Welcome to Lao Buddhavong...Laodhamma

Ariyasab

Home
Morning Chanting
Evening Chanting
Abhidhamma 7 Khampi
Video Abhidhamma
Samatha and Vipassana
To read this page click here!
Contact Me
Doing Time Doing Vipassana
Doing Time Doing Vipassana
Dhamma-Nature Video
Patijasamupabath "The Law of Causation"
Lao!
Soud Mon (Audio)
Sibsong Tamnan

ຂໍນອບນ້ອມແດ່ພຣະຜູ້ມີພຣະພາຄອຫັນຕສັມມາສັມພຸທທຈົ້າພຣະອົງຄ໌ນັ້ນ ຂໍນອບນ້ອມແດ່ພຣະຜູ້ມີພຣະພາຄອຫັນຕສັມມາສັມພຸທທຈົ້າພຣະອົງຄ໌ນັ້ນ

ຂໍນອບນ້ອມແດ່ພຣະຜູ້ມີພຣະພາຄອຫັນຕສັມມາສັມພຸທທຈົ້າພຣະອົງຄ໌ນັ້ນ

ຖ້າຢາກເປັນຄົນລວຍຕອ້ງຮູ້ຊັພພາຍໃນ ຫຼື ອະຣິຍະຊັພ (ອ່ານວ່າຊັບ)

ຄົ

ນສະຫຼາດຈະເອົາຊັພພາຍນອກມາແລກເປັນຊັພພາຍໃນໄວ້ ເອົາຊັພພາຍນອກທີມີມາ ຝາກໄວ້ໃນທະນາຄານບູນ ແລ້ວແລກເປັນເງິນສະກຸລຕ່າງໆ ເວລາເດີນທາງໄປພົພຫນ້າ ຊາຕິຫນ້າກໍຈະມີຊັພຕິດໂຕໄປ ເປັນອະຣິຍະຊັພຫຼືຊັພພາຍໃນ ເປັນຊັພທີບໍ່ມີໃຜຍາດຫຼືລັກ ໄປໄດ້ ບໍ່ຄືຊັພພາຍນອກ ໂດນລັກໄປ ຖືກໂກງໄປ ຫຼືຖືກເຈົ້າຫນ້າທີບ້ານເມືອງຍືດໄປກໍໄດ້ ແຕ່ຊັພ ພາຍໃນຫຼືອະຣິຍະຊັພ ເປັນຊັພທີບໍ່ມີໃຜຍາດຊິງໄປໄດ້ ເປັນຊັພຂອງເຮົາໂດຽແທ້ ເປັນຊັພທີຕິດໂຕ ໄປກັບເຮົາ ເມື່ອເຮົາຕາຍໄປແລ້ວເຮົາຍັງຈະເດີນທາງຕໍ່ໄປ ຖ້າມີຊັພພາຍໃນເຮົາກໍຈະໄປສູ່ສຸຄະຕິ ໄປສູ່ບ່ອນທີມີແຕ່ຄວາມສຸຂຄວາມຈະເຣີນ ເປັນເທພ ເປັນພຣຫົມ(ອ່ານວ່າພົມ) ເປັນພຣະອະຣິຍະ ບຸຄຄົລ ເປັນມະນຸສຍ໌ ຖ້າບໍ່ມີອະຣິຍະຊັພ ຕາຍໄປກໍຈະຕ້ອງໄປສູ່ອະບາຍ ສູ່ທຸຄະຕິເທົ່ານັ້ນ ເປັນ ເດຣັຈສານ(ສັດ) ເປັນເປຣຕ(ອ່ານວ່າ ເປດ) ເປັນອະສຸຣະກາຍ ເປັນສັຕວ໌(ສັດ)ນະຣົກ ເພາະຂາດ ອະຣິຍະຊັພທີຈະດືດໄວ້ບໍ່ໃຫ້ໄປສູ່ທີຕ່ຳ ນັກປຣາຊຍ໌(ອ່ານວ່າ ປາດ) ຄົນສະຫຼາດຜູ້ຮູ້ຈັກເຫຕຸ (ອ່ານວ່າ ເຫດ) ຮູ້ຈັກຜົລ ເມື່ອໄດ້ຍີນໄດ້ຟັງພຣະທຣຣມ(ທັມ)ຄຳສອນອັນປະເສີດຂອງ ພຣະພຸທທະເຈົ້າແລ້ວຍ່ອມເກີດ ສຣັທທາ (ສັທທາ ອ່ານວ່າ ສັດທາ) ຍ່ອມນ້ອມເອົາສິ່ງຕ່າງໆ ທີພຣະພຸທທະອົງຄ໌ໄດ້ທຣົງ(ຊົງ)ສັ່ງ ສອນມາປະພຶດປະຕິບັດກັບຕົນ

 

ອະຣິຍະຊັພ ມີ   ຢ່າງດ້ວຍກັນ ຄື :

 

. ສຣັທທາ(ສັທທາ ຫຼື ອາດຈະຂຽນວ່າ ສັດທາ) ຄວາມເຊື່ອ

. ສີລ ຄວາມປະພຶດດີທາງກາຍທາງວາຈາ

. ຫິຣິ ຄວາມອາຍບາປ

. ໂອຕະຕັປປະ ຄວາມຢ້ານບາປ

. ພາຫຸສັຈຈະ ຄວາມເປັນຜູ້ໄດ້ຮຽນຮູ້ຫຼາຍ

. ຈາຄະ ການບໍຣິຈາຄ ການໃຫ້ທານ ການເສັຽສລະ

. ປັນຍາ

 

. ສຣັທທາ(ສັທທາ ອ່ານວ່າ ສັດທາ) ຄື ຄວາມເຊື່ອ ເຊື່ອໃນພຣະພຸທທະເຈົ້າ ເຊື່ອໃນການຕຣັສ ຮູ້ຂອງພຣະພຸທທະອົງຄ໌ ເຊື່ອວ່າພຣະພຸທທະເຈົ້າເປັນຜູ້ຮູ້ຈິງເຫັນຈິງ ຮູ້ໃນສິ່ງຕ່າງໆທີເຮົາບໍ່ຮູ້ກັນ ເຊັ່ນຮູ້ເຣື່ອງນະຣົກ ເຣື່ອງສະຫວັນ ຮູ້ເຣື່ອງການວ່ຽນວ່າຍຕາຍເກີດ ຮູ້ເຣື່ອງບາປ ຮູ້ເຣື່ອງບູນ ຮູ້ເຣື່ອງຄຸນ ຮູ້ເຣື່ອງໂທສ ຮູ້ເຣື່ອງມຣຣຄ(ມັຄ) ຜົລ ນິພພານ ຄືສິ່ງທີປຸຖຸຊົນຄົນທັມດາສາມັນຜູ້ເຕັມ ໄປດ້ວຍອະວິຊາ ຍັງບໍ່ສາມາດຮູ້ເຖີ່ງສິ່ງເຫຼົ່ານີ້ໄດ້ ບໍ່ຄືພຣະພຸທທະເຈົ້າຜູ້ທຣົງ(ຊົງ)ປະກອບດ້ວຍ ສະຕິປັນຍາ ຄວາມຮູ້ ຄວາມສະຫຼາດ ວິຣິຍະຄວາມອຸຕສາຫະພາກພຽງ ຂັນຕິຄວາມອົດທົນ ສະສົມ ບູນບາຣະມີມາເປັນກັປເປັນກັລປ໌(ອ່ານກັນ) ຈົນບັນລຸເປັນພຣະອະນຸຕະຣະສັມມາສັມພຸພທະເຈົ້າ ມີດວງຕາເຫັນທຣຣມ(ທັມ) ຂຶ້ນມາ ເຫັນສິ່ງຕ່າງໆທີມີຢູ່ໃນໄຕຣພົພ ໃນໂລກທັ້ງ ນີ້ ຄືກາມະພົພ ຮູປະພົພ ອະຮູປະພົພ ໂລກຂອງການວ່ຽນວ່າຍຕາຍເກີດ ຜູ້ມີດວງຕາເຫັນທຣຣມ(ທັມ) ສາມາດ ເບິ່ງເຫັນສິ່ງເຫຼົ່ານີ້ ພວກເຮົາຍັງມືດບອດ ຍັງບໍ່ຮູ້ບໍ່ເຫັນ ແຕ່ມີແວວແຫ່ງຄວາມສະຫຼາດ ບ່ອນທີຍອມຮັບ ວ່າເຮົາຍັງໂງ່ຢູ່ ແລະຍອມຮັບວ່າພຣະພຸທທະເຈົ້າສະຫຼາດກວ່າເຮົາ

 

ເມື່ອພຣະພຸທທະອົງຄ໌ເປັນຜູ້ມີຄວາມສະຫຼາດກວ່າເຮົາ ຮູ້ຫຼາຍກວ່າເຮົາ ເຮົາຈຶ່ງເຊື່ອພຣະພຸທທະເຈົ້າ ຄືເຊື່ອໃນສິ່ງທີພຣະພຸທທະເຈົ້າທຣົງ(ຊົງ)ສັ່ງສອນ ເຣື່ອງທີພຣະພຸທທະອົງຄ໌ທຣົງ(ຊົງ)ສັ່ງສອນມີຢູ່ ຂໍ້ໃຫຍ່ໆ ຄື :

 

. ກຣຣມ(ຫຼື ກັມ ອ່ານອອກສຽງວ່າ ກຳ)

. ວິບາກ (ຄືຜົລແຫ່ງກັມທີເຮັດໄວ້)

. ສັຕວ໌(ສັດ)ໂລກມີກຣຣມ(ກັມ)ເປັນຂອງໆຕົນ

 

. ເຊື່ອວ່າກຣຣມ(ກັມ) ຄືການເຮັດທາງ ກາຍ ວາຈາ ໃຈ ເປັນເຫຕຸ(ອ່ານວ່າ ເຫດ)ທີນຳມາ ຊຶ່ງຄວາມສຸຂຫຼືຄວາມທຸກຂ໌ ຄວາມຈະເຣີນຫຼືຄວາມເສື່ອມ ພົພຊາຕິຕ່າງໆເປັນຜົລທີເກີດມາຈາກ ກຣຣມ(ກັມ) ເຊັ່ນເຊື່ອວ່າ ເຫຕຸ(ອ່ານວ່າ ເຫດ)ທີໄດ້ມາເກີດເປັນມະນຸສຍ໌ ກໍເພາະໃນອະດີຕເຄຍ ເຮັດຄວາມດີຮັກສາສີລໄວ້ ຈຶ່ງເຮັດໃຫ້ໄດ້ມາ ເກີດເປັນມະນຸສຍ໌ຢ່າງນີ້ເປັນຕົ້ນ

 

. ເຊື່ອວິບາກຜົລຂອງກຣຣມ(ກັມ) ເຊື່ອວ່າເມື່ອເຮັດກຣຣມ(ກັມ)ໄປແລ້ວບໍ່ວ່າດີຫຼືຊັ່ວຈະຕ້ອງໄດ້ ຮັບຜົລຂອງກຣຣມ(ກັມ)ນັ້ນ ເຊັ່ນການໄດ້ມາເກີດເປັນມະນຸສຍ໌ ເປັນເດຣັຈສານ(ສັຕວ໌) ເປັນຫມາ ເປັນແມວ ເປັນວິບາກ ເປັນຜົລທີເກີດຈາກການເຮັດໃນອະດີຕ ໄດ້ເຮັດກຣຣມ(ກັມ)ມາຕ່າງກັນຈຶ່ງ ເຮັດໃຫ້ມາເກີດຕ່າງກັນໄປ ມີຄວາມແຕກຕ່າງບໍ່ເທົ່າທຽມກັນ ທາງດ້ານເພສ ທາງດ້ານຮູປຮ່າງຫນ້າ ຕາ ທາງດ້ານຄວາມຮູ້ຄວາມສະຫຼາດ ທາງດ້ານຖານະການເງິນ ເຫຼົ່ານີ້ເອິ້ນວ່າວິບາກ ຄືຜົລທີເກີດ ຈາກການເຮັດໃນອະດີຕ ເຊື່ອວ່າເຮົາເປັນຢູ່ຢ່າງນີ້ກໍເພາະເຮັດມາສ່ຳນີ້ ສະສົມບູນບາຣະມີມາສ່ຳນີ້ ເຮັດມາສ່ຳນີ້ກໍໄດ້ສ່ຳນີ້ ຖ້າຢາກໄດ້ຫຼາຍກວ່ານີ້ກໍຕ້ອງສະສົມບູນບາຣະມີໃຫ້ຫຼາຍຂຶ້ນໄປເລື່ອຍໆຈົນ ເຖີ່ງທີສຸດຂອງບູນບາຣະມີກໍຈະບັນລຸເຖີ່ງມຣຣຄ(ມັຄ) ຜົລ ນິພພານ ການສິ້ນສຸດແຫ່ງການ ວ່ຽນວ່າຍຕາຍເກີດ ເປັນພຣະພຸທທະເຈົ້າແລະພຣະອະຣະຫັນຕະສາວົກ

 

. ເຊື່ອວ່າສັຕວ໌(ສັດ)ໂລກທັ້ງຫລາຍມີກຣຣມ(ກັມ)ເປັນຂອງໆຕົນ ເມື່ອເຮັດກຣຣມ(ກັມ)ແລ້ວວິບາກ ຍ່ອມຕາມມາຄືເງົາຕາມໂຕ ເປັນສິ່ງທີຫລີກຫຼ່ຽງບໍ່ໄດ້ ບໍ່ມີໃຜຊ່ອຍໃຜໃຫ້ພົ້ນວິບາກກຣຣມ(ກັມ)ຂອງ ຕົນໄປໄດ້ ຫຼືສ້າງບູນກຸສົລໃຫ້ແກ່ກັນໄດ້ ເມື່ອເຖີ່ງເວລາທີຜົລບູນຈະເກີດຂຶ້ນກັບຜູ້ຫນຶ່ງຜູ້ໃດ ກໍບໍ່ມີໃຜໄປຫ້າມໄດ້ ເຊັ່ນດຽວກັບຜົລຂອງບາປກຣຣມ(ກັມ) ເມື່ອເຖີ່ງເວລາທີຈະເກີດຂຶ້ນ ກໍບໍ່ມີໃຜ ໄປຢັບຢັ້ງໄດ້ ສິ່ງທີເຮັດໄດ້ກໍຄືຊ່ອຍເທົ່າທີຈະຊ່ອຍໄດ້ ຖ້າເກີດຂຶ້ນກັບໂຕເຮົາ ກໍຕ້ອງເຮັດໃຈໃຫ້ເປັນ ອຸເບກຂາ ຍອມຮັບຄວາມຈິງວ່າ ສັຕວ໌(ສັດ)ໂລກທັ້ງຫລາຍມີກຣຣມ(ກັມ)ເປັນຂອງໆຕົນ ສິເຮັດ ກຣຣມ(ກັມ)ອັນໃດໄວ້ ດີຫຼືຊັ່ວ ຈະຕ້ອງເປັນຜູ້ຮັບຜົລຂອງກຣຣມ(ກັມ)ນັ້ນ ບໍ່ມີໃຜຢັບຢັ້ງຜົລຂອງ ກຣຣມ(ກັມ)ໄດ້ ເມື່ອເຖີ່ງເວລາກໍຕ້ອງຮັບຜົລຂອງກຣຣມ(ກັມ)ກັນທຸກໆຄົນ

 

. ສີລ ຄວາມປະພຶດດີທາງກາຍທາງວາຈາ ເມື່ອມີສຣັທທາ(ສັທທາ ຫຼື ອາດຈະຂຽນວ່າ ສັດທາ) ແລ້ວເຮົາກໍຈະປະພຶດປະຕິບັດຕາມພຣະທຣຣມ(ທັມ)ຄຳສອນ ໂດຽເຫັນວ່າ ເຮັດດີໄດ້ດີ ເຮັດຊັ່ວ ໄດ້ຊັ່ວ ເຮົາກໍຈະເຮັດແຕ່ສິ່ງທີດີແລະຫລີກຫຼ່ຽງການເຮັດບາປ ໂດຍການຮັກສາສີລຕາມກຳລັງ ສຣັທທາ(ສັທທາ ຫຼື ອາດຈະຂຽນວ່າ ສັດທາ) ວິຣິຍະ ສຕິ ປັນຍາ ຕັ້ງແຕ່ ສີລ ສີລ ສີລ ໑໐ ຈົນເຖີ່ງ ສີລ ໒໒໗ ສີລຄືຄວາມປົກກະຕິທາງກາຍແລະທາງວາຈາ ບໍ່ສ້າງຄວາມເດືອດຮ້ອນ ໃຫ້ແກ່ຜູ້ອື່ນ ບໍ່ສ້າງຄວາມທຸກຂ໌ໃຫ້ແກ່ຜູ້ອື່ນ ບໍ່ບຽດບຽນຜູ້ອື່ນ ດ້ວຍການລະເວ້ນຈາກການຂ້າ ສັຕວ໌(ສັດ)ຕັດຊີວິຕ ລະເວ້ນຈາກການລັກຊັພ ລະເວ້ນຈາກການປະພຶດຜິດປະເວນີ ລະເວ້ນ ຈາກການເວົ້າຕົ່ວ ເວົ້າຄຳຫຍາບ ເວົ້າຊໍ່ສຽດ ເວົ້າໂລ່ເລ່ ລະເວ້ນຈາກການເສພສຸຣາ(ເຫຼົ້າ) ຢາເມົາ ແລະສິ່ງເສພຕິດທັງປວງ

 

. ຫິຣິ ຄວາມອາຍບາປ

 

. ໂອຕະຕັປປະ ຄວາມຢ້ານບາປ ເມື່ອເຫັນວ່າການເຮັດບາປເປັນສິ່ງບໍ່ດີ ຈຶ່ງລະເວ້ນ ດ້ວຍຫິຣິ ຄວາມອາຍບາປ ແລະໂອຕະຕັປປະ ຄວາມຢ້ານບາປ ທຸກຄົນມີຄວາມອາຍກັນ ແຕ່ສິ່ງທີຕາອາຍ ແຕ່ບໍ່ອາຍ ແຕ່ໄປອາຍໃນສິ່ງທີບໍ່ຕາອາຍ ເຊັ່ນໄປອາຍໃນຄວາມຢາກຈົນ ໃນຮູປຮ່າງຫນ້າ ຕາທີບໍ່ງາມ ໃນຄວາມໂງ່ເຂົາເບົາປັນຍາຂອງຕົນ ສິ່ງທີເປັນຕາອາຍຄືຫຍັງ ກໍຄືການເຮັດຄວາມ ຊັ່ວທັ້ງຫລາຍ ເຊັ່ນ ການຂ້າສັຕວ໌(ສັດ)ຕັດຊີວິຕ ການລັກຊັພ ການປະພຶດຜິດປະເວນີ (ການເລ່ນ ລູກເພິ່ນ ເມັຽເພິ່ນ ຜົວເພິ່ນ) ການເວົ້າຕົ່ວ ການເວົ້າຄຳຫຍາບ ການເວົ້າຊໍ່ສຽດ ການເວົ້າໂລ່ເລ່ ການເສພຫຼືດຶ່ມສຸຣາ(ເຫຼົ້າ) ຢາເມົາແລະສິ່ງເສພຕິດທັງປວງ ເພາະເມື່ອເຮັດບາປໄປແລ້ວກໍຄືກັບ ເອົາໄຟມາເຜົາໂຕເອງແລະຜູ້ອື່ນ ສ້າງຄວາມທຸກຂ໌ທໍຣະມານໃຫ້ກັບຕົນແລະຜູ້ອື່ນ ເປັນສິ່ງທີຫນ້າ ອັບອາຍ ຕາຂີ້ດຽດຢ່າງຍິ່ງ ເຊັ່ນດຽວກັບຄວາມຢ້ານ ສິ່ງທີເປັນຕາຢ້ານແຕ່ບໍ່ຢ້ານ ສິ່ງທີບໍ່ເປັນຕາ ຢ້ານແຕ່ໄປຢ້ານ ເຊັ່ນຢ້ານຄວາມແກ່ ຢ້ານຄວາມເຈັບ ຢ້ານຄວາມຕາຍ ຊຶ່ງເປັນສິ່ງທີບໍ່ເປັນ ຕາຢ້ານເລຍ ເພາະຄວາມເປັນສິ່ງທີຈະຕ້ອງເກີດກັບທຸກໆຄົນ ເປັນທັມມະດາ ເປັນປົກກະຕິຂອງ ທາຕຸ(ທາດ)ຂັນທ໌ ຂອງຮ່າງກາຍ ເມື່ອເກີດມາແລ້ວກໍຕ້ອງແກ່ ຕ້ອງເຈັບ ຕ້ອງຕາຍ ຜູ້ທີຢ້ານຄື ຜູ້ທີມີຄວາມສຳຄັນມັ່ນຫມາຍ ໄປຍືດ ໄປຕິດ ວ່າຮ່າງກາຍນີ້ເປັນເຮົາ ເປັນຂອງໆເຮົາ ເມື່ອເປັນ ເຊັ່ນນັ້ນ ກໍຄຶດວ່າເຮົາແກ່ ເຮົາເຈັບ ເຮົາຕາຍ ແທນທີຈະຄຶດວ່າຮ່າງກາຍແກ່ ຮ່າງກາຍເຈັບ ຮ່າງກາຍຕາຍ ກໍກັບໄປຫລົງຄຶດວ່າຮ່າງກາຍນີ້ແຫລະຄືເຮົາ ເມື່ອຈິຕຕິດຢູ່ກັບຮ່າງກາຍ ກໍເລຍຄຶດ ວ່າຈິຕເປັນກາຍ ກາຍເປັນຫຍັງຈິຕກໍເປັນໄປນຳ ກໍເລຍເກີດຄວາມຢ້ານຂຶ້ນມາ ນີ່ຄືຄວາມຫລົງ ຖ້າໄດ້ສຶກສາໄດ້ປະຕິບັດທຣຣມ(ທັມ)ແລ້ວຈະສາມາດແຍກແຍະກາຍອອກຈາກຈິຕໄດ້ ຈະເຫັນໄດ້ ຢ່າງແທ້ຈິງວ່າກາຍກໍເປັນຢ່າງຫນຶ່ງ ຈິຕກໍເປັນຢ່າງຫນຶ່ງ ກາຍນີ້ເປັນທາຕຸ(ທາດ) ດິນ ນ້ຳ ລົມ ໄຟ ມາຈາກອາຫາຣ(ອ່ານວ່າ ອາຫານ)ທີຮັບປະທານເຂ້າໄປ ແລ້ວກາຍເປັນອາການ ໓໒ ມີ ຜົມ ຂົນ ເລັບ ແຂ້ວ ຫນັງ ເນື້ອ ເອັນ ກຣະດູກ ເປັນຕົ້ນ ນີ່ຄືເຣື່ອງຂອງຮ່າງກາຍ ເປັນທາຕຸ(ທາດ)ຂັນທ໌ລ້ວນໆ ມາຈາກ ດິນ ນ້ຳ ລົມ ໄຟ ແຕ່ເປັນເພາະຂາດ ປັນຍາເລຍເຮັດໃຫ້ຈິຕຖືກອະວິຊາຄອບງຳ ໄປຍືດ ໄປຕິດ ໄປຫລົງວ່າຮ່າງກາຍນີ້ເປັນຈິຕ ຈິຕເປັນຮ່າງກາຍ ເມື່ອຮ່າງກາຍເປັນຫຍັງໄປ ກໍເກີດຢ້ານຂຶ້ນມາ ຢ້ານຄວາມແກ່ ຢ້ານຄວາມເຈັບ ຢ້ານຄວາມຕາຍ ສຳຫຮັບຜູ້ທີໄດ້ສຶກສາໄດ້ປະຕິບັດທຣຣມ(ທັມ)ຢ່າງຖ່ອງແທ້ເອົາຈິງເອົາຈັງແລ້ວ ຢ່າງພຣະພຸທທະເຈົ້າ ພຣະອະຣະຫັນຕະສາວົກທັ້ງຫລາຍ ຈະບໍ່ຢ້ານ ຄວາມແກ່ ເຈັບ ຕາຍ ເລຍແມ້ແຕ່ນອ້ຍ ທ່ານຕາຍໄດ້ໃນທຸກອິຣິຍະບົຖ ຍ່າງ ຢືນ ນັ່ງ ນອນ ດ້ວຍຄວາມເປັນປົກກະຕິສຸຂ ບໍ່ມີຄວາມຫວັ່ນໄຫວ ເພາະທ່ານມີປັນຍາ ມີດວງຕາເຫັນທຣຣມ(ທັມ)ແລ້ວ ທ່ານປ່ອຍວາງ ບໍ່ໄປຍືດບໍ່ໄປຕິດໃນທາຕຸ(ທາດ)ຂັນທ໌ ຖ້າຍັງດີຢູ່ກໍເອົາໄວ້ໃຊ້ໃຫ້ເປັນປະໂຢຊນ໌(ປະໂຍດ) ຄືເສື້ອ ຜ້າທີຍັງດີຢູ່ກໍໃສ່ໄປ ຖ້າຂາດກໍຖິ້ມໄປສັນໃດ ຮ່າງກາຍກໍສັນນັ້ນເມື່ອເຖີ່ງເວລາແຕກດັບກໍຖິ້ມໄປ

 

ສິ່

ງທີເປັນຕາຢ້ານຄືຫຍັງ ? ກໍຄືບາປກຣຣມ(ກັມ) ການເຮັດຄວາມຊັ່ວທັ້ງຫລາຍ ເພາະຈະນຳ ມາຊຶ່ງຄວາມທຸກຂ໌ຄວາມຫາຢະນະ ເຣິ່ມຕັ້ງແຕ່ໃນປັຈຈຸບັນ ເມື່ອເຮັດຄວາມຊັ່ວແລ້ວຈິຕ ຈະມີຄວາມຮ້ອນ ມີຄວາມກັງວົລ ມີຄວາມຫວາດວິຕົກ ເກີດຄວາມຢ້ານຂຶ້ນມາ ຢ້ານຈະຖືກ ຈັບໄດ້ວ່າເຮັດສິ່ງທີບໍ່ດີບໍ່ງາມ ເມື່ອຕາຍໄປກໍຕ້ອງໄປໃຊ້ກຣຣມ(ກັມ)ໃນອະບາຍຕໍ່ໄປ ໄປເກີດເປັນ ເດຣັຈສານ(ສັດ)ແນ່ ເປັນເປຣຕ(ເປດ)ແນ່ ເປັນອະສຸຣະກາຍແນ່ ເປັນສັຕວ໌(ສັດ)ນະຣົກແນ່ ເພາະຂາດຫິຣິ ຄວາມອາຍ ແລະໂອຕະຕັປປະ ຄວາມຢ້ານບາປ ຂາດສຣັທທາ(ສັທທາ ຫຼື ອາດຈະຂຽນວ່າ ສັດທາ) ບໍ່ເຊື່ອໃນເຣື່ອງບາປກຣຣມ(ກັມ) ກໍເລຍເກີດຄວາມປະມາທ(ອ່ານວ່າ ປະມາດ)ຂຶ້ນມາ ຄຶດວ່າພຣະພຸທທະເຈົ້າ ພຣະທຣຣມ(ທັມ) ພຣະສງຄ໌ ເປັນເຣື່ອງແຕ່ງຂຶ້ນມາ ເພື່ອຫຼໍ້ຫລອກໃຫ້ເຮັດຄວາມດີໂດຽບໍ່ມີຜົລດີຫຍັງຕາມມາ ຖ້າຄຶດເຊັ່ນນີ້ ຈະເປັນຄົນທີສ້າງຄວາມ ທຸກຂ໌ຢ່າງແສນສາຫັສໃຫ້ກັບຕົນເອງ ເພາະຈະບໍ່ມີຫິຣິ ໂອຕະຕັປປະ ແລ້ວຈະເຮັດບາປໄປບໍ່ມີທີ ສິ້ນສຸດ ຖ້າມີສຣັທທາ(ສັທທາ ຫຼື ອາດຈະຂຽນວ່າ ສັດທາ)ຄວາມເຊື່ອ ກໍຈະມີຫິຣິໂອຕະຕັປປະ ຄວາມອາຍແລະຄວາມຢ້ານບາປ ຈະສະສົມບູນແບບບໍ່ຢ້ານຈົນ ບໍ່ຢ້ານວ່າຈະເສັຽເງິນ ເສັຽທອງ ເສັຽເວລາ ເພາະບູນກຸສົລທີໄດ້ນັ້ນ ມີຄຸນຂ້າຫຼາຍຍິ່ງກວ່າເງິນທອງ ຍິ່ງກວ່າເວລາທີເສັຽໄປ ເພາະໄດ້ອະຣິຍະຊັພນັ່ນເອງ

 

. ພາຫຸສັຈຈະ ຄວາມເປັນຜູ້ໄດ້ຮຽນຮູ້ຫຼາຍ ການໄດ້ຍີນໄດ້ຟັງທຣຣມ(ທັມ)ຢ່າງສມ່ຳສະເມີຈະເຮັດໃ ຫ້ເປັນຜູ້ມັກຮຽນ ເປັນຜູ້ຮູ້ຫຼາຍ ເປັນຜູ້ສຶກສາຫຼາຍ ການທີໄດ້ສຶກສາຫຼາຍຕ້ອງອາສັຍການໄດ້ຍີນ ໄດ້ຟັງຈາກຜູ້ທີມີຄວາມຮູ້ ໂດຽສະເພາະຮູ້ທາງທຣຣມ(ທັມ) ເພາະທຣຣມ(ທັມ)ເປັນແສງສວ່າງ ນຳຊີວິຕ ໃຫ້ຮູ້ຈັກ ບາປ ບູນ ຄຸນ ໂທສ ກຣຣມ(ກັມ) ແລະ ວິບາກ ຖ້າໄດ້ຍີນໄດ້ຟັງຢູ່ເລື້ອຍໆ ຕໍ່ໄປຈະເປັນຜູ້ທີມີຄວາມຮູ້ຫຼາຍ ເປັນພະຫູສູຕ ເປັນພາຫຸສັຈຈະ ຄືເປັນຜູ້ໄດ້ຮຽນຮູ້ຫຼາຍ ເປັນອະຣິຍະຊັພ

 

. ຈາຄະ ການເສັຽສລະ ເສັຽສລະປະໂຢຊນ໌(ປະໂຍດ)ສຸຂສ່ວນຕົນໃຫ້ແກ່ຜູ້ອື່ນ ເປັນການລົດ ລະຄວາມເຫັນແກ່ໂຕ ຄວາມຫລົງໃນໂຕຕົນ ໂດຽເຫັນວ່າສົມບັຕິເງິນທອງທີມີຢູ່ເປັນສົມບັຕິ ປ່ຽນກັນໃຊ້ ບໍ່ຊ້າກໍໄວກໍຕ້ອງພັດພາກຈາກກັນ ບໍ່ແມ່ນຂອງໆຕົນ ຊັພສົມບັຕິທີແທ້ຈິງຕ້ອງເປັນ ອະຣິຍະຊັພ ທີເກີດຈາກຈາຄະ ການເສັຽສລະ ແຈກຈ່າຍ ແບ່ງປັນ ຊ່ອຍເຫລືອຜູ້ອື່ນ ຖ້າມີຊັພທີ ເຫລືອໃຊ້ແລ້ວບໍ່ເອົາໄປໃຊ້ໃຫ້ເກີດປະໂຢຊນ໌(ປະໂຍດ) ດ້ວຍການບໍຣິຈາຄແບ່ງປັນໃຫ້ກັບຜູ້ອື່ນ ກໍຈະບໍ່ມີອະຣິຍະຊັພ ຄືກັບການບໍ່ໄດ້ແລກເງິນຕາຕ່າງປະເທດໄວ້ໃຊ້ເວລາເດີນທາງໄປຕ່າງປະເທດ ຈະມີແຕ່ເງິນທີບໍ່ສາມາດເອົາຕິດໂຕໄປໃຊ້ໄດ້ ໄປເກີດພົພຫນ້າຊາຕິຫນ້າ ກໍຈະມີແຕ່ຄວາມອົດຢາກ ຂາດແຄນ ໃນປັຈຈຸບັນກໍຈະຖືກອຳນາຈຂອງຄວາມໂລພ(ອ່ານວ່າໂລບ ມາຈາກບາລີວ່າ ໂລພະ)  ຄວາມໂກຣທ(ຄວນອ່ານວ່າໂກທະ ຫຼືໂກດ) ຄວາມຫລົງຄຸກຄາມ ສ້າງຄວາມຮ້ອນຮົນໃຫ້ແກ່ຈິຕໃຈ ຫາຄວາມຮົ່ມເຢັນເປັນສຸຂບໍ່ໄດ້

 

. ປັນຍາ ຄວາມຮູ້ຄວາມສະຫຼາດ ຄືຮູ້ຄວາມຈິງ ຮູ້ຫຍັງຄືເຫຕຸ(ອ່ານວ່າ ເຫດ) ຮູ້ຫຍັງຄືຜົລ ຮູ້ຫຍັງ ຄືບາປ ຮູ້ຫຍັງຄືບູນ ຮູ້ຫຍັງຄືຄຸນ ຮູ້ຫຍັງຄືໂທສ ຮູ້ອະນິຈຈັງ ທຸກຂັງ ອະນັຕຕາ ຖ້າຮູ້ແລ້ວຍ່ອມເຮັດ ແຕ່ສິ່ງທີດີທີງາມ ລະເວ້ນຈາກການປະພຶດທີບໍ່ດີບໍ່ງາມ ນຳຄວາມສຸຂມາສູ່ຕົນ ບາປກຣຣມ(ກັມ)ບໍ່ ເຮັດ ເຮັດແຕ່ບູນຢ່າງດຽວ ຄືກັບຄົນທີໄປທະນາຄານ ບໍ່ກູ້ຫນີ້ຢືມສິນ ມີແຕ່ຝາກຢ່າງດຽວ ຫນີ້ສິນມີ ເທົ່າໃດກໍຊົດໃຊ້ເຫມີດ ເມື່ອເຫມີດຫນີ້ສິນແລ້ວກໍສະບາຍໃຈ ຜູ້ທີມີຫນີ້ສິນຫລວງຫລາຍມີແຕ່ຄວາມ ທຸກຂ໌ໃຈ ຖ້າແກ້ປັນຫາບໍ່ໄດ້ກໍຄຶດຫນີຫນີ້ດ້ວຍການຂ້າໂຕຕາຍ ຊຶ່ງເປັນວິທີທີບໍ່ຖືກຕ້ອງ ເພາະບໍ່ໄດ້ ຂ້າທີໂຕຕົ້ນເຫຕຸ (ອ່ານວ່າ ເຫດ)ຂອງການມີຫນີ້ສິນ ຄືໂຕຟຸ້ງເຟ້ອເຫ່ອເຫິມ ໂຕໂລພ(ອ່ານວ່າໂລບ ມາຈາກບາລີວ່າ ໂລພະ)  ໂຕຢາກຕ່າງຫາກ ທີເຮັດໃຫ້ມີຫນີ້ມີສິນ ຕ້ອງຂ້າດ້ວຍການປະຫຢັດ ມັກນອ້ຍ ສັນໂດສ ຖ້າມີການປະຫຢັດ ມັກນອ້ຍ ສັນໂດສແລ້ວ ກໍຈະໃຊ້ຈ່າຍຢູ່ໃນອັຕຕາ ຂອງລາຍໄດ້ ມີເງິນມີທອງເທົ່າໃດກໍຈະມີພໍໃຊ້ ເພາະໄດ້ຄວບຄຸມຕັນຫາ ຄວາມຢາກຄວາມຟຸ້ງເຟິ້ ເຫິ່ຍເຫິມບໍ່ໃຫ້ອອກມາຫນ້າບານ ຖ້າບໍ່ແກ້ບ່ອນນີ້ ບໍ່ວ່າຈະກັບມາເກີດເປັນມະນຸສຍ໌ອີກຈັກພົພ ຈັກຊາຕິ ກໍຈະຕ້ອງມີຫນີ້ສິນຢູ່ຢ່າງນີ້ໄປເລື່ອຍໆ ເມື່ອຫາທາງແກ້ໄຂປັນຫາເຣື່ອງຫນີ້ສິນບໍ່ໄດ້ ກໍຕ້ອງຂ້າໂຕຕາຍໄປເລື່ອຍໆເພາະຕິດເປັນນິສັຍ ຈຶ່ງຕ້ອງແກ້ປັນຫາທີຕົ້ນເຫຕຸ (ອ່ານວ່າ ເຫດ) ຄືການເອົາຊນະຄວາມຟຸ້ງເຟິ້ ເຫິ່ຍເຫິມ ຄວາມຢາກ ຄວາມໂລພ(ອ່ານວ່າໂລບ ມາຈາກບາລີວ່າ ໂລພະ) ທັ້ງຫລາຍດ້ວຍການປະຢັດມັທະຍັສຖ໌ (ອ່ານປະຢັດ ມັດທະຍັດ)ແລະຄວາມມັກນອ້ຍ ສັນໂດສ

 

ພື່

ອຄວາມຮົ່ມເຢັນເປັນສຸຂທັ້ງໃນປັຈຈຸບັນແລະໃນພົພຫນ້າຊາຕິຫນ້າຈຶ່ງຄວນສະສົມ ອະ ຣິຍະຊັພທັ້ງ ປະການນີ້ ຄື . ສຣັທທາ(ສັທທາ ຫຼື ອາດຈະຂຽນວ່າ ສັດທາ) ຄວາມເຊື່ອ . ສີລ ຄວາມປະພຶດດີທາງກາຍທາງວາຈາ . ຫິຣິ ຄວາມອາຍບາປ . ໂອຕະຕັປປະ ຄວາມຢ້ານບາປ . ພາຫຸສັຈຈະ ຄວາມເປັນຜູ້ໄດ້ຮຽນຮູ້ຫຼາຍ . ຈາຄະ . ປັນຍາ

 

ຂໍ້ຄວາມນີ້ມາຈາກພຣະໄຕຣປິດົກ:

 

อริยทรัพย์ ๗ อย่าง

อริยทรัพย์

เล่มที่ ๑๑ ข้อ ๓๒๖
อริยทรัพย์ ๗ อย่าง
๑. สัทธาธนัง [ทรัพย์คือศรัทธา]
๒. สีลธนัง [ทรัพย์คือศีล]
๓. หิริธนัง [ทรัพย์คือหิริ]
๔. โอตตัปปธนัง [ทรัพย์คือโอตตัปปะ]
๕. สุตธนัง [ทรัพย์คือสุตะ]
๖. จาคธนัง [ทรัพย์คือจาคะ]
๗. ปัญญาธนัง [ทรัพย์คือปัญญา]


--------------------------------------------------------------------------------

เล่มที่ ๑๑
[๔๓๓] ธรรม ๗ อย่างที่มีอุปการะมากเป็นไฉน ฯ
ได้แก่อริยทรัพย์ ๗ คือ
ทรัพย์คือศรัทธา ศีล หิริ โอตตัปปะ สุตะ จาคะ ปัญญา
ธรรม ๗ อย่างเหล่านี้มีอุปการะมาก ฯ


--------------------------------------------------------------------------------

ธนสูตรที่ ๒
เล่มที่ ๒๓
[๖] ดูกรภิกษุทั้งหลาย ทรัพย์ ๗ ประการนี้ ๗ ประการเป็นไฉน คือ
ทรัพย์ คือ ศรัทธา ๑ ศีล ๑ หิริ ๑ โอตตัปปะ ๑ สุตะ ๑ จาคะ ๑ ปัญญา ๑

ดูกรภิกษุทั้งหลาย ก็ทรัพย์คือ ศรัทธาเป็นไฉน
ดูกรภิกษุทั้งหลาย อริยสาวกในธรรมวินัยนี้เป็นผู้มีศรัทธา คือ เชื่อพระปัญญาตรัสรู้ของพระตถาคตว่า แม้เพราะเหตุนี้ๆ พระผู้มีพระภาคพระองค์นั้น เป็นพระอรหันต์ตรัสรู้เอง โดยชอบ ฯลฯ เป็นผู้ตื่นแล้ว เป็นผู้จำแนกธรรม นี้เรียกว่า ทรัพย์คือศรัทธา ฯ

ดูกรภิกษุทั้งหลาย ก็ทรัพย์คือ ศีลเป็นไฉน
ดูกรภิกษุทั้งหลาย อริยสาวกในธรรมวินัยนี้เป็นผู้เว้นจากการฆ่าสัตว์ ฯลฯ จากการดื่มน้ำเมาคือสุราและเมรัย อันเป็นที่ตั้งแห่งความประมาท นี้เรียกว่า ทรัพย์คือ ศีล ฯ

ดูกรภิกษุทั้งหลาย ก็ทรัพย์คือหิริเป็นไฉน
ดูกรภิกษุทั้งหลาย อริยสาวกในธรรมวินัยนี้เป็นผู้มีความละอาย คือ ละอายต่อกายทุจริต วจีทุจริต มโนทุจริต ละอายต่อการถูกต้องอกุศลธรรมอันลามก
นี้เรียกว่า ทรัพย์คือหิริ ฯ

ดูกรภิกษุทั้งหลาย ก็ทรัพย์คือ โอตตัปปะเป็นไฉน
ดูกรภิกษุทั้งหลาย อริยสาวกในธรรมวินัยนี้เป็นผู้มีความสะดุ้งกลัว คือ สะดุ้งกลัวต่อกายทุจริต วจีทุจริต มโนทุจริต สะดุ้งกลัวต่อการถูกต้องอกุศลธรรมอันลามก
นี้เรียกว่า ทรัพย์คือ โอตตัปปะ ฯ

ดูกรภิกษุทั้งหลาย ก็ทรัพย์คือ สุตะเป็นไฉน
ดูกรภิกษุทั้งหลาย อริยสาวกในธรรมวินัยนี้เป็นพหูสูต ทรงสุตะ สั่งสมสุตะ เป็นผู้ได้สดับมามาก ทรงไว้คล่องปาก ขึ้นใจ แทงตลอดด้วยดีด้วยทิฐิ ซึ่งธรรมทั้งหลายอันงามในเบื้องต้น งามในท่ามกลาง งามในที่สุด ประกาศพรหมจรรย์พร้อมทั้งอรรถทั้งพยัญชนะ บริสุทธิ์บริบูรณ์สิ้นเชิง
นี้เรียกว่า ทรัพย์คือสุตะ ฯ

ดูกรภิกษุทั้งหลาย ก็ทรัพย์คือ จาคะเป็นไฉน
ดูกรภิกษุทั้งหลาย อริยสาวกในธรรมวินัยนี้ เป็นผู้มีใจอันปราศจากมลทิน คือ ความตระหนี่ อยู่ครองเรือน มีจาคะอันปล่อยแล้ว มีฝ่ามืออันชุ่ม ยินดีในการสละ ควรแก่การขอ ยินดีในทานและการจำแนกทาน
นี้เรียกว่า ทรัพย์คือจาคะ ฯ

ดูกรภิกษุทั้งหลาย ก็ทรัพย์คือ ปัญญาเป็นไฉน
ดูกรภิกษุทั้งหลาย อริยสาวกในธรรมวินัยนี้เป็นผู้มีปัญญา คือ ประกอบด้วยปัญญาที่กำหนดความเกิด และความดับ เป็นอริยะ ชำแรกกิเลสให้ถึงความสิ้นทุกข์โดยชอบ
นี้เรียกว่า ทรัพย์คือปัญญา

ดูกรภิกษุทั้งหลาย ทรัพย์ ๗ ประการนี้แล ฯ
ทรัพย์ คือ ศรัทธา ศีล หิริ โอตตัปปะ สุตะ จาคะ และปัญญาเป็นที่ ๗
ทรัพย์เหล่านี้มีแก่ผู้ใด เป็นหญิงหรือ ชายก็ตาม บัณฑิตเรียกผู้นั้นว่า เป็นผู้ไม่ยากจน ชีวิตของผู้นั้นไม่เปล่าประโยชน์ เพราะฉะนั้น ท่านผู้มีปัญญา เมื่อระลึกถึงคำสอนของพระพุทธเจ้าทั้งหลาย พึงประกอบศรัทธา ศีล ความเลื่อมใส และการเห็นธรรม ฯ
จบสูตรที่ ๖


--------------------------------------------------------------------------------

อุคคสูตร
เล่มที่ ๒๓
[๗] ครั้งนั้นแล มหาอำมาตย์ของพระราชาชื่อว่าอุคคะ ได้เข้าไปเฝ้าพระผู้มีพระภาคถึงที่ประทับ ถวายบังคมพระผู้มีพระภาคแล้ว นั่ง ณ ที่ควรส่วนข้างหนึ่ง ครั้นแล้วได้กราบทูลพระผู้มีพระภาคว่า ข้าแต่พระองค์ผู้เจริญ น่าอัศจรรย์ ข้าแต่พระองค์ผู้เจริญ ไม่เคยมีมา โดยเหตุที่มิคารเศรษฐีผู้เป็นหลานโรหณเศรษฐี เป็นผู้มั่งคั่ง มีทรัพย์มาก มีโภคสมบัติมากถึงเพียงนี้
พระผู้มีพระภาคตรัสถามว่า ดูกรอุคคะ ก็มิคารเศรษฐีหลานโรหณเศรษฐี มั่งคั่ง มีทรัพย์มาก มีโภคสมบัติมากสักเท่าไร ฯ
อุ. ข้าแต่พระองค์ผู้เจริญ มีทองแสนลิ่ม จะกล่าวไปไยถึงเงิน ฯ
พ. ดูกรอุคคะ ทรัพย์นั้นมีอยู่แล เรามิได้กล่าวว่าไม่มี แต่ทรัพย์นั้นแล เป็นของทั่วไปแก่ไฟ น้ำ พระราชา โจร ทายาทผู้ไม่เป็นที่รัก
ดูกรอุคคะ ทรัพย์ ๗ ประการนี้แล ไม่ทั่วไปแก่ไฟ น้ำ พระราชา โจร ทายาทผู้ไม่เป็นที่รัก
๗ ประการเป็นไฉน คือ ทรัพย์คือ ศรัทธา ๑ ศีล ๑ หิริ ๑ โอตตัปปะ ๑ สุตะ ๑ จาคะ ๑ ปัญญา ๑
ดูกรอุคคะ ทรัพย์ ๗ ประการนี้แล ไม่ทั่วไปแก่ ไฟ น้ำ พระราชา โจร ทายาทผู้ไม่เป็นที่รัก ฯ
ทรัพย์ คือ ศรัทธา ศีล หิริ โอตตัปปะ สุตะ จาคะ และปัญญาเป็นที่ ๗ ทรัพย์เหล่านี้มีแก่ผู้ใด เป็นหญิงหรือชายก็ตาม เป็นผู้มีทรัพย์มากในโลก อันอะไรๆ พึงผจญไม่ได้ในเทวดาและมนุษย์ เพราะฉะนั้น ท่านผู้มีปัญญา เมื่อระลึกถึงคำสอนของพระพุทธเจ้าทั้งหลาย พึงประกอบศรัทธา ศีล ความเลื่อมใส และการเห็นธรรม ฯ


จบสูตรที่ ๗

 

 

ຈະເຣີນທັມໄພທູນ ອິນທະວົງສ໌

 

 

ehead.jpg