Welcome to Lao Buddhavong...Laodhamma

Visakha Lao
Home
Morning Chanting
Evening Chanting
Abhidhamma 7 Khampi
Video Abhidhamma
Samatha and Vipassana
To read this page click here!
Contact Me
Doing Time Doing Vipassana
Doing Time Doing Vipassana
Dhamma-Nature Video
Patijasamupabath "The Law of Causation"
Lao!
Soud Mon (Audio)
Sibsong Tamnan

Enter subhead content here

... ຂໍນອບນ້ອມແດ່ ພຣະຜູ້ມີພຣະພາຄພຣະອະຣະຫັນຕະສັມມາສັມພຸທທເຈົ້າພຣະອົງຄ໌ນັ້ນ ຯ  

... ຂໍນອບນ້ອມແດ່ ພຣະຜູ້ມີພຣະພາຄພຣະອະຣະຫັນຕະສັມມາສັມພຸທທເຈົ້າພຣະອົງຄ໌ນັ້ນ ຯ  

... ຂໍນອບນ້ອມແດ່ ພຣະຜູ້ມີພຣະພາຄພຣະອະຣະຫັນຕະສັມມາສັມພຸທທເຈົ້າພຣະອົງຄ໌ນັ້ນ ຯ  

  

ວັນວິສາຂະບູຊາ

            ວັນວິສາຂະບູຊາ ຕົງກັບວັນເພັນຍ໌ຂຶ້ນ ໑໕ ຄ່ຳ ເດືອນ ຫຼືປະມານເດືອນພຶສະພາ ແຕ່ຫາກຕົງກັບປີອະທິກະມາສ ຄື ມີເດືອນ ສອງຫົນ ວັນວິສາຂະບູຊາຈະເລື່ອນໄປເປັນວັນຂຶ້ນ ໑໕ ຄ່ຳ ກາງເດືອນ ຫຼືປະມານເດືອນມິຖຸນາ

            ວິສາຂະບູຊາ ຍໍ້ມາຈາກຄຳວ່າ ວິສາຂະປຼຸນະມີບູຊາແປວ່າ ກາຣະບູຊາພຣະໃນວັນເພັນຍ໌ເດືອນວິສາຂະ (ຄືເດືອນ ) ຊຶ່ງມີເຫຕຸກາຣນ໌ສຳຄັນຍ໌ເກີດຂຶ້ນ ປະກາຣ ໃນວັນວິສາຂະບູຊາ ດັ່ງນີ້

ປະສູຕິ

            . ເປັນວັນປະສູຕິຂອງເຈົ້າຊາຍສິທທັຕຖະ ນະ ລຸມພິນີສະຖານ ເມື່ອວັນເພັນຍ໌ເດືອນ ຕົງກັບວັນສຸກຣ໌ຂຶ້ນ ໑໕ ຄ່ຳ ປີຈໍ ກ່ອນພຸທທະສັກຣາຊ ໘໐ ປີ   ເມື່ອພຣະນາງສິຮິມະຫາມາຍາ ພຣະມະເຫສີຂອງພຣະເຈົ້າສຸທໂທທະນະ ແຫ່ງກຸງກະບິລພັສດຸ໌ ທຣົງພຣະຄັຣພ໌ແກ່ຈວນຈະປະສູຕິ ພຣະນາງໄດ້ຮັບພຣະບໍຣົມຣາຊານຸຍາຕ ຈາກພຣະສະວາມີ ໃຫ້ແປພຣະຣາຊຖານໄປປະທັບ ນະ ກຸງເທວະທະຫະ ຊຶ່ງເປັນພຣະນະຄອຣເດີມຂອງພຣະນາງ ເພື່ອປະສູຕິໃນຕະກູລຂອງພຣະນາງຕາມປະເພນີນິຍົມໃນສະມັຍນັ້ນ ຂະນະສະເດັຈແວະພັກຜ່ອນພຣະອິຣິຍາບົຖໃຕ້ຕົ້ນສາລະ ນະ ສວນລຸມພິນີວັນ ພຣະນາງກໍໄດ້ປະສູຕິພຣະໂອຣົສ ນະ ໃຕ້ຕົ້ນສາລະນັ້ນ ຄັ້ນພຣະກຸມາຣປະສູຕິໄດ້ ວັນ ກໍໄດ້ຮັບກາຣຖະຫວາຍພຣະນາມວ່າ ສິທທັຕຖະຊຶ່ງຕໍ່ມາພຣະອົງຄ໌ໄດ້ອອກບວຊ ຈົນບັຣລຸອະນຸຕຕະຣະສັມມາສັມໂພທິຍານ (ຍານອັນປະເສີຖສູງສຸດ) ສຳເຣັຈເປັນພຣະອຣຫັນຕ໌ສັມມາສັມພຸທທະເຈົ້າ ຈຶ່ງຖືວ່າມື້ນີ້ເປັນວັນປະສູຕິຂອງພຣະພຸທທະເຈົ້າ

ຕຣັສຮູ້

            . ເປັນວັນທີ່ພຣະພຸທທະເຈົ້າຕຣັສຮູ້ ອະນຸຕຕະຣະສັມໂພທິຍານ ນະ ຮົ່ມພຣະສຣີມະຫາໂພທິບັລລັງກ໌ ຮິມຝັ່ງແມ່ນ້ຳເນຣັນຍ໌ຊະຣາ ເມືອງອຸຣຸເວລາເສນານິຄົມ ເມື່ອວັນເພັນຍ໌ເດືອນ ກ່ອນພຸທທະສັກຣາຊ ໔໕ ປີ

            ກາຣຕຣັສອະຣິຍະສັຈສີ່ ຄືຂອງຈິງອັນປະເສີຖ ປະກາຣ ຂອງພຣະພຸທທະເຈົ້າ ເປັນກາຣຕຣັສຮູ້ອັນຍອດຍ່ຽມ ບໍ່ມີຜູ້ສະເມີເຫມືອນ ວັນຕຣັສຂອງພຣະພຸທທະເຈົ້າ ຈຶ່ງຈັດເປັນວັນສຳຄັນຍ໌ ເພາະເປັນວັນທີ່ໃຫ້ເກີດມີພຣະພຸທທະເຈົ້າຂຶ້ນໃນໂລກຊາວພຸທທ໌ທົ່ວໄປ ຈຶ່ງເອິ້ນວັນວິສາຂະບູຊາວ່າ ວັນພຣະພຸທທ໌(ເຈົ້າ) ອັນມີປະວັຕິວ່າ ພຣະມະຫາບຸຣຸສທຣົງບຳເພັນຍ໌ພຽຣຕໍ່ໄປ ທີ່ໃຕ້ຕົ້ນພຣະສຣີມະຫາໂພທິ໌ນັ້ນ ທຣົງເຣິ່ມບຳເພັນຍ໌ສະມາທິໃຫ້ເກີດໃນພຣະທັຍ ເອິ້ນວ່າກາຣເຂົ້າ ຊານເພື່ອໃຫ້ບັຣລຸ ຍານຈົນເວລາຜ່ານໄປຈົນເຖິງ ...

[     ຍາມຕົ້ນ : ທຣົງບັຣລຸ ປຸພເພນິວາສານຸຕິຍານຄືທຣົງຣະລຶກຊາຕິໃນອະດີຕທັ້ງຂອງຕົນເອງແລະຜູ້ອື່ນ

[     ຍາມສອງ : ທຣົງບັຣລຸ ຈຸຕູປປາຕະຍານຄືກາຣຮູ້ແຈ້ງກາຣເກີດແລະດັບຂອງສັພສັຕວ໌ທັ້ງຫຼາຍ

[     ຍາມສາມ : ທຣົງບັຣລຸ ອາສະວັກຂະຍານຄືຮູ້ວິທີກຳຈັດກິເລສດ້ວຍ ອະຣິຍະສັຈສີ່ ( ທຸກຂ໌ ສະມຸທັຍ ນິໂຣທ ມັຄ )

ໄດ້ຕຣັສຮູ້ເປັນພຣະສັມມາສັມພຸທທະເຈົ້າ ໃນຄືນວັນເພັນຍ໌ເດືອນ   ຊຶ່ງຂະນະນັ້ນ ພຣະພຸທທະອົງຄ໌ມີພຣະຊົນມາຍຸໄດ້ ໓໕ ພັຣສາ

 

      ທັມມະທີ່ພຣະພຸທທະອົງຄ໌ທຣົງຕຣັສຮູ້ ອະຣິຍະສັຈ ຫຼື ຄວາມຈິງອັນປະເສີຖ ປະກາຣ ໄດ້ແກ່

            . ທຸກຂ໌ ຄື ຄວາມລຳບາກ ຄວາມບໍ່ສະບາຍກາຍບໍ່ສະບາຍໃຈ

            . ສະມຸທັຍ ຄື ເຫຕຸທີ່ທຳໃຫ້ເກີດທຸກຂ໌

            . ນິໂຣທ ຄື ຄວາມດັບທຸກຂ໌ ແລະ

            . ມັຄ ຄື ຂໍ້ປະຕິບັຕິໃຫ້ເຖິງຄວາມດັບແຫ່ງທຸກຂ໌

            ທັ້ງ ຂໍ້ນີ້ຖືເປັນສັຈທັມມ໌ ເອິ້ນວ່າ ອະຣິຍະສັຈ ເພາະເປັນສິ່ງທີ່ພຣະອະຣິຍະເຈົ້າທຣົງຄົ້ນພົບ ເປັນສັຈທັມມ໌ຊັ້ນສູງ ປະເສີຖກວ່າສັຈທັມມ໌ສາມັນຍ໌ທົ່ວໄປ

ປະຣິນິພພານ

            . ເປັນວັນປະຣິນິພພານຂອງພຣະສັມມາສັມພຸທທະເຈົ້າ ນະ ຮົ່ມໄມ້ຣັງ (ຕົ້ນສາລະ) ຄູ່ ໃນສາລະວະໂນທະຍານ ຂອງມັລລະກະສັຕຣິຍ໌ ໃກ້ເມືອງກຸສິນາຣາ ເມື່ອວັນເພັນຍ໌ເດືອນ ກ່ອນພຸທທະສັກຣາຊ ປີ  ວັນທີ່ພຣະພຸທທະເຈົ້າສະເດັຈເຂົ້າສູ່ ປະຣິນິພພານ (ດັບສັງຂາຣບໍ່ກັບມາເກີດສ້າງຊາຕິ ສ້າງພົພອີກຕໍ່ໄປ) ກາຣປະຣິນິພພານຂອງພຣະພຸທທະເຈົ້າ ກໍຖືເປັນວັນສຳຄັນຍ໌ ຂອງຊາວພຸທທ໌ທົ່ວໂລກ ເພາະຊາວພຸທທ໌ທົ່ວໂລກໄດ້ສູນຍ໌ເສັຽດວງປະທີປຂອງໂລກ ເປັນກາຣສູນຍ໌ເສັຽຄັ້ງຍິ່ງໃຫຍ່ ແລະຄັ້ງສຳຄັນຍ໌ ຊາວພຸທທ໌ທົ່ວໄປມີຄວາມເສົ້າສະຫຼົດເສັຽໃຈແລະອາລັຍສຸດຈະພັຣນາ ອັນມີປະວັຕິວ່າເມື່ອພຣະພຸທທະອົງຄ໌ໄດ້ຕຣັສຮູ້ ແລະສະແດງທັມມ໌ມາເປັນເວລານານເຖິງ ໔໕ ປີ ຊຶ່ງມີພຣະຊົນມາຍຸໄດ້ ໘໐ ພັຣສາ ໄດ້ປະທັບຈຳພັຣສາ ນະ ເວລຸຄາມ ໃກ້ເມືອງເວສາລີ ແຄວ້ນວັຊຊີ ໃນຣະຫວ່າງນັ້ນທຣົງປະຊວຣຢ່າງຫນັກ ຄັ້ນເມື່ອເຖິງວັນເພັນຍ໌ເດືອນ ພຣະພຸທທະອົງຄ໌ກັບພຣະພິກສຸສົງຄ໌ທັ້ງຫຼາຍ ກໍໄປຮັບພັຕຕາຫາຣບິນທະບາຕທີ່ບ້ານນາຍຈຸນທະ ຕາມຄຳກາບທູລນິມົນຕ໌ ພຣະອົງຄ໌ສະເຫວີຍສຸກອຣມັທທະວະ ທີ່ນາຍຈຸນທະຕັ້ງໃຈທຳຖະຫວາຍ ກໍເກີດອາພາທລົງ ແຕ່ທຣົງອົດກລັ້ນມຸ່ງສະເດັຈໄປຍັງເມືອງກຸສິນາຣາ ປະທັບ ນະ ປ່າສາລະ ເພື່ອສະເດັຈດັບຂັນທ໌ປະຣິນິພພານ ໃນຣາຕຣີນັ້ນ ໄດ້ມີປະຣິພາຊົກຜູ້ນຶ່ງ ຊື່ສຸພັທທະຂໍເຂົ້າເຝົ້າ ແລະໄດ້ອຸປະສົມບົທເປັນ ພຣະພຸທທະສາວົກອົງຄ໌ສຸດທ້າຍ ເມື່ອເຖິງຍາມສຸດທ້າຍຂອງຄືນນັ້ນ ພຣະພຸທທະອົງຄ໌ກໍທຣົງປະທານປັຈສິມໂອວາທວ່າ ດູກ່ອນພິກສຸທັ້ງຫຼາຍ ອັນວ່າສັງຂາຣທັ້ງຫຼາຍຍ່ອມມີຄວາມເສື່ອມສະຫຼາຍໄປເປັນທັມມະດາ ທ່ານທັ້ງຫຼາຍຈົງຍັງກິຈທັ້ງປວງ ອັນເປັນປະໂຍຊນ໌ຂອງຕົນ ແລະປະໂຍຊນ໌ຂອງຜູ້ອື່ນໃຫ້ບໍຣິບູຣນ໌ດ້ວຍຄວາມບໍ່ປະມາທເຖີດຫລັງຈາກນັ້ນກໍສະເດັຈເຂົ້າ ດັບຂັນທ໌ປະຣິນິພພານ ໃນຣາຕຣີເພັນຍ໌ເດືອນ ໖ ນັ້ນ  

      ວັນວິສາຂະບູຊາ ຈຶ່ງນັບວ່າເປັນວັນທີ່ມີຄວາມສຳຄັນຍ໌ສຳຫຼັບພຸທທະສາສນິກຊົນທຸກຄົນ ເປັນວັນທີ່ມີກາຣທຳພິທີພຸທທະບູຊາ ເພື່ອເປັນກາຣນ້ອມຣຳລຶກເຖິງພຣະຄຸນຂອງພຣະອົງຄ໌ ທີ່ມີຕໍ່ປວງມະນຸສຍ໌ແລະສັພສັຕວ໌ອັນຫາທີ່ສຸດບໍ່ໄດ້

      ກາຣປະກອບພິທີໃນວັນວິສາຂະບູຊາ ຈຸດມຸ່ງໝາຍໃນກາຣປະກອບພິທີໃນວັນວິສາຂະບູຊາ ເພື່ອຣຳລຶກເຖິງພຣະວິສຸທທິຄຸນ ພຣະປັນຍ໌ຍາຄຸນ ແລະພຣະມະຫາກະຣຸນາທິຄຸນ ຂອງພຣະສັມມາສັມພຸທທະເຈົ້າທີ່ມີຕໍ່ມວລມະນຸສຍ໌ແລະສັພສັຕວ໌ ອີກທັ້ງເພື່ອເປັນກາຣຣຳລຶກ ເຖິງເຫຕຸກາຣນ໌ອັນນ່າອັສຈັຣຍ໌ທັ້ງ ໓ ປະກາຣ ທີ່ມາບັງເກີດໃນມື້ດຽວກັນ ແລະນຳຫລັກທັມມ໌ຄຳສັ່ງສອນ ຂອງພຣະພຸທທະອົງຄ໌ ມາເປັນແນວທາງໃນກາຣປະພຣຶຕິປະຕິບັຕິ

ພຸທທະກິຈ ໕ ປະກາຣ  

            ໑. ຕອນເຊົ້າ ສະເດັຈອອກບິນທະບາຕໂປດສັຕວ໌ ຄືສະເດັຈໄປໂປດຈິງ ເພາະທຣົງພິຈາຣະນາເຫັນຕອນຈວນສະຫວ່າງແລ້ວ ວ່າມື້ນີ້ມີໃຜບ້າງທີ່ຄວຣໄປໂປດທຣົງສົນທະນາ ຫຼືສະແດງທັມມ໌ໃຫ້ລະຄວາມເຫັນຜິດ ເປັນຕົ້ນ

      ໒. ຕອນບ່າຍ ທຣົງສະແດງທັມມ໌ເທສະນາແກ່ປະຊາຊົນທີ່ມາເຝົ້າ ນະ ທີ່ປະທັບ ຊຶ່ງປຣາກົຕວ່າບໍ່ວ່າ ພຣະອົງຄ໌ຈະປະທັບຢູ່ທີ່ໃດ ປະຊາຊົນທຸກຫມູ່ທຸກເຫຼົ່າຕະຫຼອດເຖິງ ຜູ້ປົກຄອງນະຄອຣແຄວ້ນຈະຊວນກັນມາເຝົ້າ ເພື່ອສະດັບຮັບຟັງພຣະທັມມ໌ເທສະນາ ທຸກວັນບໍ່ໄດ້ຂາດ

      ໓. ຕອນແລງ ທຣົງສະແດງໂອວາທແກ່ພິກສຸສົງຄ໌ທັ້ງມວລທີ່ຢູ່ປະຈຳ ນະ ສະຖານທີ່ນັ້ນ ບາງມື້ກໍມີພິກສຸຈາກທີ່ອື່ນ ມາສົມທົບດ້ວຍ ເປັນຈຳນວນຫຼາຍ

      ໔. ຕອນທ່ຽງຄືນ ທຣົງແກ້ປັນຍ໌ຫາຫຼືຕອບປັນຍ໌ຫາເທວະດາ ໝາຍເຖິງ ເທພພວກຕ່າງໆ ຫຼືກະສັຕຣິຍ໌ຊຶ່ງເປັນສົມມຸຕິເທພ ຜູ້ສົງສັຍໃນປັນຍ໌ຍາແລະປັນຍ໌ຫາທັມມ໌

      ໕. ຕອນເຊົ້າມືດ ຈົນສະຫວ່າງ ທຣົງພິຈາຣະນາສັຕວ໌ໂລກທີ່ມີອຸປະນິສັຍທີ່ພຣະອົງຄ໌ຈະສະເດັຈໄປໂປດໄດ້ ແລ້ວສະເດັຈໄປໂປດ ໂດຍກາຣໄປບິນທະບາຕດັ່ງກ່າວແລ້ວໃນຂໍ້ ໑

            ໂດຍນັຍດັ່ງກ່າວມານີ້ພຣະພຸທທະອົງຄ໌ທຣົງມີເວລາວ່າຢູ່ພຽງເລັກນ້ອຍຕອນເຊົ້າຫລັງສະເຫວີຍອາຫາຣເຊົ້າແລ້ວ ແຕ່ກໍເປັນເວລາທີ່ຕ້ອງທຣົງຕ້ອນຮັບອາຄັນຕຸກະ ຜູ້ມາເຢືອນຢູ່ເນືອງໆ ສະເຫວີຍນ້ອຍ ບັຣທົມນ້ອຍ ແຕ່ທຣົງບຳເພັນຍ໌ພຸທທະກິຈຫຼາຍ ຕະຫຼອດເວລາ ໔໕ ພັຣສານັ້ນເອງ ປະຊາຊົນຊາວໂລກຣະລຶກເຖິງພຣະຄຸນຂອງພຣະອົງຄ໌ດັ່ງກ່າວມາໂດຍຍໍ້ນີ້ ຈຶ່ງຖືເອົາວັນປະສູຕິ ຕຣັສຮູ້ ແລະປະຣິນິພພານ ຂອງພຣະອົງຄ໌ເປັນວັນສຳຄັນຍ໌ ຈັດພິທີວິສາຂະບູຊາຂຶ້ນໃນທຸກປະເທສທີ່ນັບຖືພຣະພຸທທະສາສນາ

ທັມມ໌ນຽມກາຣປະຕິບັຕິໃນວັນວິສາຂະບູຊາ 

            ເມື່ອວັນວິສາຂະບູຊາວຽນມາເຖິງໃນຮອບປີ ພຸທທະສາສນາຊົນບໍ່ວ່າຈະເປັນບັຣພະຊິຕ (ພຣະສົງຄ໌ ສາມະເນຣ) ຫຼື ຄະຣາວາສ (ຜູ້ຄອງເຮືອນ) ທົ່ວໄປ ຈະຮ່ວມກັນປະກອບພິທີເປັນກາຣພິເສສ ທຳກາຣສັກກາຣະບູຊາເພື່ອນ້ອມຣຳລຶກເຖິງພຣະກະຣຸນາ ພຣະປັນຍ໌ຍາຄຸນ ແລະພຣະວິສຸທທິຄຸນ ຂອງພຣະພຸທທະເຈົ້າຜູ້ເປັນດວງປະທີປໂລກ ເມື່ອວັນວິສາຂະບູຊາ ຊຶ່ງຕົງໃນມື້ດຽວກັນ ໄດ້ວຽນມາບັຣຈົບອີກຄັ້ງນຶ່ງໃນຮອບປີ ຄື ວຽນມາບັຣຈົບໃນວັນເພັນຍ໌ວິສາຂະບູຊາ ກາງເດືອນ ໖ ປະມານເດືອນພຶສະພາ ຫຼືມິຖຸນາ ຊາວພຸທທ໌ທົ່ວໂລກຈຶ່ງປະກອບພິທີສັກກາຣະບູຊາ ກາຣປະກອບພິທີໃນວັນວິສາຂະບູຊາ ແບ່ງອອກເປັນ ໓ ພິທີ ຄື

໑.  ພິທີຫລວງ (ພຣະຣາຊພິທີ ຫຼື ທາງຄະນະຣັຖບາລ)

໒.  ພິທີຣາສດຣ໌ (ພິທີຂອງປະຊາຊົນທົ່ວໄປ ອາຈຈະມີກາຣທຳຄວາມສະອາດຫິ້ງພຣະ ຫຼືຫ້ອງພຣະ ຫາດອກໄມ້ ທູປທຽນ ຂອງຫອມ ເພື່ອທຳຄວາມສັກກະຣະບູຊາ ທຳບູນຍ໌ບ້ານ ສົນທະນາທັມມ໌ ຯລຯ)

໓.  ພິທີຂອງພຣະສົງຄ໌ (ຄືພິທີທີ່ພຣະສົງຄ໌ປະກອບສາສນະກິຈເນື່ອງໃນວັນສຳຄັນຍ໌ມື້ນີ້)

ກາຣປະກອບພິທີແລະບົທສວດມົນຕ໌ໃນວັນວິສາຂະບູຊາ ກໍປະຕິບັຕິເຊັ່ນດຽວກັບກາຣປະກອບພິທີໃນວັນມາຄະບູຊາ

໑.  ທຳບູນຍ໌ໃສ່ບາຕຣ ຢາດນ້ຳອຸທິສສ່ວນກຸສົລ

໒.  ໄປວັດເພື່ອປະຕິບັຕິທັມມ໌ ຟັງພຣະທັມມະເທສະນາ

໓.  ໄປວຽນທຽນ ຮ່ວມກິຈກັມກ່ຽວກັບວັນສຳຄັນຍ໌ທາງພຸທທະສາສນາ

໔.  ຈັດສະແດງປາຖະກະຖາກາຣ ປະວັຕິ ຫຼືເຣື່ອງຣາວຄວາມເປັນມາກ່ຽວກັບວັນວິສາຂະບູຊາ

 

ຂໍສະເໝີ ວິດີໂອນີ້ເພື່ອເປັນພຸທທະບູຊາ ກະຣຸນາກົດທີ່ພາບເພື່ອຊົມວິດີໂອ

   momme.jpg 

………ດ້ວຍຄວາມປຣາຣະນາດີ ຂໍໃຫ້ຈະເຣີນໃນທັມມ໌ໄພທູຣຍ໌ ອິນທະວົງສ໌

 

 

………………ຂໍເຖິ່ງພຣະຣັຕະນະຕຣັຍເປັນທີ່ເພິ່ງອັນອຸດົມຕະຫຼອດໄປ ! ! ! ! ! !………………

 

ehead.jpg

Enter supporting content here