Welcome to Lao Buddhavong...Laodhamma

Wedding Basi

Home
Morning Chanting
Evening Chanting
Abhidhamma 7 Khampi
Video Abhidhamma
Samatha and Vipassana
To read this page click here!
Contact Me
Doing Time Doing Vipassana
Doing Time Doing Vipassana
Dhamma-Nature Video
Patijasamupabath "The Law of Causation"
Lao!
Soud Mon (Audio)
Sibsong Tamnan

ສູ່ຂວັນແຕ່ງງານ

 

ສີ

 ສີ ມື້ນີ້ແມ່ນມື້ດີ ມື້ເສດຖີອະມຸຕຕະໂຊຄ ໂຕກໃບນີ້ແມ່ນໂຕກໄມ້ຈັນທນ໌ ຂັນອັນນີ້ແມ່ນຂັນວິເສສ ຜູ້ເຫນືອເກສ(ເກດ)ປ່ອນລົງມາ ເທວະດາເອົາມາສູ່ ເອົາ ມາຢູ່ໃນເຄຫາ ສອງສາມີພັລຍາຈັກໄດ້ເກີດ ພຣະອິນເປິດສ່ອງພຣະແ ພຣະພົມ ແລເຜຍພຣະໂອສຖ໌(ໂອດແປວ່າເວົ້າ) ວ່າມື້ນີ້ຫາຍໂທສ(ໂທດ)ທັ້ງມວ ບໍຣະບວນທຸກ ຢ່າງ ຜູ້ເປັນຊ່າງແຕ່ງພາຂວັນ ມີທັ້ງມວນຫມາກຫມ່ຽງ ພາຂວັນທ່ຽງໃບສີ ງາມແສນ ດີເຈັດຊັ້ນ ແຖນພໍ່ປັ້ນແຕ່ງມານຳ ມີເງິນຄຳພັນໄຖ່ ເອົາມາໃສ່ພາຂວັນ ບໍຣະບວນຖ່ວນຖີ່ ງາມຈັ່ງຊີ່ເຫມືອນດັ່ງເມືອງແມນ

 

ຝ້າຍຜູກແຂນຫ້ອຍຣະຍ້າ ມາຈາກຟ້າເມືອງພຣຫມ(ພົມ) ມາເຊຍຊົມສອງອົງຄ໌ອ່ອນ ເຂົ້າບ່ອນນອນຫມູນຫມອນ ສອງເນົານອນແຂນກ່າຍ ທັ້ງສອງຝ່າຍຕົກລົງ ສອງອນງຄ໌ ລູກຂອງແມ່ ມາແຫນແຫ່ເຮືອນຫໍ ໂຄຕວົງສ໌ ຍໍຂັນໂຕກ ຖຶກສະໂລກເຫລືອຕາ ຍົກລົງມາ ຕັ້ງໃສ່ ຂັນໂຕກໃຫຍ່ທອງຄຳ ເພັດມານຳພອຍຕໍ່ ນິມາກໍ່ ປະດັບນຳ ເງິນແລະຄຳເຕັມ ຫີບ ຫລາຍແສນກີບເປັນເຄື່ອງແຕ່ງດອງ ເອົາມາອອງຕົກແຕ່ງ ບໍ່ໄດ້ແບ່ງປັນໄຜ ສອງຫັວ ໃຈມາຢູ່ຮ່ວມ ມາຢູ່ຣ່ວມເປັນນຶ່ງແຜ່ນທອງ ຄົນທັ້ງສອງສົມເຜົ່າ ເປັນຄູ່ເກົ່ານຳມາ ສອງ ຂວັນຕາມາພົບພໍ້ ຈັ່ງໃຫ້ພໍ່ມາຂໍ ຈັ່ງໄດ້ຍໍຂັນຫມາກ ໄຂຄຳປາກວ່າຕົກລົງ ສົມປຣະສົງຄ໌ ທັ້ງສອງຝ່າຍ ເອົາຂາກ່າຍເມັຽ ແພງ ຜູ້ເປັນຜັວຢ່າແຂັງຄຳເວົ້າ ເຫັນພໍ່ເຖົ້າແມ່ເຖົ້າໃຫ້ ຢຳເກງ ຜູ້ເປັນເຂຍຢ່າເສັງສຽງປາກ ຢ່າໄປ ຖາກຄຳຈາ ຄັນໄປໄຮ່ກະໃຫ້ມາ ຄັນໄປົນາ ກະໃຫ້ຕ່າວ ຝັ້ນເຊືອກຂ່າວງັວຄວາຍ ຢ່າຕື່ນສວຍລຸກ ຍາກ ຢ່າໄດ້ ປາກເກີນໂຕ

 

ຜູ້ເປັນຜັວໃຫ້ຮັກເມັຽຈົນແກ່ ໃຫ້ຄືແມ່ຂອງໂຕ ຢ່າພາໂລເລາະບ້ານ ຢ່າຂີ້ ຄ້ານນອນເວັນ ຢ່າ ໄປເຫັນສາວແກ່ ຢ່າໄປແກ່ກວ່າວົງສ໌ ຢ່າໄປໂກງໃສ່ໂຄຕຣ(ໂຄດ) ຢ່າເວົ້າໂພດ ຄັນເຫັນ ເຮັດບໍ່ເປັນໃຫ້ຖາມໄຖ່ ຢ່າໄປໃຫຍ່ກວ່າລຸງ ຢ່າໄປສູງກວ່າປ້າ ຢ່າໄປດ່າວົງສ໌ ວານ ຢ່າໄປພາພີ່ນ້ອງ ຢ່າໄປຟ້ອງຊຸມແຊງ

 

ຜູ້ເປັນເມັຽຢ່າແຂ້ງປາກເວົ້າ ຕື່ນແຕ່ເຊົ້າກ່ອນຜັວໂຕ ຢ່າສຽງໂວ ຊໍ່ສຽດ ຢ່າໄປຄຽດໄວວາ ຄັນໄປໄຮ່ກະໃຫ້ຮີບມາ ຄັນໄປນາກະໃຫ້ຮີບຕ່າວ ເຫັນຜູ້ບ່າວຢ່າແຊນແລນ ແຊນແລນ ໄດ້ຍີນສຽງແຄນຢ່າໄປຟ້ອນ ຢ່າໄປຢ້ອນໃສ່ສຽງກອງ ຢ່າຈອງຫອງໃສ່ປູ່ຢ່າ ຢ່າໄປດ່າ ອາວອາ ຄັນໄປມາໃຫ້ຄົມຂ່ຽມ ຢ່າໃຫ້ເສື່ອມຊຸມແຊງ ຢ່າໄປແຮງຟືດຟາດ ຢ່າປຣະມາທ ປູ່ຢ່າໂຕ ຢ່າໄປໂສຄວາມເກົ່າ ຢ່າໄປເລົ່າຄວາມເດິມ ຢ່າໄປເສິມຜູ້ອື່ນ ຢ່າໄປຕື່ນສຽງຄົນ ຢ່າໄປວົນຂອງເພິ່ນ ຄັນເພິ່ນເອິ້ນຈັ່ງຂານ ຄັນເພິ່ນວານຈັ່ງຊ່ອຍ

 

ໃຫ້ໄປຄ່ອຍມາຄ່ອຍ ເຫັນໂຄຕຣ(ໂຄດ)ເຫັນວົງສ໌ ຢ່າໄປໂກງຖຽງພໍ່ຖຽງແມ່ ເຫັນຄົນແກ່ ປາກເວົ້າຈາໄຂ ຢ່າຈັປ້ອຍຜີປ້ອຍຫ່າ ຢ່າໄປດ່າພີ່ນ້ອງທາງຜັວ ຢ່າເມົາມັວສຸຣາເບັຽ ໂບກ າມຂຶ້ນໂຄກຫາຟືນຫາຕອງ ຢ່າສຽງຫອງຮ້ອງເພລງ ແອ໋ນ ແອ່ນ ຢ່າໄດ້ແລ່ນປ໋າ ຫມູ່ປ໋າຝູງ ຄັນເຫັນລຸງໃຫ້ວ່າກັບບາດ ຢ່າໄດ້ຂາດຄວາມເວົ້າຂານໄຂ ໄປທາງໄດ໋ຢ່າໄດ້ຊ້າ ຄັນເຫັນປ້າໃຫ້ວ່າຄືລຸງ ຢ່າຫັວສູງໄປຫມອບມາຫມອບ ຢ່າວ່າປອບຜີຫ່າຜີພູ ຢ່າຊູລູ ເອົາຂອງບໍ່ບອກ ຢ່າກັບກອກປູ່ຢ່າວົງສາ ຍາມໄປມາໃຫ້ວົນວຽນແວ່ ຮັກຄືພໍ່ຄືແມ່ປູ່ຢ່າ ຂອງໂຕ ຢ່າພາໂລຕໍ໋ແຫລຫລອນຫລອກ ຢ່າໄປບອກໃຊ້ສິ່ງເອົາຂອງ ຜິດທັມນອງຄອງ ຂອງລູກໃພ້ ກວ່າສິໄດ້ລູກເພິ່ນມາແງ ຢ່າເວົ້າແຂ້ງຄຳຫວານໂອນອ່ອນ

 

ວ່າມາເດີຂວັນເອີຍ ຂວັນສອງເຈົ້າໃຫ້ມາຖ້ອນ ມາຢູ່ນຳກັນ ຢ່າໄປປົນຄົນທຣຣພ໌(ຄົນທັນ ແປວ່າຄົນຜີ)ໃນປ່າ ຢ່າໄປທ່ານ້ຳຫລາກໄຫລແຮງ ຢ່າໄປແຍງຜາຊັນພັນອດ ວ່າມາເດີ ຂວັນເອີຍ ສອງເຈົ້າຈົ່ງມາກອດເປັນມິ່ງສາແນນ ເອົາສອງແຂນຈັບກັນໄວ້ແນ່ນ ຂວັນ ເຈົ້າແລ່ນໄປໄກ ຂວັນເຈົ້າໄປໃນປ່າ ຂວັນເຈົ້າຫນີລົງທ່າໄປເຮືອ ຂວັນເຈົ້າໄປເມືອງເຫນືອ ແລະເມືອງລຸ່ມ ຂວັນເຈົ້າໄປຢູ່ພຸ່ມເຄືອຍຫນາມ ຂວັນເຈົ້າໄປນາທາມນາຮ່ອງ ຂວັນເຈົ້າໄປ ຫລົງປ່ອງທາງມາ ຂວັນເຈົ້າໄປຕາມຫາສາວບ່າວ ຂວັນບໍ່ຕ່າວຄືນມາ ຂວັນໄປຄາຢູ່ໃນ ເງື້ອມ ຢູ່ໃນເຫລື່ອມຜາຊັນ ກະໃຫ້ມາສາມື້ນີ້ວັນນີ້

 

ຂວັນເຈົ້າໄປຢູ່ລີ້ເມືອງຫົງສາ ຂວັນບໍ່ມາຢູ່ພມ່າ ຂວັນໄປຄ້າຢູ່ເມາະລຳເລິງ ຂວັນໄປເຫິງບໍ່ ຕ່າວ ກະໃຫ້ມາສາມື້ນີ້ວັນນີ້ ຂວັນເຈົ້າໄປຢູ່ຖ້ຳເມືອງແກວໄມ້ລ້ມແບ່ງ ຂວັນເຈົ້າໄປແຫ່ງ ແຫ້ງທາງກ້ຳຝ່າຍຂະເມນ ກະໃຫ້ມາສາມື້ນີ້ວັນນີ້ ຂວັນເຈົ້າໄປທາງກ້ຳເມືອງຊຽງຕຸງຈີນ ຕາດ ຂວັນເຈົ້າໄປຊົມຕລາດກວ້າງກວາງຕຸ້ງ ໃຫ້ດຸ່ງມາ ຂວັນເຈົ້າໄປຫາຄ້ນແພລາ ໆ ພາຍຖົ່ງຢ່າມ ເຫັນງາມ ໆ ຢ່າໄດ້ໃກລ້ໄປແລ້ວໃຫ້ຕ່າວມາ

 

ວ່າມາເດີຂວັນເອ ຂວັນແຂ່ງໃຫ້ເຈົ້າຢ່າງລີລາ ຂວັນຂາໃຫ້ເຈົ້າມາລີລ້າຢ ໆ ມານອນ ນຳອ້າຜູ້ເປັນຜັວ ມາກິນນັວຈ້ຳປົ່ນ ຜັວພາກົນຂຸດຕໍ ຜັວພາຍໍເງິນລ້ານ ມາຢູ່ບ້ານດອມ ກັນ ວ່າມາເຢີຂວັນເອີຍ ຂວັນສອງເຈົ້າຮີບພະລັນມາດ່ວນ ພາກັນຊວນຮ່ວມຫ້ອງ ນອນ ຊ້ອນຫນ່ວຫມອນ ມາຢູ່ຊ້ອນຊອນຫົ່ມລົມຫນາວ ວ່າມາເດີຂວັນເອີຍ ເມັຽນອນຕໍ່າ ຜັວໃຫ້ນອນສູງ ຕຽງໄມ້ຢູງພໍ່ແມ່ແຕ່ງໄວ້ ເພິ່ນແຕ່ງໃຫ້ມ່ານໃສ່ທັ້ງສອງ ຫມອນມາອງ ຮຽງກັນເປັນຄູ່ ເພິ່ນໃຫ້ຢູ່ນຳກັນຢ່າຫນີ ຫລາຍນານປີຈົນແກ່ຈົນເຖົ້າ ຂວັນຫມູ່ເຈົ້າໃຫ້ ແລ່ນມາເຍີ

 

ວ່າມາເດີຂວັນເອີຍ ມາຢູ່ເຮືອນຫລັງໃຫຍ່ ເພິ່ນປຸກໃສ່ເປັນເຮືອນຫໍ ເພິ່ນປຸກຍໍເປັນຂອງ ອ່ອນ ປຸກໄວ້ກ່ອນຄອບຸຕຕາ ພາກັນມາຢ່າຊັກຊ້າ ມາຢູ່ຮົ່ມຮືອນງາມ ມາຢູ່ຜາມຫລັງ ອາຈ ແມ່ປູສາດທັ້ງຫມອນລາຂອງກິນຫລາຍເຫລືອຫລາກ ບໍ່ອຶດອຢາກແນວໃດ໋ ວ່າມາເດີຂວັນເອີຍ ມາໄວ ໆ ມາຫາພໍ່ ມາຫາແມ່ ພວກເຖົ້າແກ່ອາວອາ ເພິ່ນກະມາຄອຢູ່ ມາອດປູ່ຄອຫລານ

 

ວ່າມາເດີຂວັນເອີຍ ຂວັນເຈົ້າໄປຢ່າຢູ່ນານ ຢ່າໄປພາລກັບຫມູ່ ຈົງມາຢູ່ດອມກັນ ຈວງ ຈັນທ໌ຫອມຕົກແຕ່ງ ກາບບັວແບ່ງຢູ່ຊອນລອນ ຕາອອນຊອນຕຽງຕັ່ງ ມີບ່ອນນັ່ງເຊົ່າມີແຮງ ຄອຈອມແພງສອງໜໍ ປານແຖນຫຼໍ່ແຖນລໍມາໂຮມຫໍ ຢ່າໄດ້ຊ້າ ທັ້ງຊ້າງມ້າແລງັວ ຄວາຍ ຕາເວັນສວມັນສິຮ້ອນ ໃຫ້ມາກ່ອນຢ່າໄປໄກ ຢ່າໄປໃສຕາເວັນຄ່ຳຕົກໃຕ້ຕ່ຳມັວ ເມົາ ວ່າມາເດີຂວັນເອີຍ ຈົງມາເຊົານຳພໍ່ ຈົງມາກໍ່ແບ່ງສານ ມາຢູ່ຊານຢ່າຫ່າງ ຢູ່ຕະຫລ່າງເຮືອນໂຕ ວ່າມາເດີຂວັນເອີຍ ມາເຊຍຊົມໃນຫ້ອງຕຽງທອງບ່ອນເພິ່ນແຕ່ງ ສອງຈອມແພງໃຫ້ຕ່າວໂຄ້ງ ມາຖ່ອນຢ່າສຸນານ ຈົງສຳຣາດ້ວຍຄາຖາວ່າ ເນກເຕໂຊ ໄຊະຕຸ ພະວັງ ໄຊະມັງຄະລັງ ສຸຂັງພະລັງ ອາວາຫະ ວິວາໂຫ ສຸມັງຄະໂລ ໂຫຕຸ ສາທຸຯ

 

ຄຳຜູກແຂນແຕ່ງງານ

 

ຜູກແຂນຝ່າຍຊາ

 

ສີ ສີ ວັນເດືອນປີຂ້າມລ່ວງແລ້ວ ຈົນລູກແກ້ວໃຫຍ່ສູງ ຝູງປ້າລຸງແລະພໍ່ແມ່ ທັ້ງເຖົ້າແກ່ ແລະຕາມາກັນຫຼາຍພໍ່າພ້ອມ ມາໂອບອ້ອມຈັດແຕ່ງງານ ຕາມກາລເວລາແຖນ ກຳໜົດໄວ້ ແຕ່ງແລ້ວໃຫ້ປະພຶດທັມ ຈັ່ງສິນຳຄອບຄົວໄປມົ້ມຝັ່ງ ໃຫ້ມີໃຈດຸຈ(ດຸດ)ດັງ ແມ່ນ້ຳໃນນທີ ອັນມີຄຸນສົມບັຕ 4 ຂໍ້

 

ຂໍ້ 1. ນັ້ນ ນ້ຳສະອາດບຣິສຸທທິ໌(ບໍຣິສຸດ) ຄັນແມ່ນເອົາລົງມຸດ ສະອາດດີ ໂດຍແທ້

ຂໍ້ 2. ນັ້ນ ນ້ຳຫາກປັບໂຕໄດ້ ເປັນຫຍັງໄດ້ທຸກຢ່າງ ຮູເລັກ ໆ ນ້ອ ໆ ໄຫລເຂົ້າໄດ້ ສູ່ແຈ

ຂໍ້ 3. ນັ້ນ ນ້ຳຫາກເຢັນແທ້ແກ້ອດຫິວກະຫາຍ ກິນລົງໄປອດຫິວຫາຍ ຈ້ອ

ຂໍ້ 4. ນັ້ນ ນ້ຳຫາກສາມັຄຄີແທ້ຮ່ວມກັນໂດງ່າ ເອົາມີດຕັດຊ໊ວບແລ້ວປຣະສານ ເຂົ້າໄດ້ງ່າດາ

 

ທັ້ງ 4 ຂໍ້ ດີງາມອດຍິ່ງ ຂໍໃຫ້ໃຈພວກເຈົ້າຄືນ້ຳຈັ່ງແມ່ນຄອງ ອຸ ອະ ມຸ ມະ ມູລ ມາ ມຫາ ມູລມັງ ສະວາຫຸມຯ

 

ຜູກແຂນຝ່າຍຍິງ

 

ໂອມແມ່ຄົນດີຍອດແກ້ວ ຜູ້ເລິສແລ້ວຊື່ວ່າແມ່ທໍຣະນີ ເປັນຜູ້ມີຣິດທີອານຸພາພ ແມ່ ຫາກປາບພຍາມາຣ ໄດ້ຣ່ວມບູນສົມພາຣຂອງພຣະພຸທທເຈົ້າ ມື້ພຣະເຈົ້າຕຣັສ ສ່ອງຍານ ຮີຜົມເປັນນ້ຳທ່ວມພຍາມາຣຈົມຈຸ່ມ ນ້ຳທຸ່ມທ່ວມມາຣລົ້ມທ່າວຕາອັນນຶ່ງນັ້ນແມ່ຫາກ ມີໃຈກວ້າງປຽບແຜ່ນທໍຣະນີ ແມ່ນສິມີຜູ້ຂີ້ຜູ້ຂຸດຜູ້ກົ່ນ ຍ່ຽວໃສ່ ພ້ອມນ້ຳລາຊ້ຳຖົ່ມແຖມ ແມ່ບໍ່ໄດ້ຄຽດຄອຍຊັງກຽດຜູ້ໃດ ຂໍໃຫ້ເຈົ້າຄືແມ່ທໍຣະນີ ຈັ່ງສິເປັນຄົນດີຄອບຄອງສົມບັຕິ (ສົມບັດ)ໄດ້ ຈັຕຕາໂຣ ທັມມາ ວັທທັນຕິ ອາຍຸ ວັນໂນ ສຸຂັງ ພະລັງຯ ສາທຸ

ehead.jpg

 

………ດ້ວຍຄວາມປຣາຖນາດີຂໍໃຫ້ຈະເຣີນໃນທັມໄພທູນ ອິນທວົງສ໌