Welcome to Lao Buddhavong...Laodhamma

Call soul!!!

Home
Morning Chanting
Evening Chanting
Abhidhamma 7 Khampi
Video Abhidhamma
Samatha and Vipassana
To read this page click here!
Contact Me
Doing Time Doing Vipassana
Doing Time Doing Vipassana
Dhamma-Nature Video
Patijasamupabath "The Law of Causation"
Lao!
Soud Mon (Audio)
Sibsong Tamnan

Enter subhead content here

ຄຳສູຕຂວັນແລະເຊີນຂວັນ

 

ສີສີ ສິທທິພະພອນ ບໍວອນອະຕິເຣກ ອະເນກກະເຕໂຊ ໄຊຍະມັງຄະລະ ມະຫາສິຣິມັງ ຄະເຣດ ສາສະຕະຣະເພທອາຄົມ ຂຸນບໍຣົມປຸນແປງແລ້ວ ໃຫ້ລູກແກ້ວອອກກິນເມືອງ ລິທທິເຮືອງທະຣົງແທ່ນ ມື້ນີ້ແມ່ນມະຫາຄຸນ ຂຸນແຖນດາແຕ່ງແລ້ວ ໃຫ້ລູກແກ້ວລົງມາ ເປັນຣາຊາສືບສ້າງ ເມືອງມິ່ງກວ້າງມາຄອງ ຂຸນເຈືອງປອງເປັນໂຊຄ ໄຕຼໂລກບ່ອນລືຊາ ທະຣົງອານຸພາບຍິ່ງ ເປັນເຈົ້າຈອມມິ່ງເມືອງແມນ ແສນເມືອງມາຊ່ອຍຄ້ຳ ມື້ນີ້ຊ້ຳຄູນຄົງ ພຍາຈັກທະຣົງທົສະຣາຊ ພຣາມມະນາດເລົ່າແຖມພອນ ພຣະອິນສອນຫລອນແຖມໂຊຄ ພຣະນະຣາຍໂຍຄສິທທິຊັຍ ທ້າວຫັສະນັຍ ປຣະສາດຝົນຫ່າແກ້ວ ໃຈຜ່ອງແຜ້ວບໍຣິສຸທ ອຸຕຕະມະດິຖີ ອຸຕຕະມະນະທີ ອຸຕຕະມະສີພິຣາຊ ອິນທະພາດພຼ້ອມໄຕຼຍາງ ທັງນາວາງ ຄາດຄູ່ ພຼ້ອມທັງປູສອນລອນ ອາທິຕຈອນຈັນທະຣືກ ອັງຄານຖືກມະຫາຊັຍ ພຸພຣະຫັດ ໄປເປັນໂຊຄ ສຸກເສົາໂຍຄເດຊຊະມົງຄົລ ອັນເປັນຜົລຫຼາຍປຣະໂຍຊນ໌ ອຸຕຕະມະໂຍຄ ແທ້ດີຫລີ ມະເຫສັກຂີຫລິງລ່ຳໂລກ ໃຫ້ຫາຍທຸກໂສກນານາ ອະພັຍຣາຊາທະຣົງແທ່ນ ຫາຽໂພຽແມ່ນວັນດີ ກັນຫາສາລີເມືອຮອດປູ່ ສຖິດຢູ່ເຢັນໃຈ ທ້າວສີສົນຊັຍພູວະນາຕ ນິມົນຣາຊບຸຕຕາ ໃຫ້ເປັນພຣະຣາຊາດັ່ງເກົ່າ ເປັນເຈົ້າເລົ່າສອງທີ ວັນນີ້ເປັນວັນດິຖີ ທັງຫ້າ ເຈົ້າຟ້າເລົ່າແຖມຄຸນ ພົມະປຸນແປງຣາຊ ພອນແກ້ວອາຕສິບປຣະກາຣ ວໍຣະສາຣ ໂຕອົງອາດ ຂຶ້ນສູ່ອາຕເລັງໂຍ ວັນນີ້ໂພທິຍານໜໍ່ຟ້າ ເຕຊະກ້າສເວີຍເມືອງ ພຣະບຸນ ເຮືອງຄຸ້ມຄອງໄພ່ ທົສະຣາຊໄຕ່ຕາມທັນ ຈຳນຳສັຕໃຫ້ພົ້ນ ວັນນີ້ດີລື່ນລົ້ນປຣະມານ ຫານຸມາຣໃຈຜ່ອງແຜ້ວ ນີຣະມິຕແກ້ວກໍແປງເມືອງ ນະຄອນເຮືອງທົສະຣາຊ ຊຽງເຄືອງ ອາຕຂຸນເມັງ ເງິນຍວງເນົາເນືອງຄັບຄັ່ງ ທັງພັ່ງພ້ອມຝຸງຫມູ່ເສນາ ເທວະດາມາເປັນ ບໍຣິວາຣແວດລ້ອມ ມາຢູ່ອ້ອມທຸກຫມູ່ໂຍທາ ທັງນາຄານາຄີຄຸດນາຄ ທຸກພາຄພຼ້ອມ ທໍຣະນີ ແມກຣາສີສາວຖ່າວ ເຊີນທ່ອນທ້າວບໍຣະເມສວນ ບໍຣົມບໍວອນຣິທທິກ້າ ເອົາແຜ່ນ ຝ້າຂີ່ຕາງຍານ ກຸມພະກັນດານຍົມະຣາຊ ຈະຕຸໂລກອາດອົງຫລວງ ທັງຄວງບົນ ບໍຣົມເຝົ້າຝ້າ ເຕຊະກ້າກວ່າສິ່ງທັງຫຼາຍ ຈິ່ງຢັ່ງຢາຍພຣະພອນດວງຈູ້ມ ລົງມາຄຸ້ມຝູງຄົນ ໃຫ້ຫາຍກັງວົນແລະເດືອດຣ້ອນ ໂດຍພຣະຍາທຂ້ອນພ່າຍໄປ ທັງພາຍໃນແລະພາຍ ນອກ ແດນດ້າວຂອກຄີຣີ ພຣະຣືສີສິທທິເດຊ ຈົບເພດພ້ອມອາຄົມ ນິຍົມປຣະສິທປຣະ ສາດ ພອນແກ້ວອາດດວງດີ ມື້ນີ້ແມ່ນມື້ສັນ ມື້ນີ້ແມ່ນວັນຊອບ ທັງປຣະ ກອບດ້ວຍ ຣືກງາມຍາມດີ ເປັນສຣີສິທທິຊັຍະມົງຄົລະດິເຣກ ອະເນກະສວັສດີແທ້ດີຫລີ.

 

ບັດນີ້ຂນ້ອຍໃຈຊື່ນຊ້ອຍຍິນສະອອນ ຂໍໂອມອ່ານອວຍພອນໃຫ້ແກ່......ຜູ້ມີຄຸນຄາມມາກ ຂນ້ອຍຫາກຂໍວອນ ຄຸນອະນຸສອນສາມສິ່ງ ຄືຣັຕະນະແກ້ວກິ່ງດວງດີ ກັບທັງຄຸນ ປຣະເສີຖສຼີທຸກແຫ່ງ ທຸກແຫຼ່ງຫຼ້າສວງສວັນ ມາເສກສັນເປັນພຣະພອນ ຄື: ອາຍຸ ວັນນະ ສຸຂະ ພລະ ອະໂຣຄະຍະ ປະຕິພານະ ອະທິປະຕິຄຸນະ ສາຣະສົມບັຕຕິທຸກເຍື່ອງ ມີເຕຊະອານຸພາບເດື່ອງທໍຣະນີ ປຸນດັ່ງແສງພຣະສຸຣິໃສສ່ອງໂລກ ຫາຍທຸກໂສກສວັດດີ ໄຊຍະຕຸພະວັງໄຊຍະມັງຄະລັງ ຈົ່ງເປັນໄຊຍະມົງຄົລອັນແສນຍິ່ງ ຖ້ວນທຸກສິ່ງບໍ ຣະບວນກໍຂ້າເທີ້ນ.

ehead.jpg

 

Enter supporting content here