ບາສີນາຄ ຊຸດ ກ
ສີ ສີ ສຸຂະສະວັສດີ ຂໍອັນເຊີນທ້າວພຍາເຖົ້າແກ່ ພໍ່ແມ່ແລະຂຸນກວານ ຝູງຂ້າທັງຫຼາຽຈັກ
ກະທຳສູດຂວັນ ບາສີນາຄເຈົ້າ ເຈົ້າຈິ່ງລາຈາກບິດາມານດາແລະພີ່ນ້ອງ ເຂົ້າມາຮັກສາ
ຍັງກິຈກັມ ເພື່ອວ່າໄດ້ເກີດມາພົບພຣະພຸທທສາສນາ ໄດ້ເຫັນຍັງສຸຂແລະທຸຂ໌ ຄືວ່າທຸຂ໌ ເພຼາະອະນິຈຈັງທຸຂຂັງ ອະນັຕາ ຊາຕິຊະຣາພຍາທິມະຣະນະເຖົ້າແກ່ ອັນຕາຽມໍຣະນາຕ
ໃຈຂາດແລ້ວບໍ່ຄືນມາ ອັນນີ້ ເຈົ້າສັທາຈິ່ງຈະທຳບຸນ ແລະ ບຸນຄຸນພໍ່ແມ່ ອັນລ້ຽງໃນອຸທອນ
ຂອງຕົນ ອັນເຜັດແລະອັນຮ້ອນ ແມ່ກໍອົດຈົນຖ້ວນກຳນົດທະສະມາສ 10 ເດືອນ ເຈົ້າຈຶ່ງ ເຄື່ອນອອກຈາກອຸທອນ ແມ່ເຈົ້າຫຍ້ຳເຂົ້າປ້ອນ ວັນລະສອງສາມຄາບ ແມ່ກໍອາບນ້ຳໃຫ້ເຈົ້າ ວັນລະສອງສາມທີ ຫາຂອງດີ ອາຫາຣບໍ່ຊ້າ ແມ່ກໍຂົນຂວາຽຖ້າ ເສື້ອຜ້າມາປົກກ ຝົນຕົກຟ້າ
ຮ້ອງ ແມ່ກໍກອດໃສ່ຊວງອົກ ນອນຫຼັບແລ້ວຈັບໃສ່ອູ່ ແມ່ກໍໄກວຢູ່ຕິຕ້ອນຕິຕ້ອນ ຄັນເຈົ້າຕື່ນ
ນອນແລ້ວ ແມ່ກໍກອດຊົມເຊີຽ ໃຫ້ກິນນົມຊົມລູກແກ້ວ ພໍ່ແມ່ລ້ຽງໃຫຽ່ແລ້ວ ຈຶ່ງໄດ້ມາບວຊ
ເປັນສັມເນຣ ແລ້ວ ຮຽນເອົາສິກຂາບົທ 10 ປຼະກາຣ ຄັ້ນວ່າວັສາພໍຊາວຖ້ວນແລ້ວ ເຈົ້າຈຶ່ງໄປຫາພີ່ນ້ອງ ບອກພວກພ້ອງຕາມສັທາ ບາງພ່ອງໄດ້ຜ້າຄຸມແລຫົ່ມນອນ ທັງຈີວອຣແລະຜ້າພາດ ລາງພ່ອງໄດ້ໂຖນບາຕແລະຜ້າສບົງ ກັບທັງຖົງແລະທັມກົກ ໄມ້ເທົ້າທອງແລະຕາຣະບັຕຣ໌ ທັງເຂັມຂັດແລະເກີບຕີນ ທັງດິນສໍໃສ່ໃນບາຕ ກັບທັງເຄື່ອງສຳຣັບບໍຣິໂພຄ ຖ້ວຽໂຕກນ້ຳເຕົ້າແລະຄັນທີ ເຫຼັກຈາຣດີມີດພ້າເສື່ອສາດ
ອາສນາ ຈັຕໂຣທັມາ ອັນວ່າທັມທັງຫຼາຽ 4
ດວງນີ້ ຄື ອາຍຸ ວັນນະ ສຸຂະ ພລະ ຈົ່ງເຈຣີນຮັກສາ ໃນຂັນທະສັນດານແກ່ເຈົ້າ ຕຼາບຕໍ່ເທົ້າຫ້າພັນວັສາ ສິທທິຊັຍະໂຊຄ ສິທທິ ໂຍຄພຼ້ອມຣັຄຄນາ ຝູງຂ້າທັງຫຼາຽ ຈັກກະທຳຂວັນ ເຈົ້ານາຄເອີຽ ເຈົ້າຢ່າໄດ້ຫຼົງໄຫຼ ຢູ່ໃນເຖື່ອນ ເຈົ້າຢ່າໄດ້ເປັນເພື່ອນຝູງຜີ ຄັ້ນໄດ້ຍິນສຽງຊນີ ແລະໄກ່ແກ້ວ ຂັນແຈ້ວແຈ້ວ
ເຈົ້າຢ່າຫຼັງຟັງ ເຈົ້າຢ່າໄດ້ໄປຊົມຜີປ່າ ໝູ່ຊ້າງຮ້າຽທໍຣະພີ ເຈົ້າຢ່າໄດ້ໄປຊົມເຊີຽ ຝູງລີງລົມ
ແລະຮອກຈ້ອນ ໝູ່ໝາຈອກແລະເສືອສິງຫ໌ ທັງໂຄກະທິງແລະແຮດຊ້າງ ຢ່າໄດ້ໄປກ່າວ
ອ້າງພູຜາ ທັງໜອງປາແລະຫ້ວຽໃຫຽ່ສານໃສ່ສາມານ ດູຕະກາຣງາມສະພູ່ ຜັກບົ້ງໝູ່ບົວ
ທອງ ຊົງໄກສອຣຫົດຮ່ວງເຮົ້າ ໃສ່ພາຂວັນເຈົ້າມາຢູ່ສອນລອນ ຝູງຂ້າທັງຫຼາຽຈັກ
ກະທຳຂວັນ ອວຽພອນແກ່ເຈົ້າ ຄັ້ນວ່າເຈົ້າເປັນຊີ ໃຫ້ເຈົ້າໄດ້ເປັນເຈົ້າວັຕ ເຈົ້າສິກອອກມາ ເປັນຄະລືຫັສ ໃຫ້ໄດ້ເປັນນາຽຄົນ ໃຫ້ມີຜູ້ຖືຖາດແລະຄັນໂທ ບຸນຮຽງໂຕເມືອໜ້າ ໃຫ້ມີຄົນ
ລ້ຽງເຂົ້າວັນລະສອງສາມຄາບ ຍາມເຈົ້າຍົວຣະຍາຕຍ້າຽໄປມາ ໃຫ້ມີຄົນແຫນ
ແຫ່ຢ່າໄດ້ຂາດ ດ້ວຽບາຕຄາຖາວ່າ –ະຍະຕຸ ພະວັງ ຊະຍະມັງຄະລັງ ນິພພານະ ປັຈຈະໂຍ ໂຫຕຸ ກໍແລ້ວເທົ່ານີ້ກ່ອນແລ...
ບາສີນາຄ ຂ
ສິທທີຊັຍະມັງຄະລານາທີ ສວັດດີຍາວໂຍຊ ເຄາະຫ໌ຮ້າຽໂຫຕຫາກກາຽໜີ ອັນຕຣາຽມີໃຫ້
ຫາຽສວ່າງ ເຂັດຂວາງຮ້າຽຮ່າງໜີສູນ ມູຣເຄາະຫ໌ເຂັນຜີວິນາສ ບໍຣິສາດຈົ່ງໜີໄປ ພຸທາໄປ
ຂົ່ມແພ້ເຕຊະຝູງມາຣ ທັມບັຣດານຜັນຖີບ ເຄາະຮ້າຽຮີບເຊໜີ ສັງຄາຕີຝູງຮ້າຽ ເຕຊະຮ້າຽ
ຝູງເຂັນ ຢ່າໄດ້ເປັນອັນຕຣາຽສັກສິ່ງ ທຸຂະຮ້າຽທຽມຕົນ ໃຈກັງວົນເດືອດຮ້ອນ ສັພະເຄາະຫ໌
ຂ້ອນຫາຽເສັຽ ໃນມື້ນີ້ວັນນີ້.
ສຸພະມັງຄະລະ ສຸພະສວັດດີວິເສຖ ອະຕິເຣຄຊັຍະສີ ສວັດດີຈົ່ງມີແກ່ຝູງຂ້າທັງຫຼາຽ ໝາຽມີ ເທວະບຸຕເທວະດາ ອິນພຼົມຍົມະຣາຊາ ຈັຕຸຣາທັງສີ່ ທຸກທີ່ພຼ້ອມຈັກກະວາຣ ກັບທັງພູມມະ
ສຖານເຈົ້າທີ່ ຈົ່ງພຼ້ອມກັນມາ ຊົມຊື່ນຍິນດີ ວັນນີ້ຕາມຕ່ຳຣາວ່າໄດ້ຣືຄ ເປັນວັນປຼະເສີຖມົງ
ຄົນ ຝູງຂ້າປຸນແປງດີແຕ່ງໄວ້ແລ້ວ ພາຂັວນແກ້ວຈຶ່ງໄດ້ຍົກຍໍມາ ມີທັງທ້າວພຼະຍາ ເສນາ ແລະອາມາຕ ນັກປຼາຊພຼ້ອມມວນມາ ມີທັງລູງຕາແລະພໍ່ແມ່ ມີທັງເຖົ້າແກ່ແລະວົງສາ ໄຫຼລັ່ງ ມາພຼ້ອມສາວບ່າວ ໃຈກໍຄິຕອ່າວຍິນດີ ເພື່ອຈັກມາບາສີໃຫ້ເຈົ້າ ເພຼາະເພິ່ນຈະໄດ້ພາກ
ຫ້ອງເຄຫາ ຈັກໄດ້ລາບິດາມານດາອອກໄປ..... ເພື່ອຈັກໄດ້ສ້າງ.....
ເຈົ້າຄຶດເຫັນສັງຂາຣາວ່າບໍ່ໝັ້ນທ່ຽງ ວ່າບິດບ່ຽງໄປມາ ເປັນອນິຈາບໍ່ເລີກແລ້ວ ໃຫ້ຄາດແຄ້ວ
ຄິດເຖິງຄຸນບິດາມານດາ ໄດ້ລ້ຽງມາເປັນອັນຍາກ ລ້ຽງລຳບາກທຸກຄືນທຸກວັນ ຕັ້ງແຕ່ຢູ່ໃນ
ຄັນອຸທອນທ້ອງແມ່ ລຳບາກແທ້ເຫິງນານ ເຈັຽຣະກາຣໜັກໜ່ວງທ້ອງ ພໍ່ແມ່ປົກປ້ອງ
ປຣະຄອງຄັນ ຄົບສິບເດືອນແລ້ວຜັນປຼະສູດ ອອກມາແລ້ວເລົ່າເປັນບຸຕ.....
ຝູງຕາຍາຽທັງພໍ່ແມ່ ໃຈເຜື່ອແຜ່ຍິນດີ ຈົນອາຍຸເຈົ້າ...ປີເຕັມຄັກແນ່ ຝູງພໍ່ແມ່ຈຶ່ງຈັດຫາ ບອກ ສັທາໃຫ້ເຖິງພີ່ນ້ອງ ໃຈຜຸດຜ່ອງຫາຂອງທານ ມີທຸກປຼະກາຣຈົນຄົບຕາມຮີດ ສັຕະທັມາ ວຸດທິທັມມາ ທັງເຈັດປຼະກາຣ ຄື ອາຍຸ ວັນນະ ສຸຂະ ພລະ ອະໂຣຄະຍາຖ້ວນຫ້າ ປະຕິພາ
ຖ້ວນຫົກ ອາທິປະຕັຍະຖ້ວນເຈັດ ຈົ່ງສເດັຈລົງມາຮັກສາເຈົ້າ ຕາບຕໍ່ເທົ້າ ຫ້າພັນພະວັສາ ກໍຂ້າເທີ້ນ.
ສີ ສີ ສຸພະມັງຄລະສຸຂະສວັດດີ ບັດນີ້ຂ້າຈັກເຊີນ ເອົາຂວັນເຈົ້າ ໃຫ້ມາເຕົ້າເຂົ້າມາໂຮມ ອັສະນັຍມື້ນີ້ວັນນີ້ ວ່າມາເຢີຂວັນເຮີຽ...
ໃຫ້ຂວັນເຈົ້າເຂົ້າມາຢູ່ຄີງທຸກເມື່ອ ໃຫ້ຂວັນເຈົ້າເຂົ້າມາຢູ່ເນື້ອທຸກຍາມ ຂໍຢ່າໄດ້ມີຄວາມ ກັງວົນແລະເດືອດຮ້ອນ ຢ່າໄດ້ຄຶດເຄັ່ງຂ້ອນໃນຫະຣືທັຍ ໃຫ້ເຈົ້າມາທຽມພຼະວິນັຍປີດົກ
ເຮືອງຮອດ ຮຸ່ງແຈ້ງຈອດເທສນາສອນສັ່ງ ເປັນເຈົ້ານັ່ງວິຈາຣ ໃຫ້ໄດ້ເປັນເຈົ້າສົມພານ
ຣາຊະອາຈາຣ ຕົນວິເສຖ ໃຫ້ໄດ້ເທສນາສອນສັ່ງປະນະສັຕ ຈັຕະໂຣທັມາ ວັທທັນຕິ ອາຍຸວັນໂນ ສຸຂັງພະລັງ.
ບາສີນາຄ ຄ
ສິທທີຊັຍະມັງຄະລານາທີ ສວັດດີຍາວໂຍຊ ເຄາະຫ໌ຮ້າຽໂຫຕຫາກກາຽໜີ ອັນຕຣາຽມີໃຫ້ ຫາຽສວ່າງ ເຂັດຂວາງຮ້າຽຮ່າງໜີສູນ ມູຣເຄາະຫ໌ເຂັນຜີວິນາສ ບໍຣິສາດຈົ່ງໜີໄປ ພຸທາໄປ ຂົ່ມແພ້ເຕຊະຝູງມາຣ ທັມບັຣດານຜັນຖີບ ເຄາະຮ້າຽຮີບເຊໜີ ສັງຄາຕີຝູງຮ້າຽ ເຕຊະຮ້າຽ ຝູງເຂັນ ຢ່າໄດ້ເປັນອັນຕຣາຽສັກສິ່ງ ທຸຂະຮ້າຽທຽມຕົນ ໃຈກັງວົນເດືອດຮ້ອນ ສັພະເຄາະຫ໌ ຂ້ອນຫາຽເສັຽ ໃນມື້ນີ້ວັນນີ້.
ສຸພະມັງຄະລະ ສຸພະສວັດດີວິເສຖ ອະຕິເຣຄຊັຍະສີ ສວັດດີຈົ່ງມີແກ່ຝູງຂ້າທັງຫຼາຽ ໝາຽມີ ເທວະບຸຕເທວະດາ ອິນພຼົມຍົມະຣາຊາ ຈັຕຸຣາທັງສີ່ ທຸກທີ່ພຼ້ອມຈັກກະວາຣ ກັບທັງພູມມະ ສຖານເຈົ້າທີ່ ຈົ່ງພຼ້ອມກັນມາ ຊົມຊື່ນຍິນດີ ວັນນີ້ຕາມຕ່ຳຣາວ່າໄດ້ຣືຄ ເປັນວັນປຼະເສີຖມົງ ຄົນ ຝູງຂ້າປຸນແປງດີແຕ່ງໄວ້ແລ້ວ ພາຂັວນແກ້ວຈຶ່ງໄດ້ຍົກຍໍມາ ມີທັງທ້າວພຼະຍາ ເສນາ ແລະອາມາຕ ນັກປຼາຊພຼ້ອມມວນມາ ມີທັງລູງຕາແລະພໍ່ແມ່ ມີທັງເຖົ້າແກ່ແລະວົງສາ ໄຫຼລັ່ງ ມາພຼ້ອມສາວບ່າວ ໃຈກໍຄິຕອ່າວຍິນດີ ເພື່ອຈັກມາບາສີໃຫ້ເຈົ້າ ເພຼາະເພິ່ນຈະໄດ້ພາກ ຫ້ອງເຄຫາ ຈັກໄດ້ລາບິດາມານດາອອກໄປ..... ເພື່ອຈັກໄດ້ສ້າງ.....
ເຈົ້າຄຶດເຫັນສັງຂາຣາວ່າບໍ່ໝັ້ນທ່ຽງ ວ່າບິດບ່ຽງໄປມາ ເປັນອນິຈາບໍ່ເລີກແລ້ວ ໃຫ້ຄາດແຄ້ວ ຄິດເຖິງຄຸນບິດາມານດາ ໄດ້ລ້ຽງມາເປັນອັນຍາກ ລ້ຽງລຳບາກທຸກຄືນທຸກວັນ ຕັ້ງແຕ່ຢູ່ໃນ ຄັນອຸທອນທ້ອງແມ່ ລຳບາກແທ້ເຫິງນານ ເຈັຽຣະກາຣໜັກໜ່ວງທ້ອງ ພໍ່ແມ່ປົກປ້ອງ ປຣະຄອງຄັນ ຄົບສິບເດືອນແລ້ວຜັນປຼະສູດ ອອກມາແລ້ວເລົ່າເປັນບຸຕ.....
ຝູງຕາຍາຽທັງພໍ່ແມ່ ໃຈເຜື່ອແຜ່ຍິນດີ ຈົນອາຍຸເຈົ້າ...ປີເຕັມຄັກແນ່ ຝູງພໍ່ແມ່ຈຶ່ງຈັດຫາ ບອກ ສັທາໃຫ້ເຖິງພີ່ນ້ອງ ໃຈຜຸດຜ່ອງຫາຂອງທານ ມີທຸກປຼະກາຣຈົນຄົບຕາມຮີດ ສັຕະທັມາ ວຸດທິທັມມາ ທັງເຈັດປຼະກາຣ ຄື ອາຍຸ ວັນນະ ສຸຂະ ພລະ ອະໂຣຄະຍາຖ້ວນຫ້າ ປະຕິພາ ຖ້ວນຫົກ ອາທິປະຕັຍະຖ້ວນເຈັດ ຈົ່ງສເດັຈລົງມາຮັກສາເຈົ້າ ຕາບຕໍ່ເທົ້າ ຫ້າພັນພະວັສາ ກໍຂ້າເທີ້ນ.
ສີ ສີ ສຸພະມັງຄລະສຸຂະສວັດດີ ບັດນີ້ຂ້າຈັກເຊີນ ເອົາຂວັນເຈົ້າ ໃຫ້ມາເຕົ້າເຂົ້າມາໂຮມ ອັສະນັຍມື້ນີ້ວັນນີ້ ວ່າມາເຢີຂວັນເຮີຽ...
ໃຫ້ຂວັນເຈົ້າເຂົ້າມາຢູ່ຄີງທຸກເມື່ອ ໃຫ້ຂວັນເຈົ້າເຂົ້າມາຢູ່ເນື້ອທຸກຍາມ ຂໍຢ່າໄດ້ມີຄວາມ ກັງວົນແລະເດືອດຮ້ອນ ຢ່າໄດ້ຄຶດເຄັ່ງຂ້ອນໃນຫະຣືທັຍ ໃຫ້ເຈົ້າມາທຽມພຼະວິນັຍປີດົກ ເຮືອງຮອດ ຮຸ່ງແຈ້ງຈອດເທສນາສອນສັ່ງ ເປັນເຈົ້ານັ່ງວິຈາຣ ໃຫ້ໄດ້ເປັນເຈົ້າສົມພານ ຣາຊະອາຈາຣ ຕົນວິເສຖ ໃຫ້ໄດ້ເທສນາສອນສັ່ງປະນະສັຕ ຈັຕະໂຣທັມາ ວັທທັນຕິ ອາຍຸວັນໂນ ສຸຂັງພະລັງ.
