ພຣະມາລັຍເຖຣະທ່ຽວແດນນະຣົກ
ເຊີນຟັງ ພຣະມາລັຍເຖຣະທ່ອງທ່ຽວນະຣົກ
ບຣັຍ໌ຍາຍໂດຍ: ທ່ານສົນທິນ
ທະວີໂຊຄຊັພຍ໌ສິນ
1. ພຣະມາລັຍເຖຣະທ່ອງທ່ຽວນະຣົກ
ຕອນທີ່ ໑
2. ພຣະມາລັຍເຖຣະທ່ອງທ່ຽວນະຣົກ
ຕອນທີ່ ໒
3. ພຣະມາລັຍເຖຣະທ່ອງທ່ຽວນະຣົກ
ຕອນທີ່ ໓
4. ພຣະມາລັຍເຖຣະທ່ອງທ່ຽວນະຣົກ
ຕອນທີ່ ໔
ເຊີນເບິ່ງຮູປພາພໂດຍກາຣກົດລິງຄ໌
ຮູປທີ່ 1, ຮູປທີ່ 2, ຮູປທີ່
3….ຯລຯ
ຮູປທີ່
1 ເທວະເຖຣະໂປດຍົມໂລກ
ຄືບ່ອນທີ່ພຣະຍາຍົມແລະນາຍນິຣິຍະບາລໄຕ່ສວນຜູ້ຕາຍ ເປີດບັນຊີເບິ່ງ
ຖ້າເຮັດບຸນຍ໌ສົ່ງໄປສະຫວັນຄ໌
ເຮັດບາປສົ່ງນະຣົກ
ຮູປທີ່
2 ໂປດນະຣົກປານາຕິບາຕ
ຄືຜູ້ຂາດເມຕຕາ ເຮັດປານາຕິບາຕ ຂ້າສັຕວ໌ຜູ້ມີຄຸນໂດຍຕົງ ຫຼືໂດຍອ້ອມເປັນຕົ້ນ
ໃຫ້ຮັບຜົລກັມ
ຮູປທີ່
3 ໂປດນະຣົກອທິນນາທານ
ຄືຜູ້ໂລພເຮັດຜິດຂໍ້ອະທິນນາທານ ເຊັ່ນລັກຂອງ ຂອງພຣະສົງຄ໌
ຫຼືສໍ້ໂກງແລະທຳລາຍຊັບສິນຜູ້ມີຄຸນເປັນຕົ້ນ
ຮູປທີ່
4 ໂປດນະຣົກກາເມ ຄືບຸພພກັມສັຕວ໌ທີ່ຜິດຂໍ້ກາເມສຸມິຈສາຈາຣໄວ້
ຍ່ອມຮັບຜົລອະກຸສົລ ກັມນັ້ນຕາມໂທສ
ຮູປທີ່
5 ໂປດນະຣົກມຸສາວາທ
ຄືເຫລົ່າສັຕວ໌ນະຣົກທີ່ມັກເວົ້າເທັຈ ຫລອກລວງ ແລະດ່າວ່າບິດາ ມາຣດາ ຄຣູບາອາຈາຣຍ໌
ພຣະສົງຄ໌ເປັນຕົ້ນ
ຮູປທີ່
6 ໂປດນະຣົກສຸຣາ ຄືພວກສັຕວ໌ນະຣົກທີ່ດື່ມສຸຣາເປັນອາຈິນ
ດື່ມແລ້ວດ່າວ່າ ບິດາມາຣດາ
ຄຣູບາອາຈາຣຍ໌ ພຣະສົງຄ໌ອົງຄະເຈ້າ
ເຮັດຮ້າຍຂ້າຟັນເປັນຕົ້ນ
ຮູປທີ່
7 ສັຕວ໌ນະຣົກສັ່ງພຣະມາລັຍ ເພື່ອຈົດຈຳຄວາມທຸກຂ໌ທໍຣະມານຂອງຕົນນຳໄປບອກແກ່ ຍາຕິໃຫ້ເຮັດບຸນຍ໌ແລ້ວຫຢາດນ້ຳ ອຸທິສກຸສົລສົ່ງໄປໃຫ້ດ້ວຍ
ຮູປທີ່
8 ກະທາຊາຍຖະວາຍດອກບັວ
8 ດອກງາມໂສພາ ປຣາຣະຖະນາພົ້ນຄວາມເຂັ້ນໃຈ
ພຣະມາລັຍເທວະເຖຣະຈຶງນຳໄປບູຊາພຣະຈຸລາມນີເຖິ່ງສະຫວັນຄ໌
ຮູປທີ່
9 ພຣະມາລັຍເທວະເຖຣະໂປດສະຫວັນຄ໌
ຈົດເຖິ່ງວິມານເທພະບຸຕຣ ເທພະທິດາ ເມື່ອເປັນມະນຸສຍ໌ຣັກສາສີລ
ສ້າງພຣະໄຕຣປິດົກ ໂບສຖ໌ ວິຫາຣເປັນຕົ້ນ
ຮູປທີ່
10 ພຣະມາລັຍບູຊາພຣະເກຕຸແກ້ວຈຸລາມນີ ສົນທະນາກັບພຣະອິນທຣ໌
ແລະພຣະສຣີອາຣຍ໌ ເຖິ່ງກຸສົລຂອງເທພະຍະດາ
ຕະຫຼອດເຖິ່ງສາສນາພຣະສຣີອາຣຍ໌
ຮູປທີ່
11 ຍຸຄມິຄສັນຍີ
ກ່ອນສາສນາພຣະສຣີອາຣຍ໌ ມະນຸສຍ໌ຈະບໍ່ສີລທັມມ໌ມຸ່ງປະຫັສ ປະຫາຣກັນໄມບໍ່ເລືອກຫນ້າ
ຈະຣອດຕາຍແຕ່ຜູ້ຈຳສີລພາວະນາ
ຮູປທີ່
12 ເກີດຕົ້ນກັລປພຣຶກສ໌
ໃນສາສນາພຣະສຣີອາຣຍ໌ ຜູ້ໃສ່ບາຕຣ
ຖະວາຍໄຕຣຈີວອຣ ສ້າງພຣະພຸທທະຣູປ
ທອດກະຖິນເປັນຕົ້ນ ຈະໄປເກີດຄຶດແນວໄດກໍຕ່ອຍເອົາໄດ້
ຮູປທີ່
13 ຄົນເກີດໃນສາສນາພຣະສຣີອາຣຍ໌
ຄົນກະຕັນຍູໃຫ້ທານ ຣັກສາສີລ ບວຊພຣະເນຣ
ສ້າງສາລາກຸດີເປັນຕົ້ນ
ຈະໄດ້ໄປເກີດເປັນສຸຂຍິ່ງ
ຮູປທີ່
14 ພຣະມາລັຍແຈ້ງຂ່າວນະຣົກສະຫວັນຄ໌ ທີ່ທ່ານພົບເຫັນແລະໄດ້ມາສັ່ງສອນ ແກ່ບັນດາຍາຕິ
(ພີ່ນ້ອງ) ໃຫ້ລະບາປ ຕັ້ງໃຈເຮັດບຸນຍ໌ແຜ່ກຸສົລສົ່ງໄປໃຫ້