ຜູກແຂນບ່າວສາວແຕ່ງງານ
ມສຣີ ອົມສຣີ ຝ້າຍເສ້ນນີ້ແມ່ນຝ້າຍພຣະຍາແຖນ
ປ່ອນແຂນມາພໍ່ສິຜູກ
ເອົາເປັນລູກຂອງພຣະຍາ ຜູກກ້ຳຊ້າຢໃຫ້ຂວັນເຈົ້າມາ
ຜູກກ້ຳຂວາໃຫ້ຂວັນເຈົ້າຢູ່
ໃຫ້ເປັນຄູ່ທຽມສອງ ໃຫ້ປອງດອງອັກຫໍ່
ຢູ່ນຳພໍ່ຄູນເຮືອນ
ຫຼາຍປີເດືອນ
ໃຫ້ເຈົ້າໄດ້ລູກນ້ອຍ ທັ້ງຂ້ອຍຂ້າແລະເງິນຄຳ
ມີຜູ້ນຳເງິນລ້ານ
ມີຜູ້ໃຫ້ບ້ານຫລັງງາມ
ມີນາ
ທາມພັນໄຮ່ ມີຫມູຫມາເປັດໄກ່ຊ້າງມ້າແລະງັວຄວາຍ
ນອນຕື່ນສວຍໃຫ້ເຈົ້າໄດ້ເງິນລ້ານ
ອອກຈາກບ້ານຢ່າໄດ້ມີສັຕຣູ
ໃຫ້ມີຜູ້ຊ່ອຍຊູຂົນຫາບ
ມີໂຊຄລາພ(ລາບ)ເນືອງນອງ ມີຂ້າວ ຂອງເຕັມອັ່ງ ໃຫ້ເຈົ້າໄດ້ນັ່ງເປັນເສຣສຖີ(ເສດຖີ) ສອງສາມີຈົງຄວນຄູ່
ໃຫ້ທັ້ງສອງເຈົ້າຢູ່
ຖາວອນ ຍາມກິນນອນຢ່າອຶດຢາກ
ຂອງເຫລືອປາກໂພຊະນະອາຫາຣ
ມີລູກຫລານເຕັມເຫລືອ
ຫລາກ ຢ່າອຶດຢາກແນວໃດ໋
ໃຫ້ໄປໄວມາຄ່ອງ
ໃຫ້ໄດ້ທ່ອງສີລທັມ
ຈ່ມມຳໆ
ໄຫວ້ພຣະເຈົ້າ ໃຫ້ເປັນພໍ່ເທົ່າແມ່ເທົ່າທັ້ງສອງ
ໃຫ້ໄດ້ຖືໄມ້ເທ້າຍອດທອງ
ຖືຕະບອງຍອດເພັດ
ຢ່າໄດ້ບົກ ເປັນຫາດ ຢ່າໄດ້ຂາດເຂິນເປັນວັງ
ໃຫ້ສົມຫວັງເຫລືອເຫຕຸ
ໃຫ້ເປັນດັ່ງ
ພຣະເວສສັນດອນ ຄົນອອນຊອນເຫລືອຫລາກ
ມີລູກມາກປານກະປູຍາມນາ
ອຸ
ອະ
ມຸ
ມະ
ມູລມາ
ສະວາຫຸມຯ
ຜູກແຂນທັ່ວໄປ
ຝ້າຍອັນນີ້ແມ່ນຝ້າຍພຣະພຣຫມ(ພົມ)
ພຣະບໍຣົມມຫາຣາຊ ເຄືອເຂາກາດປ່ອນລົງມາ ມີຄາຖາ ພຣະອຸປະຄຸຕະຢູ່ນຳ ມີຄາຖາຍອດພຣະທັມຄົບຖ້ວນ ພຣະຍາອິນທຣ໌(ອິນ)ລ້ວນສົ່ງດ່ວນມາຫາ
ສົ່ງລົງມາວ່າໃຫ້ລູກວ່າ
ໃຫ້ຜູກເອົາຂວັນ
ວ່າສົມຄວນຜູກໄວ້
ໃຫ້ເປັນໃຫຍ່ໃນໂລກາ
ຂວັນເຂ້າ
ມາຜູກແຂນຂໍ້ ຜູກເອົາຫນໍຄູນເຮືອນ
ໃຫ້ເຈົ້າໃສປານເດືອນຢ່າມີເມຄ(ເມກ)
ໃຫ້ເປັນເອກໃນ
ເມືອງຄົນ ຢ່າຍາກຈົນອຶດຢາກ
ຍາມເຈົ້າປາກມີຄົນຖາມ
ຜິວພັນງາມຜຸດຜ່ອງ
ສີໃສສ່ອງດັ່ງ
ທອງທາ ຍາມໄປມາຢ່າອືດອາດ
ຢັວຣະຍາຕຣ(ຍາດ)ດັ່ງພຣະຍາຊ້າງສານ
ກັບທັ້ງບໍຣິວານພໍ
ຫມື່ນ ໃຫ້ລົ້ນຫລື່ນຄົນທັ້ງຫຼາຍ
ມີຫຍິງຊາຢເປັນຂ້ອຍຂ້າ
ມີຊ້າງມ້າໂຕງາມ
ມີຄົນຫາມແຫນແຫ່ ໃຫ້ເຈົ້າດີກວ່າພໍ່ກວ່າແມ່ທັ້ງຫຼາຍ
ມີຂອງຂາຍເຕັມບ້ານ
ມີຢູ່ອ້ານເນືອງນອງ ມີນາຫນອງແລະ
ນາຫ້ວຍ ມີຄົນຊ່ວຍການງານ ອາຍຸນານປານພຣະອຸມາ
ແລະນາງວິສາຂະສຸຂເລິສ ແສນປຣະ
ເສຣິຖ(ເສິດ)ດັ່ງນາງຜຸສດີ
ມີຂັນຕິດັ່ງພຣະເຕມີໃບ້ ໃຫ້ເຈົ້າໃຫຍ່ດັ່ງພຣະອິສວຣ(ສວນ)ຢູ່ເຂົາ ໄກຣລາສ(ໄກລາດ)
ງາມອົງອາຈດັ່ງພຣະນາຣາຢນ໌
(ນາຣາຍ) ບໍ່ມີໄຜມາທໍ່ ຄື ນ້ອຍໜໍສີດາ
ມີປັນຍາດັ່ງສຣີປຣາຊຍ໌(ປາດ)
ໃຫ້ສຫລາດດັ່ງສຣີທະນົນໄຊ ຄຶດອັນໃດໃຫ້ເຈົ້າໄດ້ດັ່ງຄຳມັກ
ຄຳປຣາຣຖນາ
ມະ
ອະ
ອຸ
ອຸ
ມະ
ນະ
ຊາ
ລິ
ຕິ
ສາທຸຯ
ຜູກແຂນເດັກນ້ອຍ
ສີ ສີ ດ້າຍເສ້ນນີ້ແມ່ນດ້າຍພຣະຍາພາລີຜູ້ມີອຳນາຈ
ຜູ້ອົງອາຈໃນການຂີດຂຽນ ກັບທັ້ງພໍ່ພຣະ
ຍາອິນທຣ໌ ແຖນລໍແຖນຫຼໍ່
ສົ່ງມາໃຫ້ນ້ອຍໜໍລູກພຣະອິສວຣ(ສວນ)
ບໍວອນທຸກສິ່ງ ໃຫ້ເປັນມິ່ງ
ມຸງຄຸລ ວ່າບຸນເຈົ້າເກິດມາແຕ່ແຖນວ່າແນນເຈົ້າ
ມາແຕ່ຟ້າ ພຣະໜໍຫລ້ານອນອູ່ສາຍໄຫມ
ຈອມ
ພຣະທັຍແກ້ວແກ່ນ ຜູກແຂນຂ້າງຊ້າຍໃຫ້ເຈົ້າເປັນພຣະຍາ ຜູກຂ້າງຂວາໃຫ້ໄດ້ເປັນພຣະເອກ
ໃຫ້ໄດ້ພອນພຣະປັຈເຈກອະຣະຫັນຕ໌ ມາຣວມກັນຢູ່ກັບພໍ່
ຜູ້ເຜິ່ນກໍ່ ແປງມາ
ກັບມາຣດາຜູ້ໃຫ້ຈູ້
ໃຫ້ເຈົ້າຢູ່ນອນເປ
ຢ່າຫັນເຫໄປຢູ່ປ່າ ໃຫ້ເຈົ້າມາຢູ່ທ່າໃນໂອງ
ເຖິ່ງສາມໂມງໃຫ້ເຈົ້າດ່ວນ
ຢ່າໄປ ມ່ວນຢູ່ໃນໄພຣ ສັພພະສະເນັຽຈັນໄຣຈົງຫາຍຫນີ
ໃຫ້ເຈົ້າສຸຂີຕຣາບເທົ່າອາຢຸເຈົ້າໄດ້ຮ້ອຍຂວບ ພັນວັສສາ ທີຄາຢຸຕາ ສະທາ
ໂສຕຖີ
ພະວັນຕຸ
ເຕຯ
ສາທຸຯ