... ຂໍນອບນ້ອມແດ່
ພຣະຜູ້ມີພຣະພາຄພຣະອະຣະຫັນຕະສັມມາສັມພຸທທະເຈົ້າພຣະອົງຄ໌ນັ້ນ
ຯ
ພິທີບາສີ (ສີ)
ສູ່ຂວັນ
ທີສູ່ຂວັນ ບາງເທື່ອເອິ້ນວ່າ (ພິທີບາສີ) ຫຼື (ບາສີສູ່ຂວັນ) ເປັນປະເພນີສຳຄັນຍ໌ຢ່າງນຶ່ງຂອງຊາວ
ລາວ ປະເພນີສູ່ຂວັນເຮັດກັນແທບທຸກໂອກາສ ທັ້ງໃນມູລເຫຕຸແຫ່ງຄວາມດີ
ແລະບໍ່ດີ ຊາວ ລາວຖືວ່າເປັນປະເພນີເອິ້ນຂວັນໃຫ້ມາຢູ່ກັບຕັວ ພິທີສູ່ຂວັນນີ້ເປັນໄດ້ທັ້ງກາຣສະແດງ ຄວາມຊື່ນຊົມຍິນດີ ແລະເປັນກາຣປອບໃຈໃຫ້ເຈົ້າຂອງຂວັນຈາກຍາຕິພີ່ນ້ອງແລະບຸຄຄົນທັ່ວໄປ
ຫລືຈະຈັດບາສີສຳຫຼັບອວຍຊັຍໃຫ້ພອຣກາຣຍິນຕີຕ້ອນຮັບ ຫລືກາຣຈາກລາ ທັງນີ້ແມ່ນເປັນກາຣອວຍ
ພອຣທີ່ກໍ່ໃຫ້ເກີດແຕ່ຄວາມສຸຂຄວາມຈະເຣີນຍ໌ໃນຊີວິດ ເວລາມີກາຣໄປກາຣມາ
ກາຣບາສີສຳຫຼັບເດັກ
ນ້ອຍທີ່ເກີດໃຫມ່ ແລະມີຜູ້ໃຫ້ກຳເນີດເດັກ, ຄົນເຈັບທີ່ຟືນຈາກກາຣເຈັບປວ່ຍ ຜູ້ຄົນທີ່ເດີນທາງໄປຕ່າງຖິ່ນ, ຜູ້ຄົນທີ່ມາຢ້ຽມຢາມ ຫລືພໍ່ແມ່ພີ່ນ້ອງທີ່ຈາກໄປ ແລະຫວນຕ່າວກັບຄືນສູ່ເຮືອນສູ້ຊານບ້ານຊ່ອງ
ຂອງຕົນ.ນອກນັ້ນກໍ່ຍັງມີບາສີສຳຫຼັບວາລະໂອກາສຕ່າງໆເປັນຕົ້ນແມ່ນ ງານບຸນປີໃຫ່ມ, ງານແຕ່ງງານ, ງານບວຊນາດກ່ອນອຸປະຊາສົມບົທເຂົ້າສືບທອດພຣະພຸທທະສາສນາ ງານຕ້ອນຮັບຫມູ່ເພື່ອນ
ທີ່ໄດ້ກັບຄືນມາພົບກັນໃຫມ່ອີກເທື່ອນຶ່ງ ອີກປະການນຶ່ງຊາວລາວເຊື່ອວ່າກາຣເຮັດບາສີ ແມ່ນໂອກາສອັນດີ
ສຳຫຼັບຄົນຫນຸ່ມກ່ອນຈະແຕ່ງງານ
ເພາະເປັນກາຣເຕົ້າໂຮມເພື່ອບອກສອນລູກເຕົ້າຂອງບັນດາ
ພໍ່ແມ່ ຍາຕິພີ່ນ້ອງທັງຫລາຍ
ຜູ້ໄດ້ດີມີໂຊຄຫຼືຜູ້ຫລັກຜູ້ໃຫຍ່ທີ່ເຮົາເຄົາຣົບນັບຖືມາຢ້ຽມເຮົາກໍຍິນດີຈັດພິທີສູ່ຂວັນໃຫ້ ປະເພນີສູ່ຂວັນຈຶງ
ເປັນປະເພນີເຮັດກັນຢ່າງກວ້າງຂວາງ ຄຳວ່າ(ຂວັນ)ນັ້ນເຊື່ອວ່າເປັນສິ່ງບໍ່ມີຕັວຕົນ
ຄືກັບຈິຕ ຫຼືວິນຍານ ແຝງຢູ່ໃນຕັວຄົນແລະສັຕວ໌ ຕັ້ງແຕ່ເກີດມາທຸກຄົນມີຂວັນກັນທັ້ງນັ້ນແລະໃນບາງບ່ອນເຮົາມັກແປວ່າ (ກຳລັງໃຈ) ກໍມີ
ຄຳວ່າ (ຂວັນ) ຍັງມີຄວາມຫມາຍອີກວ່າເປັນທີ່ຮັກທີ່ບູຊາ ເຊັ່ນເອິ້ນເມັຽທີ່ຮັກວ່າ (ເມັຽຂວັນ) ຫຼື (ຈອມຂວັນ) ເອິ້ນລູກຮັກຫຼືລູກແກ້ວວ່າ (ລູກຂວັນ) ສິ່ງຂອງທີ່ຜູ້ເຄົາຣົບຮັກໃຄຣ່ນັບຖືກັນນຳມາຝາກ ນຳມາໃຫ້ເພື່ອເປັນກາຣຖະນຸຖະນອມນ້ຳໃຈກັນເຮົາກໍເອິ້ນວ່າ (ຂອງຂວັນ) ອີກຄວາມຫມາຍນຶ່ງ ຫມາຍເຖິ່ງ ຂົນ ຫຼືຜົມ
ທີ່ຂຶ້ນວຽນເປັນກົ້ນຫອຍ ພິທີສູ່ຂວັນເປັນພິທີເກົ່າແກ່ຂອງຊາວລາວເຮົາແທບທຸກແຂວງ ກາຣເຮັດພິທີກໍຜິດພ້ຽນກັນໄປແດ່ ແຕ່ກໍຍັງຢຶດຫລັກໃຫຍ່ຢູ່ເຫມືອນກັນ ພິທີສຸຂວັນໃນບົດຄວາມນີ້
ຈະກລ່າວເຖິ່ງພິທີຂອງຊາວອີສານແລະຊາວລາວ ເປັນສ່ວນໃຫຍ່ ກາຣທຳພິທີສູ່ຂວັນເຮົາອາຈເຮັດໄດ້ເຖິ່ງ ໒ ວິທີພ້ອມ ໆ ກັນ ຄືວິທີທາງພຸທທະສາສນາແລະວິທີທາງພຣາຫມນ໌ສາສນາ ວິທີທາງພຸທທະສາສນາ ໂດຍກາຣນິມົນຕ໌ພຣະສົງຄ໌ຢ່າງນ້ອຍ ໕ ອົງຄ໌ ມາສູດພຣະພຸທທະມົນຕ໌ ຕັ້ງບາຕນ້ຳມົນຕ໌ ເສັຈແລ້ວປະພົມ ນ້ຳມົນຕ໌ ພຣະສົງຄ໌ສວດຊັຍມົງຄົລຄາຖາຖ້າມີສຣັທທາພໍຈະຖະວາຍພັຕຕາຫາຣເຊົ້າ ຫຼືເພລພຣະສົງຄ໌ນຳ ກໍໄດ້ ສ່ວນພິທີທາງພຣາຫມນ໌ ກໍຄືກາຣສູ່ຂວັນຊຶ່ງຈະໄດ້ອະທິບາຍໃຫ້ລະອຽດຕໍ່ໄປ ກາຣທຳພິທີສູ່ຂວັນ
ຕ້ອງຕຽມເຄື່ອງ ຕ່າງໆ ຫລາຍຢ່າງດັງນີ້...
ານກະກຽມແລະຈັດງານບາສີ ແມ່ນມີກາຣເລືອກມື້ແລະຍາມ
ເມື່ອໄດ້ເລີກງາມຍາມດີແລ້ວ ຮອດມື້ງານກໍ່ຈະມີກາຣຈັດພາຂ້ວນຂື້ນ
ເຊິ່ງປະກອບມີພາຖານທີ່ຢອງດ້ວຍໂອ
ແລະ ຂັນຫມາກເບັງທີ່ເຮັດດ້ວຍໃບຕອງ
ແລະເນັບປັກເປັນງ່າດ້ວຍຝ້າຍມຸງຄຸນ
ແລະດອກໄມ້ມຸງຄຸນຊະນິດ
ຕ່າງ ໆ ຖືວ່າເປັນຈອມຂອງພາຂ້ວນເຊິ່ງເປັນຈຸດຊຸມທີ່ສະແດງເຖິ່ງຄວາມສົມບູນພູນສຸຂ
ນອກ ນັ້ນຍັງມີສ່ວນອື່ນອີກສຳຫຼັບໃສໃນພາຂ້ວນເຊັ່ນ:
ເຫລົ່າ, ໄຂ່ໄກ່ຕົ້ມ, ເຂົ້າຕົ້ມ, ເຂົ້າຫນົມຫວານ, ຕີບເຂົ້າເງິນ, ທຽນແລະຝ້າຍຜູກແຂນ ແລະສ່ວນຫລາຍພາຂ້ວນທີ່ເຕັມໄປດ້ວຍສີສັນ
ແລະອາຍກິ່ນ ຫອມຂອງເປັນລາວຈະຖືກວາງຢອງໃສ່ເທິງຜ້າພົມສີແດງ ເມື່ອເຖິງເວລາອັນເປັນມຸງຄຸນ
ຫມໍພອຣນັ່ງ ປະຈຳທີ່ ຫັນຫນ້າໄປທາງຜູ້ທີ່ເປັນເຈົ້າຂອງຂອງພາຂ້ວນ, ໃຫ້ເຈົ້າພາບຈູດທູບທຽນທີ່ສົ່ງກິ່ນ ຫອມກຸ້ມ ແລະຫມອກຄ້ວນ
ແລະພອຣຂື້ນສູ່ເວຫາ, ຫມໍພອຣເລີ້ມພິທີດ້ວຍກາຣກ່າວຄວາມເຄົາລົບຕໍ່ສິ່ງສັກສິດທິ໌ ທັງຫລາຍ ຈາກນັ້ນກໍ່ເປັນກາຣເອີ້ນຂ້ວນທັງສາມສີບສອງປະການໃຫ້ກັບເຂົ້າມາສູ່ກາຍເຊັ່ນ: ຂ້ວນຫົວ, ຂ້ວນຂາເປັນຕົ້ນ ຈາກນັ້ນຜູ້ທີ່ມາຮ່ວມນັ່ງໄກກັບຫມໍພອຣຈະເປີດສາກດ້ວຍກາຣມັດ
ແຂນຈາກຫມໍພອຣ ກ່ອນ ຈາກນັ້ນກໍແມ່ນໃຫ້ແກ່ຜູ້ທີ່ເປັນເຈົ້າຂອງຂ້ວນ ພາຍຫລັງທີ່ຫມໍພອຣໄດ້ສຳເລັດພິທີກາຣກ່າວພອຣ
ຕ່າງ ໆ ກໍ່ແມ່ນກາຣເລີ້ມຕົ້ນຂອງຄົນທີ່ມາຮວ່ມພິທີ ເພື່ອອວຍພອຣໃຫ້ເຊິ່ງກັນແລະກັນ
ພາຍຫລັງພິທີ ສຳເລັດລົງກໍ່ແມ່ນມີກາຣຮັບປະທານອາຫານ ດ້ວຍກັນ.
………ດ້ວຍຄວາມປຣາຣະຖະນາດີຂໍໃຫ້ຈະເຣີນຍ໌ໃນທັມມ໌…ໄພທູຣຍ໌ ອິນທະວົງສ໌