ທ່ານ ຈົ່ງມີທີຄາຍືນຍາວຍິ່ງ ພົ້ນຈາກສິ່ງ ອັນຕລາຽທັງປວງ ໝາຽມີຄຳກັງວົນເຍື່ອງຮ້ອນ ສັພພະພຍາທຂ້ອນໃນຂັນທະສັນດານ ສັພພະໂພຽພັຍ ຢ່າໄດ້ມາພານຈິຕຕະເຈຕ ສັພພະທຸຂະເວທ ຢ່າໄດ້ມາເກີດສົນເທ ສັພພະອຸປັຕທະເວ ຢ່າມາປະຈົນວິນາສ ສັພພະເຄາະຄາຕຮ້າຽ ຈົ່ງໃຫ້ສວ່າງຫາຽເສັຽ.
ຈັຕຕະໂຣທັມມາ ອັນວ່າທັມທັງສີ່ ຈົ່ງໃຫ້ເຈົ້າມີ
1. ອາຍຸໂຍດຍືນຍາວ
2. ວັນໂນຈົ່ງມີວັນນະພາວຜີວຜ່ອງ
3. ສຸໂຂ ຈົ່ງໃຫ້ມີສຸຂສ່ອງເຫຼືອຫຼາຽ
4. ພະໂລ ຈົ່ງມີເຫື່ອແຮງຫຼາຽແຈ້ງຈອດ ທີຄາອະໂຣຄະຍາ ຈົ່ງໃຫ້ມີຣັສມີຣັງສີຜີວຜັດ ສົມບັຕເກີດພ້ອມອະນັນຕັງ ອະທິປະຕັຍຍັງ ຢ່າຄາຕແຄ້ວຊົງສິລ ອິນທິຍາປະຣິຍາຕ ໃນເຄຫາຕອຸດົມດີ
ສັຕຕະຣັຕະນານິ ອັນວ່າແກ້ວທັງຫຼາຽ 7 ສິ່ງ ອັນເກີດໃນເມືອງແກ້ວມິ່ງ ໃຕ້ຕາວະຕິງສາ ຄື:
1. ແກ້ວມຸຂດາ-ງາມເຮືອງຮຸ່ງ
2. ແກ້ວມະນີພຸງຣັສມີ
3. ແກ້ວໄພທູນງາມຄ່າ ມາກກວ່າແກ້ວທັງຫຼາຽ
4. ແກ້ວປັພພາ ມີລາຽເຮືອງເຖິງຂນາດ
5. ແກ້ວປັຕະທັມມະຣາຊເຫຼື້ອມໃສສີ
6. ແກ້ວມະຫານິນງາມລ້ຳເລີດ ປຣະເສີດກວ່າແກ້ວທັງຫຼາຽ
ອັຕສາເປຕິ ຈົ່ງໃຫ້ມາຕົກລົງຖວາຽບູຊາແກ່ເຈົ້າ ທຸກຄ່ຳເຊົ້າຢ່າຄະລາ
ຈັຕຕະໂຣທັມມາ ອັນວ່າວຸທິທັມທັງຫຼາຽ 4 ກ່າວຄື
1. ອາຍຸ ຍືນຍາວວິເສທ
2. ວັນນະຜ້ຽງໃສສຸກ
3. ສນຸກໃນຫະຣືທັຍຢ່າຮູ້ຂາດ
4. ຈົ່ງໃຫ້ມີຊັຍຊນະຜາບແຜ້ວ ໃນສັພະກິຈທັງປວງ
5. ປະຕິພານະຖ້ວນ 5
6. ອະໂຣຄະຍາຖ້ວນ 6
7. ອາທິປະຕັຍຍະຖ້ວນ 7
8. ມັງຄລະຖ້ວນ 8
ຈົ່ງເສດັດເຂົ້າມາຣັກສາ ຍັງຂັນທະສັນດາຣແຫ່ງເຈົ້າ ທຸກຄ່ຳເຊົ້າຢ່າຄະລາ ດ້ວຽບາດ
ຄາຖາວ່າ ທີຄາຍຸກາ ສຸຂິຕາໂຫນຕຸ ໂສຖຖີລາພາ ໂພຄະສັມປະທາ ມຫາຍະສາ ມຫາ ເຕຊາ ປັນຈະວີສະຕິ ທະວັຕຕິງສາ ກັມະກະຣະນາ ສັນະວຸດຕິໂຣຄາ ໂສຣະສຸປະທະວາ ສັງຂາຕາຍະ ອະສິຕິກາຍະ ພະຫິຣັນຕະຣາຍະ ອາຍຸວັນໂນ ສຸຂັງພະລັງ ຊະຍະຕຸພະວັງ ຊະຍະມັງຄະລັງ.
